ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຫລ ສາມາດຍິງ ເຮືອຕິດອາວຸດ ຂອງອີຣ່ານໄດ້ ຖ້າພວກເຂົາ ຮາວີກໍ່ກວນ ກໍາປັ່ນລົບ ຂອງ ສຫລ


ເຮືອຂອງກອງທັບພິທັກປະຕິວັດອິສລາມ ຫຼື IRGCN ປະຕິບັດການແບບອັນຕະລາຍ ແລະບໍ່ມີລັກສະນະມືອາຊີບຕໍ່ກໍາປັ່ນຍິງລູກສອນໄຟນໍາວິຖີ USS Paul Hamilton (DDG 60) ແລະກໍາປັ່ນລົບອື່ນໆ ຂອງສະຫະລັດ ໂດຍໄດ້ຂ້າມເສັ້ນເຂົ້າໄປໃກ້ຫົວເຮືອ ຂອງກໍາປັ່ນດັ່ງກ່າວ (ພາບຖ່າຍວັນທີ 22 ເມສາ, 2020)
ເຮືອຂອງກອງທັບພິທັກປະຕິວັດອິສລາມ ຫຼື IRGCN ປະຕິບັດການແບບອັນຕະລາຍ ແລະບໍ່ມີລັກສະນະມືອາຊີບຕໍ່ກໍາປັ່ນຍິງລູກສອນໄຟນໍາວິຖີ USS Paul Hamilton (DDG 60) ແລະກໍາປັ່ນລົບອື່ນໆ ຂອງສະຫະລັດ ໂດຍໄດ້ຂ້າມເສັ້ນເຂົ້າໄປໃກ້ຫົວເຮືອ ຂອງກໍາປັ່ນດັ່ງກ່າວ (ພາບຖ່າຍວັນທີ 22 ເມສາ, 2020)

ຖ້ອຍຄໍາຂອງປະທານາທິບໍດີ ດໍໂນລ ທຣໍາຂອງສະຫະລັດ ທີ່ສົ່ງໄປຫາອີຣ່ານ ຄວນ “ເປັນທີ່ຈະແຈ້ງດີທີ່ສຸດ” ອີງຕາມຄໍາເວົ້າຂອງພວກເຈົ້າໜ້າທີ່ປ້ອງກັນຊາດ ທີ່ກ່າວໃນວັນພຸດວານນີ້, ຊຶ່ງເປັນການເວົ້າປົກປ້ອງ ແກ່ສານທີ່ສົ່ງຜ່ານສື່ສັງຄົມອອນລາຍໄປຫາລັດຖະບານຂອງເຕຫະຣ່ານ.

ທ່ານ ທຣໍາໄດ້ສົ່ງຂໍ້ຄວາມໄປທາງທວີດເຕີ ໃນວັນພຸດວານນີ້ວ່າ ທ່ານໄດ້ອອກຄໍາສັ່ງໃຫ້ກອງທັບເຮືອສະຫະລັດ “ຍິງ ແລະທໍາລາຍເຮືອລໍາໃດກໍຕາມ ແລະ ເຮືອຂອງອີຣ່ານທຸກລໍາ ທີ່ຕິດອາວຸດ ຖ້າຫາກພວກເຂົາທໍາການຮາວີກໍ່ກວນ ກໍາປັ່ນຂອງພວກເຮົາຢູ່ໃນທະເລ.”

ຄໍາເວົ້າໃນທວີດເຕີດັ່ງກ່າວປາກົດວ່າ ເປັນການໂຕ້ຕອບໂດຍກົງຕໍ່ເຫດການທີ່ເກີດຂຶ້ນໃນອາທິດແລ້ວນີ້ ເມື່ອມີເຮືອທີ່ຕິດອາວຸດຂອງອີຣ່ານຫລາຍລໍາ ໄປ ຮາວີກກໍ່ກວນ ບັນດາກໍາປັ່ນຂອງສະຫະລັດ ໂດຍທີ່ມີເຮືອຂອງອີຣ່ານບາງລໍາໄດ້ເຂົ້າໄປໃກ້ກໍາປັ່ນຂອງ ສະຫະລັດເຖິງ 10 ແມັດ ຢູ່ໃນອ່າວອາຣາບຽນ.

“ຂ້ອຍມັກຫລາຍທີ່ປະທານາທິບໍດີໄດ້ເຕືອນຄູ່ປໍລະປັກ,” ນັ້ນຄືຄໍາເວົ້າຂອງຮອງປະທານເສນາທິການຮ່ວມ, ນາຍພົນຈອນ ໄຮເທັນ (John Hyten) ທີ່ເປັນ ເຈົ້າໜ້າທີ່ທະຫານຂັ້ນສູງອັນດັບສອງຂອງທໍານຽບຫ້າແຈ ທີ່ກ່າວຕໍ່ພວກນັກຂ່າວ ໂດຍທີ່ທ່ານກ່າວຕໍ່ໄປອີກວ່າ “ບໍ່ມີຂໍ້ສົງໄສຫຍັງເລີຍວ່າ ມັນມີຄວາມໝາຍແນວ ໃດ.”

ທ່ານກ່າວອີກວ່າ “ຖ້າເຈົ້າຫາກຂ້າມເສັ້ນມາ ພວກເຮົາກໍຮູ້ວ່າ ເສັ້ນນັ້ນຄືຫຍັງ ແລະພວກເຮົາກໍຈະຕອບໂຕ້ຄືນໂລດ.” ທ່ານກ່າວຕໍ່ໄປວ່າ “ພວກເຮົາຈະມາ ແລະ ພວກເຮົາຈະມາ ໃນຂະໜາດໃຫຍ່ ສະນັ້ນ ຢ່າເຂົ້າໄປໃນແລວທາງນັ້ນເລີຍ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG