ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອີ​ຣ່ານ ຖືກ​ລົງ​ຄະ​ແນນ​ສຽງ​ປົດ​ອອກ​ຈາກ​ກຸ່ມ​ທີ່​ເພັ່ງ​ເລັງ​ໃສ່​ສິດ​ທິ​ແມ່​ຍິງ ​ຂອງ​ອົງ​ການ​ສະຫະ​ປະ​ຊາ​ຊາດ


ປະ​ເທດ​ທີ່​ລົງ​ຄະ​ແນນ​ສຽງ​ປົດ ອີ​ຣ່ານ ອອກ​ຈາກ​ຄະ​ນະ​ກຳ​ມາ​ທິ​ການ​ສະ​ຖາ​ນະ​ພາບ​ຂອງ​ແມ່​ຍິງ ຢູ່​ສຳ​ນັກ​ງານ​ໃຫຍ່ ສະ​ຫະ​ປະ​ຊາ​ຊາດ, ນະ​ຄອນ ນິວຢອກ, 14 ທັນ​ວາ 2022.
ປະ​ເທດ​ທີ່​ລົງ​ຄະ​ແນນ​ສຽງ​ປົດ ອີ​ຣ່ານ ອອກ​ຈາກ​ຄະ​ນະ​ກຳ​ມາ​ທິ​ການ​ສະ​ຖາ​ນະ​ພາບ​ຂອງ​ແມ່​ຍິງ ຢູ່​ສຳ​ນັກ​ງານ​ໃຫຍ່ ສະ​ຫະ​ປະ​ຊາ​ຊາດ, ນະ​ຄອນ ນິວຢອກ, 14 ທັນ​ວາ 2022.

ອີ​ຣ່ານ ຖືກ​ລົງ​ຄະ​ແນນ​ສຽງ​ໃຫ້​ປົດ​ອອກ​ຈາກ​ອົງ​ການ​ຂອງ​ແມ່​ຍິງ​ສະ​ຫະ​ປະ​ຊາ​ຊາດ​ໃນ​ວັນ​ພຸດ​ວານນີ້ ​ສຳ​ລັບ​ການ​ປາບ​ປາມ​ທີ່​ດຳ​ເນີນ​ຢູ່​ຂອງ​ເຂົາ​ເຈົ້າ​ຕໍ່​ການ​ປະ​ທ້ວງ​ທີ່​ສະ​ຫງົບ ແລະ ການ​ກົດ​ຂີ່​ ແລະ ນະ​ໂຍ​ບາຍ​ການ​ແບ່ງ​ແຍກ​ຂອງ​ເຂົາ​ເຈົ້າ​ຕໍ່​ແມ່​ຍິງ ແລະ ເດັກ​ຍິງ.

ເອກ​ອັກ​ຄະ​ລັດ​ຖະ​ທູດ ສະ​ຫະ​ລັດ ທ່ານນ​າງ ລິນ​ດາ ທອມ​ມັ​ສ-ກ​ຣີນ​ຟີ​ລ​ດ໌ ໄດ້​ກ່າວ ກ່ຽວ​ກັບ ແມ່​ຍິງ​ອີ​ຣ່ານ​ອາ​ຍຸ 22 ປີ ​ຜູ້​ທີ່​ຖືກ​ຈັບ​ໂດຍ​ຕຳຫຼວດ​ສິນ​ທຳ​ຂອງ​ປະ​ເທດ ແລະ ໄດ້​ເສຍ​ຊີ​ວິດ​ໃນ​ລະ​ຫວ່າງ​ການ​ຖືກ​ຄວບ​ຄຸມ​ຕົວ​ໃນ​ກາງ​ເດືອນ​ກັນ​ຍາ​ທີ່​ຜ່ານ​ມາ​ທີ່​ໄດ້​ກໍ່​ໃຫ້​ເກີດ​ການ​ປະ​ທ້ວງຫຼາຍ​ເດືອນ​ນັ້ນ​ວ່າ “ນາງ ມາ​ຊາ ອາ​ມີ​ນີ ມີ​ແຕ່​ຢາກ​ທຳ​ການ​ສຶກ​ສາ​ຂອງ​ລາວ​ໃຫ້​ຈົບ. ລາວ​ຢາ​ກ​ເລີ່ມ​ຕົ້ນຄອບ​ຄົວ. ລາວ​ຢາກ​ມີ​ຊີ​ວິດ​ທີ່​ປົກ​ກະ​ຕິ, ຊີ​ວິດ​ທີ່​ມີ​ຄວາມ​ສຸກ. ລາວ​ເປັນ​ພຽງ​ນັກ​ສຶກ​ສາ. ແຕ່​ຕອນນີ້​ລາວ​ແມ່ນ​ຜູ້​ເສຍ​ສະຫຼະ​ຊີ​ວິດ.”

