ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອີຣ່ານຍົກເລີກການປ່ອຍຊາວອະເມຣິກັນ


ອີຣ່ານ ໄດ້ຍົກເລີກຢ່າງກະທັນຫັນ ແຜນການປ່ອຍ ນຶ່ງໃນ ບັນດາ ພວກນັກເດີນປ່າ ຊາວອະເມຣິກັນ ທີ່ຖືກຄຸມຂັງຢູ່ ນະຄອນຫຼວງເຕຫະຣ່ານ ມາໄດ້ດົນກວ່ານຶ່ງປີແລ້ວນັ້ນຫຼັງ ຈາກພວກເຈົ້າໜ້າທີ່ຍຸຕິທຳ ໄດ້ກ່າວອ້າງ ເຖິງບັນຫາທາງ ດ້ານກົດໝາຍ ທີ່ຍັງບໍ່ທັນເປັນທີ່ຕົກແຕກເທື່ອ.

ຊະຕາກຳຂອງນາງ Sarah Shourd ຍັງຕົກຢູ່ໃນຄວາມ ສົງໄສບໍ່ແນ່ໃຈ ໃນວັນເສົາມື້ນີ້ ລຸນຫລັງທີ່ອົງການຂ່າວ ILNA ຂອງອີຣ່ານໄດ້ອ້າງຄຳເວົ້າ ຂອງຫົວໜ້າໄອຍະການ ທ່ານ Jafari Dolatabadi ທີ່ກ່າວວ່າ ຂະບວນການຍຸຕິ ທຳໃນຄະດີຂອງນາງ ຍັງບໍ່ທັນສິ້ນສຸດເທື່ອ.

ຂະນະດຽວກັນ ອົງການຂ່າວ IRNA ຂອງທາງການອີຣ່ານ ກໍກ່າວວ່າ ການຊັກຊ້າທີ່ວ່ານີ້ ແມ່ນໄດ້ຮັບການຢືນຢັນ ຈາກໂຄສົກ ຂອງທຳນຽບ ປະທານາທິບໍດີ Mahmoud Ahma- dinejad ທີ່ເວົ້າວ່າ ລາຍລະອຽດຕ່າງໆ ຈະປະກາດໃຫ້ຊາບ ຕາມພາຍຫຼັງ.

ນາງ Shourd ແລະເພື່ອນຊາວອະເມຣິກັນ ອີກ 2 ຄົນ ຄືນາຍ Shane Bauer ແລະ ນາຍ Josh Fattal ໄດ້ຖືກຈັບ ໃນວັນທີ 31 ກໍລະກົດ ປີ 2009 ແລະຕໍ່ມາໄດ້ຖືກກ່າວ ຫາວ່າເປັນສອດແນມ ແລະເຂົ້າເມືອງແບບຜິດກົດໝາຍ. ບຸກຄົນທັງ 3 ຢືນຢັດວ່າ ພວກ ເຂົາເຈົ້າ ໄດ້ຂ້າມເຂົ້າໄປໃນດິນແດນອີຣ່ານ ດ້ວຍຄວາມບັງເອີນແລະບໍ່ໄດ້ພົວພັນໃນການ ຈາລະກຳໃດໆ.

ການຊັກຊ້າທີ່ວ່ານີ້ ອາດມີຂຶ້ນ ເພື່ອສ້າງຄວາມອັບອາຍ ໃຫ້ແກ່ທ່ານ Ahmadinejad ທີ່ມີລາຍງານວ່າ ໄດ້ເຂົ້າແຊກແຊງ ເພື່ອຢາກໃຫ້ມີການປ່ອຍນາງ Shourd ໃນຖານະ ທີ່ເປັນ ການໃຫ້ອະໄພຍະໂທດ ທີ່ບັງເອີນມີຂຶ້ນ ເນື່ອງໃນໂອກາດວັນບຸນ Eid-al-Fitr ຊຶ່ງເປັນວັນສິ້ນສຸດຂອງເດືອນສັກສິດຣາມາດານ ໃນສາສະໜາອິສລາມ.

XS
SM
MD
LG