ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດ ລົງໂທດ ຮອບໃໝ່ ຕໍ່ອີຣ່ານ


ແຜນທີ່ນິວເຄລຍຂອງອີຣ່ານ
ແຜນທີ່ນິວເຄລຍຂອງອີຣ່ານ

ສະຫະລັດໄດ້​ທຳ​ການ​ລົງ​ໂທດ​ເພີ່ມ​ຕື່ມ​ຕໍ່​ອີຣ່ານ ​ແລະ​ເອົາ​ບາດກ້າວ​ຕ່າງໆ ​ເພື່ອຍຸຕິ​ບໍ່​ໃຫ້​
ອີຣ່ານສວຍ​ໃຊ້​ບັນດາ​ບໍລິສັດ​ແລະ​ທະນາຄານ​ທີ່ຕາງ​ໜ້າລົບ​ຫຼີກການ​ລົງ​ໂທດ​ເຫຼົ່ານີ້.

ທ່ານ David Cohen ລັດຖະມົນຕີ​ຊ່ອຍ​ວ່າການ​ກະຊວງ​ການເງິນຂອງສະຫະລັດຮັບຜິດ
ຊອບກ່ຽວ​ກັບ​ເລື່ອງ​ກໍ່​ການ​ຮ້າຍ ກ່າວ​ວ່າ ສະຫະລັດ​ຈະ​ສືບ​ຕໍ່​ເພີ່ມ​ທະວີຄວາມ​ກົດ​ດັນ​ຕໍ່​ອີ
ຣ່ານ ຕາ​ບ​ໃດ​ທີ່​ປະ​ເທດ​ດັ່ງກ່າວ​ ຍັງ​ປະຕິ​ເສດ​ບໍ່​ຍອມ​ແກ້​ໄຂ​ບັນຫາ​ຄວາມເປັນ​ຫ່ວງ​ກັງວົນ
​ຂອງ​ໂລກກ່ຽວ​ກັບ​ໂຄງການ​ສ້າງ​ອາວຸດ​ນິວ​ເຄລຍຕາມ​ທີ່​ໄດ້​ມີ​ການ​ກ່າວ​ຫາ​ກັນນັ້ນ.

ການ​ເຄື່ອນ​ໄຫວ​ຂອງ​ສະຫະລັດ​ ໃນ​ວັນ​ພະຫັດ​ວານ​ນີ້ ​ແມ່ນ​ແນ​ໃສ່ 11 ອົງການ ແລະ 4
ບຸກຄົນ​ຂອງ​ອີຣ່ານທີ່​ກະຊວງ​ການ​ເງິນ​ຂອງ​ສະຫະລັດ​ເອີ້ນວ່າ ​ເປັນພາກສ່ວນ​ນຶ່ງຂອງ​ຕາ
ໜ່າງການ​ແຜ່ຜາຍ​ອາວຸດ ​ທີ່​ໄດ້ຮັບ​ການ​ສະໜັບສະໜຸນ​ຈາກ​ລັດຖະບານ.

ນອກ​ນັ້ນ​ແລ້ວ ​ເຈົ້າໜ້າ​ທີ່​ສະຫະລັດ​ຍັງ​ໄດ້​ເປີດ​ເຜີຍ​ລາຍ​ຊື່​ຈຳນວນ​ນຶ່ງຂອງ​ບໍລິສັດ​ຕາງໜ້າ
ທີ່​ລັດຖະບານ​ອີຣ່ານ​ໄດ້​ຕັ້ງຂຶ້ນ ​ເພື່ອ​ລົບ​ຫຼີກການ​ລົງ​ໂທດ​ໃນ​ການຂາຍ​ນໍ້າມັນ​ນັ້ນ.

ການ​ລົງ​ໂທດ​ເທື່ອ​ໃໝ່​ນີ້​ແມ່ນ​ໄດ້​ກັກ​ຊັບ​ສິນ​ທີ່​ກ່ຽວຂ້ອງ​ຂອງ​ອີຣ່ານຢູ່​ໃນ​ສະຫະລັດ ​ແລະ
​ຫ້າມ​ບໍ່​ໃຫ້​ປະຊາຊົນ​ອາ​ເມຣິກັນ​ເຮັດ​ທຸລະ​ກິດ​ໃດໆ​ກໍ​ຕາມ ​ກັບ​ບໍລິ​ສັດຂອງ​ອີຣ່ານ.

XS
SM
MD
LG