ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອີ​ຣ່ານ ເຕືອນ ກ່ຽວ​ກັບ ​ຄວາມ​ຮຸນ​ແຮງ​ເພີ່ມ​ຂຶ້ນໃນ​ພາກ​ພື້ນຖ້າ​ "ການ​ຮຸກ​ຮານບໍ່​ຢຸດ"


ຜູ້​ສູດ​ມົນ​ຊາວ ອີ​ຣ້ານ, ຄົນ​ນຶ່​ຖືກ​ປ້າຍ​ຕໍ່​ຕ້ານ ອິ​ສ​ຣາ​ແອ​ລ, ເຂົ້າ​ຮ່ວມ​ການ​ຊຸມ​ນຸມ​ສະ​ໜັບ​ສະ​ໜູນ ປາ​ແລັ​ສ​ໄຕ​ນ໌, ນະ​ຄອນຫຼວງ ເຕ​ຫະ​ຣ່ານ, ອີ​ຣ່ານ, 13 ຕຸ​ລາ, 2023.
ຜູ້​ສູດ​ມົນ​ຊາວ ອີ​ຣ້ານ, ຄົນ​ນຶ່​ຖືກ​ປ້າຍ​ຕໍ່​ຕ້ານ ອິ​ສ​ຣາ​ແອ​ລ, ເຂົ້າ​ຮ່ວມ​ການ​ຊຸມ​ນຸມ​ສະ​ໜັບ​ສະ​ໜູນ ປາ​ແລັ​ສ​ໄຕ​ນ໌, ນະ​ຄອນຫຼວງ ເຕ​ຫະ​ຣ່ານ, ອີ​ຣ່ານ, 13 ຕຸ​ລາ, 2023.

ອີ​ຣ່ານ ໄດ້​ເຕືອນ ອິ​ສ​ຣາ​ແອ​ລ ກ່ຽວ​ກັບ ການ​ເພີ່ມ​ຄວາມ​ຮຸນ​ແຮງ ຖ້າ​ຫາກ​ເຂົາ​ເຈົ້າ​ບໍ່​ສາ​ມາດ​ຢຸດ​ການ​ຮຸກ​ຮານ​ຕໍ່​ຊາວ ປາ​ແລັ​ສ​ໄຕ​ນ໌, ດ້ວຍ​ລັດ​ຖະ​ມົ​ນ​ຕີ​ຕ່າງ​ປະ​ເທດ​ຂອງ​ເຂົາ​ເຈົ້າ​ກ່າວ​ວ່າ ຝ່າຍ​ອື່ນໆ​ໃນ​ພາກ​ພື້ນ​ແມ່ນ​ພ້ອ​ມ​ແລ້ວ​ທີ່​ຈະ​ດຳ​ເນີນ​ການ, ອົງ​ການ​ຂ່າວ​ເຄິ່ງ​ທາງ​ການ Fars ໄດ້​ລາຍ​ງານ​ໃນ​ວັນ​ອາ​ທິດ​ວານນີ້.

ທ່ານ ຮອ​ສ​ເຊັນ ອາ​ມີ​ຣາບດອ​ລ​ລາ​ຮຽນ (Hossein Amirabdollahian) ໄດ້​ຢ້ຳ​ຄຳ​ເວົ້າ​ວ່າ “ຖ້າ​ການ​ຮຸກ​ຮານ​ຂອງ​ພວກ ໄຊ​ອອນ ຫາກບໍ່​ຢຸດ, ທຸກ​ຝ່າຍ​ຢູ່​ໃນ​ພາກ​ພື້ນ​ກໍ​ພ້ອ​ມ​ທີ່​ຈະ​ດຳ​ເນີນ​ການ.”

