ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໙ ພຶດສະພາ ໒໐໒໔

​ອີຣ່ານ ແລະ ມະຫາ​ອໍານາດໂລກ ຍັງມີ ຄວາມຫວັງ ​​​​ໄປໃນ​ທາງ​ບວກ (ວີດີໂອ)


Iran Nuclear
please wait
Embed

No media source currently available

0:00 0:00:59 0:00
ບັນດາ​ນັກ​ການ​ທູດຈາກ​ອີຣານ ​ແລະ​ກຸ່ມ​ປະ​ເທດ​ມະຫາ​ອໍານາດ
​ຂອງ​ໂລກ ທີ່​ຫາທາງ​ຈຳ ກັດ​ຮັດ​ແຄບ​ການ​ກັ່ນ​ທາດ​ຢູ​ເຣນຽມ
ຂອງ​ອີຣ່ານກ່າວ​ວ່າ ພວກ​ທ່ານ​ຍັງສືບ​ຕໍ່​ມີ​ຄວາມ​ໝັ້ນໝາຍ ​
ແລະມີຄວາມຫວັງ​ໄປ​ໃນ​ທາງ​ບວກ ກ່ຽວ​ກັບການ​ບັນລຸ​ກາ
​ຕົກລົງ​ກັນ ທັງໆ​ທີ່​ໄດ້ ມີ​ການຖິ້ມ​ໂທດ​ໃສ່​ອີກ​ຝ່າຍ​ນຶ່ງ​ກ່ຽວ​ກັບ
​ຄວາມ​ບໍ່​ສາມາດ​ໃນ​ການ​ຕົກລົງ​ກັນ​ໄດ້ ​ໃນ​ກອງ​ປະຊຸມ​ຮອບ
​ຫຼ້າສຸດ​ຂອງ​ພວກ​ເຂົ​າ​ເຈົ້າ.

ລັດຖະມົນຕີ​ການ​ຕ່າງປະ​ເທດ​ອີຣານ ທ່ານ Mohammad
Javad Zarif ​ໄດ້​ກ່າວ​ໃນ​ແລງ​ວັນ​ຈັນ​ວານ​ນີ້​ວ່າ ທັງ​ສອງ​ຝ່າຍ
ໄດ້​ສ້າງຄືບ​ໜ້າ​ຫລາຍ​ສົມຄວນ ​ໃນ​ລະຫວ່າງ​ການເຈລະຈາ
ກັນ​ເປັນ​ເວລາ​ຫຼາຍ​ມື້​ ທີ່​ຈົບ​ລົງ​ໃນວັນ​ສຸດ​ສັບປະດາ​ທີ່ກຸງ​ຈີ​ນີວານັ້ນ ​ແຕ່​ທ່ານ​ໄດ້ຖິ້ມ​ໂທດ ​
ໃນ​ການ​ບໍ່​ສາມາດ​ບັນລຸ​ການ​ຕົກລົງກັນ​ໄດ້ ​ໃສ່​ຄວາມ​ແຕກ​ແຍກ​ໃນ​ອັນ​ທີ່​ເອີ້ນວ່າ ກຸ່ມ
P5+1 ທີ່​ມີຮວມທັງ ສະ​ຫະລັດ ອັງກິດ ຝຣັ່ງ ຈີນ ຣັດ​ເຊຍ​ ແລະ​ເຢຍຣະມັນ​ນັ້ນ.

ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ທ່ານ John Kerry ແລະລັດຖະມົນຕີ​ການ​ຕ່າງ
ປະ​ເທດອັງກິດ ທ່ານ William Hague ຕ່າງ​ກໍໄດ້​ກ່າວ​ວ່າ ກຸ່ມ​ຂອງ​ພວກ​ທ່ານແມ່ນ
ມີ​ຄວາມ​ປຸ້ມລຸມ​ສາມັກຄີ​ກັນ​ ໃນ​ຂໍ້​ສະ​ເໜີ​ຂອງ​ພວກ​ທ່ານ. ທ່ານ Kerry ເວົ້າ​ວ່າ ​ມັນ​ແມ່ນ
​ອີຣ່ານທີ່​ບໍ່ສາມາດຮັບ​ເອົາ​ຂໍ້ສະ​ເໜີ ​ແລະ​ກ່າວຕື່ມ​ວ່າ ທ່ານ​ຫວັງທັງສອງ​ຝ່າຍຈະສາມາດ
​ບັນລຸ​ການຕົກລົງ​ກັນ​ໄດ້ ​ໃນ​ສອງ​ສາມ​ເດືອນ​ຂ້າງ​ໜ້ານີ້.

​ການ​ເຈລະຈາ​ຫາລືກັນ ຈະ​ເລີ້ມຂຶ້ນ​ອີກ​ ໃນ​ອາທິດ​ໜ້ານີ້.
XS
SM
MD
LG