ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຕຳຫຼວດ ກັບພວກປະທ້ວງ ປະທະກັນ ໃນການປະທ້ວງ ຕໍ່ການຂາດແຄນນໍ້າໃນ ອີຣ່ານ


ປະຊາຊົນໃນເມືອງ ຄໍຣາຊານ, ເດີນຂະບວນ ເພື່ອປະທ້ວງ ຕໍ່
ການຂາດແຄນນໍ້າ ເຊິ່ງສ້າງຄວາມເສຍຫາຍໃຫ້ແກ່ຊາວກະສິ
ກອນ. 13 ເມສາ, 2018.
ປະຊາຊົນໃນເມືອງ ຄໍຣາຊານ, ເດີນຂະບວນ ເພື່ອປະທ້ວງ ຕໍ່ ການຂາດແຄນນໍ້າ ເຊິ່ງສ້າງຄວາມເສຍຫາຍໃຫ້ແກ່ຊາວກະສິ ກອນ. 13 ເມສາ, 2018.

ສື່ມວນຊົນລັດຖະບານ ອີຣ່ານ ໄດ້ລາຍງານກ່ຽວກັບການປະທະກັນໃນຕອນແລງຂອງ
ວັນອາທິດວານນີ້ ລະຫວ່າງ ຕຳຫຼວດ ກັບ ປະຊາຊົນທີ່ປະທ້ວງເລື້ອງການຂາດແຄນ
ນໍ້າ ແລະ ມົນລະພິດ ໃນພາກຕາເວັນ ຕົກສຽງໃຕ້ຂອງ ອີຣ່ານ.

ອົງການຂ່າວ IRNA ກ່າວວ່າ ພວກປະທ້ວງໃນເມືອງ ອາບາດານ ໄດ້ແກວ່ງກ້ອນຫີນ
ແລະ ວັດຖຸອື່ນໆໃສ່ຕຳຫຼວດ, ແລະ ວ່າບັນດາເຈົ້າໜ້າທີ່ໄດ້ເຮັດໃຫ້ສະຖານະການ
ຖືກຄວບຄຸມໄວ້ໄດ້.

ນຶ່ງຄືນ ກ່ອນໜ້ານັ້ນ, ກໍມີຄວາມຮຸນແຮງທີ່ຄ້າຍຄືກັນ ຢູ່ໃນການປະທ້ວງເລື້ອງຂາດ
ແຄນນໍ້າໃຊ້ ໃນເມືອງ ຄໍຣຳຊາ (Khorramshahr) ທີ່ຕັ້ງຢູ່ໃກ້ຄຽງ, ເຮັດໃຫ້ມີຜູ້ໄດ້ຮັບ
ບາດເຈັບຫຼາຍຄົນ.

ວິດີໂອທີ່ຖືກສົ່ງຕໍ່ໆກັນ ໄດ້ສະແດງໃຫ້ເຫັນວ່າ ພວກປະທ້ວງ ແກວ່ງກ້ອນຫີນ ແລະ
ການປະເຊີນໜ້າ ກັບກອງກຳລັງຮັກສາຄວາມປອດໄພ, ໃນຂະນະທີ່ໂທລະພາບລັດ
ຖະບານໄດ້ສະແດງໃຫ້ເຫັນພາບຕ່າງໆຂອງຕຶກ ທີ່ມີແກ້ວປ່ອງຢ້ຽມແຕກ. ສຽງຍິງ
ປືນກໍສາມາດໄດ້ຍິນໃນວິດີໂອບາງຕອນເຊັ່ນກັນ. ຕຳຫຼວດໄດ້ຍິງແກັສນໍ້າຕາ ເພື່ອ
ສະຫຼາຍພວກປະທ້ວງອອກຈາກກັນ.

ລັດຖະມົນຕີກະຊວງພາຍໃນ ທ່ານ ອັບດອລເຣຊາ ຣາມານີ ໄດ້ກ່າວວ່າ ບໍ່ມີໃຜຖືກ
ຂ້າຕາຍ ໃນການປະທະກັນ ທີ່ເມືອງ ຄໍຣຳຊາ. ຮອງລັດຖະມົນຕີ ທ່ານ ຮອສເຊນ
ໂຊລຟາກາຣີ ກ່າວວ່າ ມີ 11 ຄົນໄດ້ຮັບບາດເຈັບ, ເຊິ່ງລວມມີຕຳຫຼວດ 10 ຄົນ ແລະ
ພົນລະເຮືອນຄົນນຶ່ງ.

ຫຼາຍພາກສ່ວນຂອງ ອີຣ່ານ ກຳລັງປະເຊີນໜ້າ ກັບສະພາບແຫ້ງແລ້ງ, ເຊິ່ງບັນດາ
ນັກວິເຄາະເວົ້າວ່າ ລັດຖະບານໄດ້ເຮັດໃຫ້ມັນຮ້າຍແຮງກວ່າເກົ່າ ດ້ວຍການຈັດການ
ທີ່ບໍ່ຖືກຕ້ອງ.

ປະເທດດັ່ງກ່າວຍັງໄດ້ມີການປະທ້ວງຕ່າງໆ ຕໍ່ສະຖານະການທາງເສດຖະກິດຂອງ
ເຂົາເຈົ້າ, ລວມທັງໃນສັບປະດາທີ່ຜ່ານມາ ໃນນະຄອນຫຼວງ ເຕຫະຣ່ານ, ທ່າມກາງ
ມູນຄ່າສະກຸນເງິນຂອງ ອີຣ່ານ ທີ່ອ່ອນແອລົງ ແລະ ອັດຕາເງິນເຟີ້ທີ່ເພີ່ມຂຶ້ນ.

ເສດຖະກິດຂອງ ອີຣ່ານ ແມ່ນກຳລັງປະເຊີນກັບຄວາມກົດດັນເພີ່ມຂຶ້ນ ນັບຕັ້ງແຕ່
ການຕັດສິນໃຈຂອງປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໃນເດືອນພຶດສະ
ພາທີ່ຜ່ານມາ ເພື່ອຖອນຕົວອອກຈາກຂໍ້ຕົກລົງສາກົນ ທີ່ຈຳກັດໂຄງການນິວເຄລຍ
ຂອງ ອີຣ່ານ ສຳລັບການແລກປ່ຽນກັບການບັນເທົາ ຈາກມາດຕະການລົງໂທດທາງ
ເສດຖະກິດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG