ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ອະ​ດີດ​ທະ​ຫານ ​ນາ​ວິ​ກະ​ໂຍ​ທິນ ສະ​ຫະ​ລັດ ຖືກ​ຕັດ​ສິນ​ຂັງ​ຄຸກ 10 ປີ​ໃນ ອີ​ຣ່ານ


ທ່ານ ໄມ​ເກິ​ລ ໄວ​ທ໌, ອະ​ດີດ​ທະ​ຫານເຮືອ ອາ​ເມ​ຣິ​ກັນ. ພາບ​ຈາກ ໂຈ​ແອນ ໄວ​ທ໌.
ທ່ານ ໄມ​ເກິ​ລ ໄວ​ທ໌, ອະ​ດີດ​ທະ​ຫານເຮືອ ອາ​ເມ​ຣິ​ກັນ. ພາບ​ຈາກ ໂຈ​ແອນ ໄວ​ທ໌.

ທະ​ນາຍ​ຄວາມ​ທີ່​ມີ​ຫ້ອງ​ການ​ຕັ້ງ​ຢູ່​ນະ​ຄອນຫຼວງ ວໍ​ຊິງ​ຕັນ ໄດ້​ກ່າ​ວວ່າ ອະ​ດີດທະ​ຫານ
ນາວິກະໂຍທິນ ສະຫະລັດ ທີ່ຖືກຈັບໃນ ອີຣ່ານ, ເຊິ່ງແມ່ນຄົນ ອາເມຣິກັນ ຜູ້ທຳອິດ
ທີ່ຖືກຄວບຄຸມຕົວນັບຕັ້ງແຕ່ງປະທານາທິບໍດີ ດໍໂນລ ທຣຳ ໄດ້ເຂົ້າດຳລົງຕຳແໜ່ງ
ນັ້ນ, ໄດ້ຖືກຕັດສິນຂັງຄຸກ 10 ປີ.

ທ່ານ ມາກ ຊາ​ອິດ ໄດ້​ກ່າວ​ຕໍ່​ອົງ​ການ​ຂ່າວ AP ໃນ​ວັນ​ເສົາ​ວານນີ້​ວ່າ ທ່ານ ໄມ​ເກິ​ລ
ໄວທ໌ ຖືກຕັດສິນມີຄວາມຜິດໃນຂໍ້ກ່າວຫາ ກ່ຽວກັບ ການດູໝິ່ນຜູ້ນຳສູງສຸດຂອງ ອີ
ຣ່ານ ແລະ ການເປີດເຜີຍຂໍ້ມູນສ່ວນຕົວຕໍ່.

ທ່ານ ຊາ​ອິດ ກ່າວ​ວ່າ ທ່ານ​ໄດ້​ຮັບ​ຮູ້​ການ​ຕັດ​ສິນ​ຈາກ​ກະ​ຊວງ​ການ​ຕ່າງ​ປະ​ເທດ, ເຊິ່ງ​
ໄດ້ຮັບຂ່າວຈາກລັດຖະບານ ສວິດເຊີແລນ, ທີ່ໄດ້ຕິດຕາມຜົນປະໂຫຍດຂອງຊາວ
ອາເມຣິກັນ ໃນ ອີຣ່ານ.

ສື່ມວນ​ຊົນ​ລັດ​ຖະ​ບານ ອີ​ຣ່ານ ບໍ່​ໄດ້​ລາຍ​ງານ ກ່ຽວ​ກັບ ການ​ຕັດ​ສິນ​ດັ່ງ​ກ່າວ, ເຊິ່ງ​ຖືກ​
ລາຍງານຄັ້ງທຳອິດໂດຍໜັງສືພິມ ນິວຢອກ ໄທມສ໌.

ທ່ານ ໄວ​ທ໌ ຈາກ​ເມືອງ ອິມ​ພີ​ຣຽ​ລ ບີ​ຈ໌ (Imperial Beach), ລັດ​ຄາ​ລິ​ຟໍ​ເນຍ, ໄດ້​ເດີນ​
ທາງໄປປະເທດ ອີຣ່ານ ເພື່ອຢ້ຽມຢາມແຟນຂອງລາວ ທີ່ໄດ້ພົບກັນທາງອອນໄລນ໌
ແລະ ໄດ້ຈອງປີ້ເຮືອບິນກັບບ້ານໃນວັນທີ 27 ກໍລະກົດ. ແຕ່ລາວບໍ່ເຄີຍໄດ້ກັບບ້ານ.

ອ່ານ​ຂ່າວ​ນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG