ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໐ ມິຖຸນາ ໒໐໒໓

ອີຣ່ານ ຍິນດີຕ້ອນຮັບ ການຊ່ວຍເຫລືອ ຈາກຕ່າງປະເທດ


ຮອງປະທະນາທິບໍດີ ທ່ານ Mohammad Reza Rahimi ກ່າວວ່າ ອີຣ່ານ ຍິນດີຕ້ອນຮັບການຊ່ວຍເຫລືອຈາກຕ່າງປະເທດ ເພື່ອນໍາມາຊ່ວຍ ເຫລືອຜູ້ປະສົບໄພແຜ່ນດິນໄຫວ.

ອີຣ່ານກ່າວ​ວ່າ ບັດ​ນີ້ຕົນພ້ອມ​ແລ້ວ​ທີ່​ຈະ​ຮັບ​ການ​ຊ່ວຍ​ເຫລືອ​ຈາກຕ່າງປະ​ເທດ​ ເພື່ອ​ນໍ​າ​ໄປ
ຊ່ວຍພວກເຄາະ​ຮ້າຍຈາກແຜ່ນ​ດີ​ນ​ໄຫວສອງຄັ້ງໃນວັນເສົາແລ້ວນີ້ທີ ພາກຕາເວນຕົກສຽງ
ເໜືອຂອງປະເທດ.

ອົງການ​ຂ່າວ​ IRNA ​ຂອງ​ທາງ​ການ​ອີຣ່ານໄດ້​ອ້າງ​ຄໍາ​ເວົ້າຮອງ​ປະທານາທິບໍດີ Mohammad
Reza Rahimi ທີ່ກ່າວ​ວ່າ ອີຣ່ານ​ພ້ອມ​ແລ້ວ​ ທີ່​ຈະ​ຮັບ​ການ ຊ່ວຍ​ເຫລືອ​ຈາກ​ປະ​ເທດ​ຕ່າງໆ.

ອີຣ່ານ ໃນ​ຂັ້ນ​ຕົ້ນ​ໄດ້​ປະ​ຕິ​ເສດຕໍ່ການສະ​ເໜີ​ໃຫ້​ຄວາມ​ຊ່ວຍ​ເຫລືອຈາກ​ຕ່າງ​ປະ​ເທດ ​ເຊັ່ນ​ວ່າ
ສະຫະລັດ ເຢຍຣະ​ມັນ ຣັດ​ເຊຍ ​ເທິ​ກີ ​ແລະ ​ປະ​ເທດ​ອື່ນໆ​ອີກ. ສະພາກາ​ແດງອີຣ່ານ​ກ່າວ​ວ່າ
ປະ​ເທດ​ຂອງ​ຕົນ ​ບໍ່​ຕ້ອງການຄວ​າມ​ຊ່ວຍ​ເຫລືອ​ຈາກ​ຕ່າງປະ​ເທດ ​ແລະ​ສາມາດ​ຮັບ​ມື​ກັບ​ໄພພິ
ບັດ​ດັ່ງກ່າວ​ດ້ວຍ​ຕົນ​ເອງ.

​ໃນ​ວັນ​ຈັນວານ​ນີ້ອີຣ່ານ​ໄດ້​ເພີ້​ມຈຳນວນ​ຜູ້​ເສຍ​ຊີວິດຈາກ​ແຜ່ນດິນ​ໄຫວ​ທີ່​ມີ​ຄວາມ​ແຮງ​ 6.4
ແລະ 6.3 ​ຣິກ​ເຕີ້ ຂຶ້ນ​ເປັນ 300 ກວ່າ​ຄົນ​ ແລະ​ອີກ 3000 ກວ່າ​ຄົນ​ໄດ້​ຮັບ​ບາດ​ເຈັບ.

ສະພາກາ​ແດງ​ຂອງອີຣ່ານກະ​ປະມານວ່າ 180 ​ໝູ່​ບ້ານ ​ໄດ້​ຮັບ​ຄວາມ​ເສຍ​ຫາຍ ຈາກແຜ່ນ
ດິນ​ໄຫວ​ໃນ​ຄັ້ງນີ້ ​ແລະ​ອີກ​ຈໍາ​ນວນ​ນຶ່ງ​ໄດ້​ຖືກ​ທໍາລາຍ​ຢ່າງລາບ​ຄາບ ໃກ້ກັບ​ເມືອງ Tabriz.

XS
SM
MD
LG