ທ່ານ​ນາງ ທອມ​ມັ​ສ-ກ​ຣີນ​ຟີ​ລ​ດ໌ ໄດ້​ກ່າວ​ກ່ຽວ​ກັບນາງ ອາ​ມີ​ນີ​ ວ່າ “ພວກ​ເຮົາ​ຮູ້​ວ່າ​ລາວ​ຖືກ​ຂ້າ​ຕາຍ​ສຳ​ລັບ​ອາ​ຊະ​ຍາ​ກຳ​ຂອງ​ການ​ເປັນ​ແມ່​ຍິງ. ແລະ​ເປັນ​ເວ​ລາ​ດົນ​ໂພດ, ແລະ ເລື້ອຍ​ໂພດ, ເຫດ​ການນີ້ບໍ່​ແມ່ນ​ສິ່ງ​ທີ່ບໍ່​ປົກ​ກະ​ຕິ​ໃນ ອີ​ຣ່ານ.”

ໃນ​ການ​ລົງ​ຄະ​ແນນ​ສຽງ​ສະ​ໜັບ​ສະ​ໜູນ 22 ຄະ​ແນນ ແລະ 8 ສຽງ​ຄັດ​ຄ້ານ, ດ້ວຍ 16 ປະ​ເທດບໍ່​ອອກ​ສຽງ​ນັ້ນ, ​ສະ​ມາ​ຊິກສະ​ພາ​ເສດ​ຖະ​ກິດ​ສັງ​ຄົມ 54 ປະ​ເທດ​ໄດ້​ເອົາ​ບາດ​ກ້າວ​ທີ່ບໍ່​ເຄີຍ​ມີ​ມາ​ກ່ອນ ກ່ຽວ​ກັບ ກາ​ນ​ປົດ​ ອີ​ຣ່ານ​ອອກ​ຈາກ​ສະ​ໄໝ​ກ​ານ​ດຳ​ລົງ​ຕຳ​ແໜ່ງ​ທີ່​ຍັງ​ເຫຼືອ​ຂອງ​ເຂົາ​ເຈົ້າ​ໃນ​ຄະ​ນະ​ກຳ​ມາ​ທິ​ການ​ສະ​ຖາ​ນະ​ພາບ​ຂອງ​ແມ່​ຍິງ, ເຊິ່ງ​ຈະ​ໝົດ​ອາ​ຍຸ​ໃນ​ປີ 2026. ຄະ​ນະ​ກຳ​ມາ​ທິ​ການ​ດັ່ງ​ກ່າວ​ຈະ​ປະ​ຊຸມ​ກັນ​ສອງ​ອາ​ທິດ​ໃນ​ທຸກໆ​ເດືອນ​ມີ​ນາ ເພື່ອ​ປຶກ​ສາ​ຫາ​ລືບັນ​ຫາ​ຕ່າງໆ ກ່ຽວ​ກັບ ການ​ເສີມ​ອຳ​ນາດ​ຂອງ​ແມ່​ຍິງ ແລະ ບັນ​ລຸ​ຄວາມ​ເທົ່າ​ທຽມ​ທາງ​ເພດ.

ມີ​ພຽງ​ຄະ​ແນນ​ສຽງ​ສ່ວນຫຼາຍ​ຂອງ​ການເຫັນ​ດີ ແລະ ບໍ່​ເຫັນ​ດີ​ເທົ່າ​ນັ້ນ​ທີ່​ຕ້ອງ​ການ​ໃນ​ຮ່າງ​ມະ​ຕິ​ຂອງ ສະ​ຫະ​ລັດ, ການບໍ່​ອອກ​ສຽງ​ແມ່ນ​ຈະ​ບໍ່​ຖືກ​ນັບ.

ຜູ້​ປະ​ທ້ວງ​ຢ່າງ​ໜ້ອຍ 350 ຄົນ​ໄດ້​ເສຍ​ຊີ​ວິດ​ໃນ​ການ​ປະ​ທ້ວງ​ສາມ​ເດືອນ, ລວມ​ທັງ​ເດັກ​ນ້ອຍ 60 ຄົນ. ຜູ້​ປະ​ທ້ວງ​ອີກ 14,000 ຄົນ​ແມ່ນ​ໄດ້​ຖືກ​ຈັບ, ແລະ ຜູ້​ປະ​ທ້ວງ​ເພດ​ຊາຍ​ສອງ​ຄົນ​ຖືກ​ປະ​ຫານ​ຊີ​ວິດ​ໃນ​ເດືອນນີ້.

ເອກ​ອັກ​ຄະ​ລັດ​ຖະ​ທູດ​ຂອງ ອີ​ຣ່ານ ໄດ້​ກ່າວ​ວ່າ ​ຂໍ້​ລິ​ເລີ້ມຂອງ ສະ​ຫະ​ລັດ ແມ່ນ​ມີ​ແຮງ​ຈູງ​ໃຈ​ທາງ​ການ​ເມືອງ ແລະ ການ​ກ່າວ​ຫາ​ຂອງ​ເຂົາ​ເຈົ້າ​ແມ່ນ​ຖືກ​ອີງ​ໃສ່ “ການ​ກ່າວ​ອ້າງ​ທີ່​ເຊື່ອ​ຖື​ບໍ່​ໄດ້ ແລະ ການ​ໂຕ້​ຖຽງ​ທີ່​ຖືກ​ປັ້ນ​ແຕ່ງ​ຂຶ້ນ​ມາ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG