ຄະນະເຈລະຈາຂອງອີຣານ ແລະກຸ່ມ 6 ປະເທດມະຫາອໍານາດ
ຂອງໂລກ ພົບປະກັນອີກ ທີ່ກຸງຈີນີວາ ໃນວັນພຸດມື້ນີ້ ເພື່ອຊອກ
ຫາຊ່ອງທາງ ທີ່ຈະສືບຕໍ່ສ້າງຄວາມກ້າວໜ້າໃຫ້ແກ່ ການໂອ້ລົມ
ກັນເມື່ອ 2 ອາທິດກ່ອນໜ້ານີ້ ແລະໃຫ້ບັນລຸການຕົກລົງໃນ
ການປະເຊີນໜ້າ ທີ່ມີມາເປັນເວລາ ນຶ່ງທົດສະວັດ ກ່ຽວກັບ
ໂຄງການນິວເຄລຍຂອງອີຣານນັ້ນ.
ທັງ 5 ປະເທດສະມາຊິກຖາວອນ ຂອງສະພາຄວາມໝັ້ນຄົງອົງ
ການສະຫະປະຊາຊາດ ບວກກັບເຢຍຣະມັນ ຕ້ອງການທີ່ຈະໃຫ້
ມີການຕົກລົງຊົ່ວຄາວ ທີ່ຮຽກຮ້ອງໃຫ້ອີຣ່ານຍຸຕິ ການກັ່ນທາດ
ຢູເຣນຽມສ່ວນນຶ່ງ ແລະຍອມຮັບເອົາການກວດກາຫຼາຍຂຶ້ນ
ເພື່ອແລກປ່ຽນກັບການຜ່ອນຜັນການລົງໂທດແບບຈໍາກັດ.
ຜູ້ນຳສູງສຸດຂອງອີຣ່ານ Ayatollah Ali Khamenei ກ່າວໃນວັນພຸດມື້ນີ້ວ່າ ອີຣ່ານຈະບໍ່
ຍອມຜ່ອນຜັນ ກ່ຽວກັບສິດທິທາງດ້ານນິວເຄລຍຂອງຕົນ ແລະທານໄດ້ຂີດ “ເສັ້ນແດງ”
ສຳລັບຄະນະເຈລະຈາຂອງທ່ານ.
ເບິ່ງວີດີໂອທີ່ກ່ຽວຂ້ອງ
ກ່ອນການເຈລະຈາ ທັງສອງຝ່າຍໄດ້ສະແດງຄວາມຫັວງ ທີ່ຈະດຳເນີນງານເພື່ອໃຫ້ບັນລຸ
ການຕົກລົງກັນ.
ລັດຖະມົນຕີ ການຕ່າງປະເທດອີຣານ ແລະຫົວໜ້າເຈລະຈາກ່ຽວກັບໂຄງການນິວເຄລຍ
ທ່ານ Mohammad Javad Zarif ໄດ້ກ່າວໃນວີດີໂອ ທີ່ລົງເຜີຍແຜ່ທາງ YouTube ວ່າ
ທຸກຢ່າງເປັນໄປໄດ້ ໃນການຕົກລົງທີ່ຈະມີຂຶ້ນນີ້.
ທຳນຽບຂອງນາຍົກລັດຖະມົນຕີ ອັງກິດ ທ່ານ David Cameron ໄດ້ກ່າວວ່າ ທ່ານແລະ
ປະທານາທິບໍດີອີຣ່ານ ທ່ານ Hassan Rouhani ໄດ້ຕົກລົງກັນ ທາງໂທລະສັບ ໃນວັນ
ອັງຄານວານນີ້ວ່າ ໄດ້ມີຄວາມກ້າວໜ້າຢ່າງສຳຄັນ ໃນການເຈລະຈາຮອບທີ່ແລ້ວ ຊຶ່ງໄດ້
ມີຂຶ້ນເມື່ອຕົ້ນເດືອນນີ້.