ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອີຣ່ານເວົ້າວ່າ ຕົນບໍ່ມີບັນຫາຫຍັງ ກັບ Saudi Arabia (ເບິ່ງວີດີໂອ)

Հիշեք էս մարդանման երկոտանուն. դեռ շատ կտեսնեք մարդ ծեծելուց

Լուսանկարչի խոսքերով, սա է Արմեն Մարտիրոսյանին ոտքով հարվածած ոստիկանը
Հիշեք էս մարդանման երկոտանուն. դեռ շատ կտեսնեք մարդ ծեծելուց

Լուսանկարչի խոսքերով, սա է Արմեն Մարտիրոսյանին ոտքով հարվածած ոստիկանը

ປະທານາທິບໍດີອີຣ່ານທ່ານ Mahmoud Ahmadinejad ກ່າວວ່າ ປະເທດຂອງທ່ານບໍ່ມີ
ບັນຫາຫຍັງກັບ Saudi Arabia.

ທ່ານໃຫ້ຄວາມເຫັນດັ່ງກ່າວໃນວັນເສົາມື້ນີ້ໃນການໃຫ້ສຳພາດກັບຕາໜ່າງໂທລະພາບ CNN
ຂອງສະຫະລັດລຸນຫຼັງທີ່ສະຫະລັດໄດ້ກ່າວຫາກອງກຳລັງພິເສດຂອງເຕຫະຣ່ານວ່າມີບົດບາດ
ໃນການວາງແຜນລອບສັງຫານເອກອັກຄະລັດຖະທູດ Saudi Arabia ປະຈຳສະຫະລັດ.

ຄະນະຕຸລາການຂອງສະຫະລັດໄດ້ຟ້ອງຜູ້ຊາຍຊາວອີຣ່ານ 2 ຄົນ ທີ່ຖືກກ່າວຫາວ່າພົວພັນ
ໃນການວາງແຜນລອບສັງຫານເອກອັກຄະລັດຖະທູດ Saudi Ara-bia ທ່ານ Abdel al-
Jubeir. ສະຫະລັດກ່າວວ່າຜູ້ຕ້ອງສົງໄສຄົນນຶ່ງເປັນສະມາຊິກຈາກໜ່ວຍອາລກຸດສ໌ຂອງກຳ
ລັງພິທັກປະຕິວັດອີຣ່ານ.

ທ່ານ Ahmadinejad ກ່າວຕໍ່ໂທລະພາບ CNN ວ່າ ອີຣ່ານບໍ່ມີເຄີຍມີເຈດຕະນາທີ່ຈະສ້າງ
ຄວາມເສຍຫາຍໃດໆໃຫ້ແກ່ Saudi Arabia.

ໃນການໃຫ້ສຳພາດແບບກວ້າງຂວາງນັ້ນ ຜູ້ນຳຂອງອີຣ່ານ ຍັງໄດ້ກ່າວຕຳໜິຕິຕຽນຢ່າງແຮງ ຕໍ່ສະຫະລັດແລະປະເທດມະຫາອຳນາດຕາເວັນຕົກອື່ນໆທີ່ພົວພັນນຳການປະຕິບັດງານຂອງ ອົງການເນໂຕ້ຢູ່ໃນລີເບຍ. ທ່ານເວົ້າວ່າການປະຕິບັດງານທາງອາກາດຂອງເນໂຕ້ໄດ້ເຮັດໃຫ້ ບັນຫາຂັດແຍ້ງຢູ່ໃນລີເບຍມີຄວາມຮຸນແຮງຕື່ມຂຶ້ນ.

ນອກນັ້ນ ທ່ານຍັງໄດ້ເຕືອນກ່ຽວກັບການແຊກແຊງຂອງຕ່າງປະເທດເພື່ອໃຫ້ການຊ່ອຍເຫຼືອ ແກ່ຂະບວນການຝ່າຍຄ້ານ ຢູ່ໃນຊີເຣຍ. ເປັນທີ່ເຊື່ອກັນຢ່າງກວ້າງຂວາງວ່າ Damascus ເປັນພັນທະມິດໃນຂົງເຂດທີ່ເຂັ້ມແຂງທີ່ສຸດຂອງເຕຫະຣ່ານ.

ປະທານາທິບໍດີ Ahmadinejad ກ່າວວ່າສະຫະລັດໄດ້ອ່ອນແອລົງກວ່າເກົ່າແລະເປັນທີ່ຄຽດ ຊັງຢູ່ໃນພາກຕາເວັນອອກກາງ.

ເບິ່ງວີດີໂອ ກ່ຽວກັບຜູ້ຕ້ອງຫາໃນຄະດີວາງແຜນລອບສັງຫານທູດຊາອູດີ ອາເຣເບຍ:

XS
SM
MD
LG