ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ນັກວິທະຍາສາດອີຣ່ານ ເດີນທາງຮອດປະເທດແລ້ວ


ນັກວິທະຍາສາດ ນິວເຄລຍອີຣ່ານ ກ່າວອ້າງວ່າ ລາວໄດ້ເປັນໂຣກຈິດ ຢ່າງຮ້າຍແຮງ ແລະຖືກທໍລະມານ ຮ່າງກາຍ ໂດຍເຈົ້າໜ້າທີ່ ສອບປາກຄຳ ຂອງສະຫະລັດ ຫຼັງຈາກ ໄດ້ຫາຍສາບສູນໄປ ໃນປີກາຍ ແລະກັບຄືນມາ ປາກົດໂຕ ຢ່າງລຶກລັບທີ່ ກຸງວໍຊິງຕັນ.

ນາຍ SHAHRAM AMIRI ໄດ້ເດີນທາງ ຈາກສະຫະລັດ ກັບຄືນໄປເຖິງ ປະເທດອີຣ່ານ ໃນຕອນເຊົ້າ ຂອງວັນພະຫັດມື້ນີ້. ລາວໄດ້ຖືກຕ້ອນຮັບ ທີ່ສະໜາມບິນ ນາໆຊາດ ໂຄເມນີ ໂດຍເຈົ້າໜ້າທີ່ອີຣ່ານ ແລະຄອບຄົວຂອງລາວ ຮວມທັງ ພັນລະຍາ ແລະລູກຊາຍ ອາຍຸ 7 ປີ ຂອງລາວ.

ກ່ອນອອກເດີີນທາງ ຈາກກຸງວໍຊິງຕັນນັ້ນ ນາຍ AMIRI ໄດ້ກ່າວຂໍ້ຄວາມ ​ທີ່​ເນັ້ນ​ຢ້ຳ​ ເຖິງຄຳກ່າວອ້າງ ຂອງລັດຖະບານ ອີຣ່ານ ທີ່ວ່າ ລາວໄດ້ຖືກຄົນ ເອົາປືນຈີ້ ລັກພາໂຕ​ໄປ ຂະນະທີ່ຢ້ຽມຢາມ ຊາອຸດີອາຣາເບຍ ແລະນຳເອົາລາວ ໄປມອບໃຫ້ ສາຍລັບສະຫະລັດ.

ເຈົ້າໜ້າທີ່ ສະຫະລັດ ໄດ້ປະຕິເສດ ກ່ຽວກັບ ການລັກພາໂຕ ນາຍ AMIRI ໂດຍເວົ້າວ່າ ຜູ້ກ່ຽວໄດ້ເດີນທາງ ມາຍັງສະຫະລັດ ດ້ວຍຄວາມສະມັກໃຈ.

ໜັງສືພິມ WASHINGTON POST ສະບັບທີ່ອອກ ໃນວັນພະຫັດມື້ນີ້ ໄດ້ອ້າງຄຳເວົ້າ ຂອງເຈົ້າໜ້າທີ່ ສະຫະລັດ ທີ່ບໍ່ໄດ້ລະບຸຊື່ ທີ່ກ່າວວ່າ ອົງການຊີໄອເອ ໄດ້ຈ່າຍເງິນ​ໃຫ້ນັກວິທະຍາສາດ ອີຣ່ານຄົນນີ້ 5 ລ້ານໂດລາ ​ເພື່ອ​ແລກ​ກັບຂໍ້ມູນ ກ່ຽວ​ກັບ ໂຄງການນິວເຄລຍ ຂອງອີຣ່ານ.

XS
SM
MD
LG