ນາ​ຍົກ​ລັດ​ຖະ​ມົນ​ຕີ​ຂອງ ອິ​ສ​ຣາ​ແອ​ລ ທ່ານ ເບັນ​ຈາ​ມິນ ເນ​ຕັນ​ຢາ​ຮູ ໄດ້​ປະ​ຕິ​ຍານ​ໃນ​ວັນ​ອາ​ທິດ​ວານນີ້​ທີ່​ຈະ “ທຳ​ລາຍ​ກຸ່ມ​ຮາ​ມາ​ສ” ໃນ​ຂະ​ນະ​ທີ່ກອງ​ທັບ​ຂອງ​ທ່ານ​ໄດ້​ກະ​ກຽມ​ທີ່​ຈະ​ເຄື່ອນ​ເຂົ້າ​ໄປ​ໃນ​ແຫຼມ ກາ​ຊາ ເພື່ອ​ຊອກ​ຫາ​ພວກ​ຫົວ​ຮຸນ​ແຮງ ອິ​ສ​ລາມ, ທີ່​ການ​ອາ​ລະ​ວາດ​ຂອງ​ພວກ​ເຂົາ​ທົ່ວ​ເມືອງ​ຕ່າງໆ​ທີ່​ຕັ້ງ​ຢູ່​ເຂດ​ຊາຍ​ແດ​ນຂອງ ອິ​ສ​ຣາ​ແອ​ລ ໄດ້​ເຮັດ​ໃຫ້​ທົ່ວ​ໂລກ​ຕົກ​ໃຈ.

ເຈົ້າ​ໜ້າ​ທີ່​ລະ​ດັບ​ສູງ​ສຸດ​ຂອງ ອີ​ຣ່ານ, ຜູ້​ນຳ​ສູງ​ສຸດ ອາ​ຊາ​ໂທ​ລ​ລາ ອາ​ລີ ຄາ​ເມ​ນີ, ໄດ້​ກ່າວ​ໃນ​ວັນ​ອັງ​ຄານ​ທີ່​ຜ່ານ​ມາ​ວ່າ ເຕ​ຫະ​ຣ່ານ ບໍ່​ໄດ້​ມີ​ສ່ວນ​ຮ່ວມ​ໃນ​ການ​ໂຈມ​ຕີ​ຂອງ​ພວກ​ຫົວ​ຮຸນ​ແຮງ ຮາ​ມາ​ສ ໃນ ອິ​ສ​ຣາ​ແອ​ລ, ແຕ່​ໄດ້​ຍົກ​ຍ້ອງ​ສິ່ງ​ທີ່​ທ່ານ​ເອີ້ນ​ວ່າການ​ເສຍ​ໄຊ​ຂອງກອງ​ທັບ ແລະ ອົງ​ການ​ສືບ​ລັບ “ທີ່ບໍ່​ສາ​ມາດ​ແກ້​ໄຂ​ໄດ້” ຂອງ ອິ​ສ​ຣາ​ແອ​ລ.

ອິ​ສ​ຣາ​ແອ​ລ ໄດ້​ກ່າວ​ຫາ​ຜູ້​ປົກ​ຄອງ​ທາງ​ສາ​ສະ​ໜາ​ຂອງ ອີ​ຣ່ານ ກ່ຽວ​ກັບ ການ​ຍຸ​ແຍ່​ຄວາມ​ຮຸນ​ແຮງ​ມາ​ດົນ​ນານ ດ້ວຍ​ການ​ສະ​ໜອງ​ອາ​ວຸດ​ໃຫ້​ພວກ ຮາ​ມາ​ສ. ເຕ​ຫະ​ຣ່ານ ເວົ້າ​ວ່າ​ພວກ​ເຂົາ​ໃຫ້​ການ​ສະ​ໜັບ​ສະ​ໜູນ​ດ້ານ​ສິນ​ທຳ ແລະ ການ​ເງິນ​ໃຫ້​ກຸ່ມ​ດັ່ງ​ກ່າວ, ເຊິ່ງ​ຄວບ​ຄຸມ​ແຫຼມ​ກາ​ຊາ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG