ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໘ ຕຸລາ ໒໐໒໔

ອີ​ຣ່ານ ເຕືອນ ອິ​ສ​ຣາ​ແອ​ລ ຕໍ່​ການ​ແກ້​ແຄ້ນ ສຳ​ລັບ​ການ​ໂຈມ​ຕີ​ດ້ວຍ​ລູກ​ສອນ​ໄຟ


ຄວັນ​ປິວ​ຂຶ້ນ​ເທິງ​ຟ້າ ຫຼັງ​ຈາກ​ການ​ໂຈມ​ຕີ​ຂອງ ອິ​ສ​ຣາ​ແອ​ລ​ ໃສ່​ບ້ານ ອາ​ເດ​ສ​ເຊ, ພາກ​ໃຕ້​ຂອງ ເລ​ບາ​ນອນ, 17 ຕຸ​ລາ 2024.
ຄວັນ​ປິວ​ຂຶ້ນ​ເທິງ​ຟ້າ ຫຼັງ​ຈາກ​ການ​ໂຈມ​ຕີ​ຂອງ ອິ​ສ​ຣາ​ແອ​ລ​ ໃສ່​ບ້ານ ອາ​ເດ​ສ​ເຊ, ພາກ​ໃຕ້​ຂອງ ເລ​ບາ​ນອນ, 17 ຕຸ​ລາ 2024.

ຜູ້​ບັນ​ຊາ​ການ​ໜ່ວຍ​ພິ​ທັກ​ປະ​ຕິ​ວັດ​ລະ​ດັບ​ສູງ​ຂອງ ອີ​ຣ່ານ ໄດ້​ເຕືອນ ອິ​ສ​ຣາ​ແອ​ລ ​ໃນ​ວັນ​ພະ​ຫັດ​ມື້ນີ້​ຕໍ່​ການ​ໂຈມ​ຕີ​ສາ​ທາ​ລະ​ນະ​ລັດ ອິ​ສ​ລາມ ໃນ​ການ​ແກ້​ແຄ້ນ​ສຳ​ລັບ​ການ​ລະ​ດົມ​ຍິງດ້ວຍ​ລູກ​ສອນ​ໄຟ​ໃສ່ ໃນ​ຂະ​ນະ​ທີ່​ສັດ​ຕູ​ຂອງ ອີີ​ຣ່ານ ໄດ້​ຍົກ​ລະ​ດັບ​ການ​ການ​ໂຈມ​ຕີ​ໃນ​ປະ​ເທດ ເລ​ບາ​ນອນ ຕໍ່​ກຸ່ມ ເຮັ​ສ​ໂບ​ລ​ລາ ທີ່​ໄດ້​ຮັບ​ການ​ໜູນ​ລັງ​ໂດຍ​ລັດ​ຖະ​ບານ ເຕ​ຫະ​ຣ່ານ​ ນັ້ນ.

ຄວາມ​ຢ້ານ​ກົວ ກ່ຽວ​ກັບ ຄວາມ​ຂັດ​ແຍ້ງ​ທີ່ກວ້າງ​ອອກ​ໃນ​ເຂດ​ຕາ​ເວັນ​ອອກ​ໄດ້​ເພີ່ມ​ຂຶ້ນ ໃນ​ຂະ​ນະ​ທີ່ ອິ​ສ​ຣາ​ແອ​ລ ມີ​ແຜນ​ທີ່​ຈະ​ທຳ​ການ​ຕອບ​ໂຕ້​ຂອງ​ເຂົາ​ເຈົ້າ​ຕໍ່​ການ​ໂຈມ​ຕີ​ດ້ວຍ​ລູກ​ສອນ​ໄຟ​ເມື່ອ​ວັນ​ທີ 1 ຕຸ​ລາ​ທີ່​ຜ່ານ​ມາ ທີ່​ດຳ​ເນີນ​ໂດຍ ອີ​ຣ່ານ ຫຼັງ​ຈາ​ກ ອິ​ສ​ຣາ​ແອ​ລ ທຳ​ການ​ໂຈມ​ຕີ​ທາງ​ອາ​ກາດ​ໃສ່​ພວກ​ຫົວ​ຮຸນ​ແຮງ​ທີ່​ເປັນ​ພັນ​ທະ​ມິດ​ຂອງ ອີ​ຣ່ານ ນັ້ນ.

ທ່ານ ຮອ​ສ​ເຊນ ຊາ​ລາ​ມີ ໄດ້​ກ່າວ​ໃນ​ຄຳ​ປາ​ໄສ​ອອກ​ໂທ​ລະ​ພາບ ວ່າ “ພວກ​ເຮົາ​ຢາກ​ບອກ​ພວກ​ເຈົ້າ​ວ່າ ຖ້າ​ເຈົ້າ​ທຳ​ການ​ຮຸກ​ຮານ​ໃດໆ​ຕໍ່​ຈຸດ​ໃດໆ ພວກ​ເຮົາ​ຈະ​ໂຈມ​ຕີ​ຈຸດ​ດຽວ​ກັນ​ຂອງ​ພວກ​ເຈົ້າ​ຢ່າງ​ເຈັບ​ປວດ,” ເຊິ່ງ​ທ່ານ​ກ່າວ​ຕື່ມ​ວ່າ ອີ​ຣ່ານ ສາ​ມາດ​ທີ່​ຈະ​ບຸກ​ຜ່ານ​ລະ​ບົບ​ປ້ອງ​ກັນ​ຂອງ ອິ​ສ​ຣາ​ແອ​ລ.

ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະເ​ທດ ສະ​ຫະ​ລັດ ທ່ານ ລອຍ​ດ໌ ອອ​ສ​ຕິນ ໄດ້​ລົມ​ກັບ​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ອິ​ສ​ຣາ​ແອ​ລ ທ່ານ ໂຢ​ອາ​ຟ ກາ​ລ​ແລ້ນ ໃນ​ວັນ​ພຸດ​ວານນີ້ ກ່ຽວ​ກັບ ການ​ປະ​ຕິ​ບັດ​ການ​ຂອງ ອິ​ສ​ຣາ​ແອ​ລ ໃນ ເລ​ບາ​ນອນ ແລະ ກາ​ຊາ, ໂດຍ​ແນ​ເປົ້າ​ເພື່ອຫຼີກ​ລ່ຽງ​ສົງ​ຄາມ​ໃນ​ພາກ​ພື້ນ. ລັດ​ຖະ​ມົນ​ຕີ​ການ​ຕ່າ​ງ​ປະ​ເທດ​ຂອງ ອີ​ຣ່ານ ທ່ານ ອັບ​ບາ​ສ ອາ​ຣັກ​ຈີ ໄດ້​ເດີນ​ທາງ​ຮອດ​ນະ​ຄອນຫຼວງ ໄຄ​ໂຣ ຂອງ ອີ​ຈິບ ສຳ​ລັບ​ການ​ເຈ​ລະ​ຈາ​ກັບ​ບັນ​ດາ​ເຈົ້າ​ໜ້າ​ທີ່ ອີ​ຈິບ ດັ່ງ​ກັບ​ສ່ວນ​ນຶ່ງ​ຂອງ​ການ​ເດີນ​ທາງ​ຢ້ຽມ​ຢາມ​ເຂດ​ຕາ​ເວັນ​ອອກ​ກາງ ໃນ​ຂະ​ນະ​ທີ່​ຄວາມ​ເຄັ່ງ​ຕຶງ​ເພີ່ມ​ສູງ​ຂຶ້ນ.

ສະ​ຫະ​ພາບ ຢູ​ໂຣບ ໄດ້​ຈັດ​ກອງ​ປະ​ຊຸມ​ສຸດຍອດ​ຄັ້ງ​ທຳ​ອິດ​ກັບ​ບັນ​ດາ​ປະ​ເທດ​ອ່າວທະ​ເລ ແລະ ໄດ້​ອອກ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ​ເພື່ອ​ຮຽກ​ຮ້ອງ​ສຳ​ລັບ​ຄວາມ​ສະ​ຫງົບ. ເຂົາ​ເຈົ້າ​ກ່າວ​ວ່າ “ພວກ​ເຮົາ​ກ່າວ​ຢ້ຳ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ການ​ພົວ​ພັນ​ທາງ​ການ​ທູດ​ກັບ ອີ​ຣ່ານ ເພື່ອ​ດຳ​ເນີ​ນການ​ຫຼຸດ​ຜ່ອນ​ຄວາມ​ຮຸນ​ແຮງ​ໃນ​ພາກ​ພື້ນ.”

ອິ​ສ​ຣາ​ແອ​ລ ບໍ່​ໄດ້​ສະ​ແດງ​ໃຫ້​ເຫັນ​ສັນ​ຍານ​ຂອງ​ການຫຼຸດ​ຜ່ອນ​ການ​ໂຈມ​ຕີ​ທາງ​ທະ​ຫານ​ຕໍ່​ກຸ່ມ​ ເຮັ​ສ​ໂບ​ລ​ລາ ໃນ​ປະ​ເທດ ເລ​ບາ​ນອນ ຫຼັງ​ຈາກ​ການ​ລອບ​ສັງ​ຫານ​ຜູ້​ນຳ​ຂອງ​ເຂົາ​ເຈົ້າຫຼາຍ​ຄົນ, ແລະ ກຸ່ມ​ຮາມ​າ​ສ ໃນ​ເຂດ ກາ​ຊາ ແລະ ເຂົາ​ເຈົ້າ​ໄດ້​ປະ​ຕິ​ຍານ​ທີ່​ຈະ​ລົງ​ໂທດ ອີ​ຣ່ານ ສຳ​ລັບ​ການ​ໂຈມ​ຕີ​ໃນ​ວັນ​ທີ 1 ຕຸ​ລາ​ນັ້ນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

The commander of Iran's elite Revolutionary Guards warned Israel on Thursday against attacking the Islamic Republic in retaliation for a missile barrage as its arch-foe stepped up its offensive in Lebanon against Tehran-backed Hezbollah.

Fears of a wider Middle East conflict have grown as Israel plans its response to the Oct. 1 missile attack carried out by Iran after Israeli airstrikes on Iranian-allied militants.

"We tell you (Israel) that if you commit any aggression against any point we will painfully attack the same point of yours," Hossein Salami said in a televised speech, adding that Iran can penetrate Israel's defences.

U.S. Defense Secretary Lloyd Austin spoke to Israeli Defense Minister Yoav Gallant on Wednesday about Israel's operations in Lebanon and Gaza, aiming to avert a regional war. Iran's Foreign Minister Abbas Araqchi landed in Cairo for talks with Egyptian officials as part of a Middle Eastern tour as tension builds.

The European Union held its first summit with Gulf states and issued a statement calling for calm: "We underscore the importance of diplomatic engagement with Iran –– to pursue regional de-escalation," it said.

Israel shows no signs of easing its military campaigns against Hezbollah in Lebanon after assassinating several of its leaders, and Hamas in Gaza and it has vowed to punish Iran for its Oct. 1 attack.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG