ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອີຣ່ານ ສຫລ ແລະອີຢູ ມ້ວນທ້າຍ ການເຈລະຈາ ລະດັບສູງ ດ້ານນິວເຄລຍ


Iran, US, EU Wrap Up High-Level Nuclear Talks
please wait

No media source currently available

0:00 0:01:55 0:00

ບັນດາ​ນັກ​ເຈລະຈາຂອງ​ອີຣ່ານແລະ​ກຸ່​ມຫົກ​ປະ​ເທດ​ມະຫາ​
ອຳນາດຂອງໂລກ ​ໄດ້​ພົບ​ປະສົນທະນາກັນ​ອີກ​ຮອບ​ນຶ່ງໃນ​
ວັນ​ອັງຄານ​ວານ​ນີ້ ​ໃນ​ຂະນະ​ທີ່​ເສັ້ນ​ຕາຍ ຫຍັບໃກ້​ເຂົ້າມາ ​
ເພື່ອ​ໃຫ້​ບັນລຸ​ການ​ຕົກລົງກ່ຽວກັບ​ໂຄ​ງການນິວ​ເຄລຍຂອງ
ອີຣ່ານ.

ການ​ປະຊຸມ​ທີ່ Oman ໄດ້ມີຂຶ້ນ ຫລັງ​ຈາກການເຈລະຈາ
ເປັນເວລາ​ສອງ​ມື້​ທີ່ ນຳພາ​ໂດຍລັດຖະມົນຕີຕ່າງປະ​ເທດ
​ອີຣ່ານ ທ່ານ Javad Sarif ລັດຖະມົນຕີຕ່າງປະ​ເທດສະ
ຫະລັດ ທ່ານ John Kerry ​ແລະຫົວໜ້ານະໂຍບາຍຕ່າງ
ປະເທດຂອງສະຫະພາບ​ຢູ​ໂຣບ ຫຼືອີຢູ ທ່ານ​ນາງ Cathe-
rine Ashton ທີ່​ສີ້​ນສຸດລົງໂດຍ​ປາດ​ສະ​ຈາກຄວາມຄືບໜຽ​ທີ່ສຳຄັນ​ໃດໆ.

ທັງ​ສອງ​ຝ່າຍ​ໄດ້​ພະຍາຍາມມາ ​ເກືອ​ບນຶ່ງ​ປີ ​ເພື່ອ​ໃຫ້​ບັນລຸການຕົກລົງໃນຂອບ ເຂດທີ່
ກວ້າງຂວາງ ແລະຍືນຍົງ ຫລັງ​ຈາກ​ໄດ້ຕັດສິນ​ໃຈ​ ຕໍ່ເວລາ ໃນການເຈລະຈາຂັ້ນຕົ້ນ 6
ເດືອນ ໄປຈົນ​ຮອດ​ວັນ​ທີ 24 ​ເດືອນ​ພະຈິກ.

ສະຫະລັດ ອັງກິດ ຈີນ ຝຣັ່ງ ຣັດ​ເຊຍ ​ແລະ​ເຢຍຣະ​ມັນ ຕ້ອງການ​ໃຫ້​ອີຣ່ານ ​ຄໍ້າ​ປະກັນວ່າ
ຕົນ​ບໍ່​ໃຊ້ໂຮງໄຟຟ້ານິວ​ເຄລຍ ​ເປັນ​ບ່ອນ​ພັດທະນາ​ອາວຸດ ​ໃນ​ຂະນະ​ທີ່​ອີຣ່ານ ຕ້ອງການ
ໃຫ້​ຍົກ​ເລີກການ​ລົກ​ໂທດ​ດ້ານເສດຖະກິດທັງໝົດຕໍ່ຕົນ.

ໃນອີກດ້ານນຶ່ງນັ້ນ ຣັດ​ເຊຍ​ ​ແລະອີຣ່ານ ຕົກລົງ​ກັນ​ທີ່​ຈະ​ສ້າງ ເຕົາແຍກຫຼືປະຕິກອນນິວ​
ເຄລຍສອງ​ໜ່ວຍ ຢູ່ທີ່ໂຮງໄຟຟ້າ​ປະລາ​ມະນູ​ອີຣ່ານ ​ໃນ​ Bushehr ທີ່ສ້າງໂດຍຣັດ​ເຊຍ.
ການ​ເຊັນ​ສັນຍາ​ ໂດຍ​ບັນດາ​ເຈົ້າ​ໜ້າ​ທີ່​ ຈາກ​ທັງ​ສອງ​ປະ​ເທດ​ຢູ່ມົສກູ ຍັງ​ຮວມທັງ​ຄວາມ​
ເປັນ​ໄປ​ໄດ້ ໃນ​ການ​ສ້າງ​ເຕົາແຍກ​ນິວ​ເຄຍລຍ ອຶ່ນໆອີກ​ຢູ່ໃນ​ອີຣ່ານ.

ການ​ຕົກລົງ​ນີ້ແມ່ນ​ຮຽກຮ້ອງ​ໃຫ້ມີການ​ຢັ້ງຢືນ ​ແລະ​ສັງ​ເກດ​ການ​ໂດຍອົງການ​ພະລັງງານ​
ປະລະ​ມານູ​ສາກົນ.

XS
SM
MD
LG