ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ຮຽກຮ້ອງໃຫ້ອີຣ່ານ ປ່ອຍພວກເດີນປ່າ


ສຫລ ຮຽກຮ້ອງໃຫ້ອີຣ່ານ ປ່ອຍພວກເດີນປ່າ
ສຫລ ຮຽກຮ້ອງໃຫ້ອີຣ່ານ ປ່ອຍພວກເດີນປ່າ

ລັດຖະມົນຕີ ການຕ່າງປະເທດ ສະຫະລັດ ທ່ານນາງ Hillary Clinton ກ່າວວ່າ ມັນຈະເປັນ ການສະແດງອອກທາງດ້ານມະ ນຸດສະທຳທີ່ສຳຄັນສຳລັບອີຣ່ານ ໃນການປ່ອຍ ຊາວອະເມຣິກັນ 2 ຄົນທີ່ອີຣ່ານຍັງສືບຕໍ່ຈັບກຸມຄຸມຂັງຢູ່ນັ້ນ ແລະທ່ານນາງ ເວົ້າວ່າ ລັດຖະບານທ່ານໂອບາມາຍັງມີຄວາມໝາຍໝັ້ນຕັ້ງໃຈຢ່າງເດັດດ່ຽວຢາກໃຫ້ມີການ ປ່ອຍ ນັກເດີນປ່າ Shane Bauer ແລະ Josh Fattal.

ທ່ານນາງ Clinton ກ່າວວ່າ ສະຫະລັດຍັງສືບຕໍ່ ຕິດຕໍ່ກັບປະເທດຕ່າງໆທີ່ໃຫ້ການສະໜັບ ສະໜຸນ ຕໍ່ການດຳເນີນຄວາມພະຍາຍາມ ເພື່ອໃຫ້ພວກນັກເດີນປ່າ ຖືກປ່ອຍ.

ການໃຫ້ທັດສະນະຂອງທ່ານນາງ ໃນມື້ວານນີ້ ມີຂຶ້ນຫຼັງຈາກ ໄດ້ມີການປ່ອຍນັກເດີນປ່າຄົນ ທີ 3 ຄືນາງ Sarah Shourd ໃນຕົ້ນອາທິດນີ້ຫຼັງຈາກໄດ້ມີການຈ່າຍເງິນ 500,000 ໂດ ລາ. ນັກເດີນປ່າທັງ 3 ໄດ້ຖືກຈັບ ໃນບໍລິເວນຊາຍແດນອີຣ່ານ ທີ່ຕິດກັບອີຣັກ ໃນເດືອນກໍ ລະກົດປີ 2009 ແລະຖືກກ່າວຫາວ່າ ເປັນສອດແນມ ຊຶ່ງເປັນຂໍ້ຫາທີ່ພວກເຂົາເຈົ້າໄດ້ປະຕິ ເສດຊໍ້າແລ້ວຊໍ້າອີກ.

ທີ່ນະຄອນຫຼວງເຕຫະຣ່ານ ໃນມື້ວານນີ້ ປະທານາທິບໍດີອີຣ່ານ ທ່ານ Mahmoud Ah- madinejad ກໍໄດ້ຮຽກຮ້ອງ ໃຫ້ລັດຖະບານສະຫະລັດ ສະແດງອອກ ຊຶ່ງຄວາມເປັນມະ ນຸດສະທຳ ຊຶ່ງທ່ານເວົ້າວ່າ ຄວນມີການປ່ອຍຊາວອີຣ່ານ ທີ່ຖືກຄຸມຂັງ ຢູ່ຕາມສະຖານທີ່ ຕ່າງໆເຊັ່ນປະເທດໄທ ແລະຈໍເຈຍ ແລະນຳໂຕພວກເຂົາເຈົ້າ ມາຍັງສະຫະລັດ.

XS
SM
MD
LG