ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ກັນຍາ ໒໐໒໓

ນັກວິທະຍາສາດອີຣ່ານ ເຂົ້າໄປລີ້ໄພທີ່ສະຖານທູດ ປາກິສຖານ


ຮູບນັກວິທະຍາສາດ Shahram Amiri ທີ່ທາງການອີຣ່ານວ່າ ຖືກລັກ ພາໂຕໂດຍ ສາຍລັບ ສະຫະລັດ ຈາກໂທລຸະພາບອີຣ່ານ (8 ມິຖຸນາ 2010)

ອີຣ່ານກ່າວວ່າ ນັກວິທະຍາສາດ ນິວເຄລຍຄົນນຶ່ງ ທີ່​ຫາຍ​ສາບ​ສູນ ຊຶ່ງເຕຫະຣ່ານ ກ່າວຫາວ່າ ຖືກລັກພາໂຕ ໂດຍອົງການ ຊີໄອເອ ຂອງສະຫະລັດນັ້ນ ເວລານີ້ໄດ້ ໄປລີ້​ໄພ ທີ່ຫ້ອງການ ຮັກສາຜົນປະໂຫຍດ ຂອງອີຣ່ານ ຢູ່ສະຖານທູດ ປາກິສຖານ ໃນນະຄອນຫຼວງ ວໍຊິງຕັນ. ສື່​ມວນ​ຊົນ ຂອງທາງການ ອີຣ່ານ ລາຍ​ງານວ່າ ທ່ານ SHAHRAM AMIRI ​ໄດ້​ຮ້ອງ​ຂໍ​ ໃຫ້​ສົ່ງທ່ານ​ ກັບ​ຄືນ​ໄປ​ຍັງ ​ເຕຫະຣ່ານ ​ໂດຍ​ໄວ.

ເຈົາໜ້າ​ທີ່ ກະຊວງ​ການ​ຕ່າງປະ​ເທດ ​ຂອງ​ປາ​ກິ​ສຖານ ທ່ານ​ນຶ່ງ ກ່າວ​ວ່າ ​ພວກເຈົ້າໜ້າ​ທີ່ອີຣ່ານ ທີ່​ວໍ​ຊິງ​ຕັນ ບອກ​ທ່ານ​ວ່າ ພວກ​ຕົນ​ ກຳລັງ​ຈັດ​ແຈງ ​ໃຫ້​ມີ​ການຈັດ​ສົ່ງ​ ທ່ານ AMIRI ກັບ​ຄືນ​ປະ​ເທດ​ຢູ່.

ຜູ້ກ່ຽວ ​ເປັນນັກຟີສິກ ນິວເຄລຍ ທີ່ມີອາຍຸ ໃນລະຫວ່າງ 30 ກວ່າປີ ໄດ້ຫາຍສາບສູນ​ໄປ ໃນເດືອນມິຖຸນາປີ 2009. ສອງສາມເດືອນຕໍ່ມາ ລັດຖະມົນຕີ ກະຊວງການຕ່າງປະເທດ ອີຣ່ານ ທ່ານ MANOUCHER MOTTAKI ກ່າວວ່າ ຄະນະສືບສວນ ໄດ້ພົບເອກກະສານ ຈຳນວນນຶ່ງ ທີ່ສະແດງໃຫ້ເຫັນ ໃນອັນທີ່ທ່ານເອີ້ນວ່າ “ການແຊກແຊງຂອງສະຫະລັດ” ໃນການຫາຍສາບສູນ ຂອງທ່ານ AMIRI.

ສະຫະລັດ ທີ່ໄດ້ປະຕິເສດວ່າ ຕົນບໍ່ໄດ້ລັກພາໂຕ ທ່ານ AMIRI ​ໄປນັ້ນ ຍັງ​ບໍ່​ໄດ້​ມີ​ ຄວາມ​ເຫັນ​ໃດໆ ກ່ຽວ​ກັບ​ຂ່າວ​ຄືບ​ໜ້າ​ ໃນເລື່ອງ​ນີ້. ສະຫະລັດ​ ໄດ້​ຕັດ​ສາຍ​ພົວພັນ ​ທາງ​ການ​ທູດ ​ກັບ​ອີຣ່ານ ລຸນ​ຫລັງ ການ​ປະຕິວັດ ​ອິສລາມ​ ໃນ​ປີ 1979. ສະຖານທູດ ​ປາ​ກິ​ສຖານ​ ທີ່​ວໍ​ຊິງ​ຕັນ ​ເປັນ​ຜູ້​ຄຸ້ມຄອງ​ ຜົນ​ປະ​ໂຫຍ​ດຕ່າງໆ ຂອງ​ອີຣ່ານ ​ໃນສະຫະລັດ.

XS
SM
MD
LG