ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ນັກ​ເດີນ​ປ່າອາ​ເມຣິກັນ ທີ່ຖືກປ່ອຍຈາກອິຣ່ານ ເດີນທາງຮອດ ສະຫະລັດແລ້ວ (ເບິ່ງວີດີໂອ)


ນາຍ Fattal ແລະນາຍ Bauer ຖະແຫຼງຂ່າວ ຫລັງຈາກເດີນທາງ ມາເຖິງນິວຢອກ, ວັນທີ 25 ກັນຍາ 2011.
ນາຍ Fattal ແລະນາຍ Bauer ຖະແຫຼງຂ່າວ ຫລັງຈາກເດີນທາງ ມາເຖິງນິວຢອກ, ວັນທີ 25 ກັນຍາ 2011.

ນັກ​ເດີນ​ປ່າຊາວ​ອາ​ເມຣິກັນ 2 ຄົນ​ ທີ່​ຖືກ​ຈໍາຄຸກເປັນ​ເວລາ 2 ປີໃນອິຣ່ານ ​ໃນ​ຂໍ້ຫາ​ຈາລະ​ກໍານັ້ນ ກ່າວ​ວ່າ ພວກ​ເຂົາ​ຖືກ​ຈັບແລະ​ກັກ​ຂັງ​ໄວ້ ກໍ​ຍ້ອນວ່າ ​ເຂົາ​ເຈົ້າ​ເປັນ​ຊາວ​ອະ​ເມຣິກັນ ບໍ່​ແມ່ນ​ຍ້ອນວ່າ​ພວກ​ເຂົາ​ເຈົ້າ​ໄດ້​ກະທໍາ​ຜິດແຕ່ຢ່າງ​ໃດ​ເລີຍ.

ນາຍ Josh Fattal ​ແລະ ນາຍ Shane Bauer ​ຊຶ່ງໄດ້​ຖືກ​ຈັບ​ກຸມ​ພ້ອມ​ກັບ​ເພື່ອນ​ອີກ​ຄົນ​ນຶ່ງ ນາງ Sarah Shourd ​ໃນ​ຂະນະ​ທີ່​ເດີນ​ປ່າຕາມ​ເສັ້ນທາງ​ເລາະ​ລຽບຊາຍ​ແດນ Iraq-Iran ​ໃນເດືອນ​ກໍລະກົດ​ ປີ 2009 ນັ້ນ​ ໄດ້​ຖືກ​ປ່ອຍ​ຕົວໃນ​ວັນພຸດ​ແລ້ວ​ນີ້ ຫຼັງ​ຈາກ​ທີ່​ທາງປະ​ເທດ Oman ​ໄດ້ຈ່າ​ຍ​ເງິນ​ປະກັນ​ຕົວ​ຈໍານວນ 1 ລ້ານໂດ​ລ່າ ​ໃຫ້​ທາງ​ອິຣ່ານ. ສ່ວນນາງ Sarah ນັ້ນ​ແມ່ນ​ໄດ້​ປະກັນອອກ​ໄປ 5 ​ແສນໂດ​ລ່າ ​ໃນ​ປີ​ແລ້​ວນີ້.

ໃນການ​ຖະ​ແຫລ​ງຂ່າວ​ທີ່​ນະຄອນນິວຢອກໃນ​ວັນ​ອາທິດ​ວານ​ນີ້ ນາຍ Fattal ​ແລະນາຍ Bauer ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ຖືກ​ຈັບ​ໄວ້​ເປັນ​ຕົວ​ປະກັນ​ ກໍ​ຍ້ອນ ການ​ຜິດ​ຖຽງ​ກັນ​ທາງ​ການ​ເມືອງຂອງອິຣ່ານ ກັບສະຫະລັດ​ນັ້ນ.

ນາຍ Fattal ​ກ່າວ​ວ່າ ລາ​ວ​ກັບນາຍ Bauer ​ເກືອບ​ວ່າໄດ້​ຖືກ​ຂັງ​ດ່ຽວ ຢູ່ຕະຫລອດ ​ເວລາ​ ​ແລະ​ວ່າ​ພວກຕົນ​ຕ້ອງອົດອາຫານປະ​ທ້ວງຢູ່​ເລື້ອຍໆ ພຽງເພື່ອໃຫ້ໄດ້​ຮັບຈົດໝາຍ​ຈາກ​ຄອບຄົວ​. ລາວ​ຍັງ​ກ່າວ​ອີກ​ວ່າ ​ໃນຫຼາຍໆ​ຄັ້ງ ລາວ​ໄດ້​ຍິນ​ສຽງ​ຮ້ອງ​ດັ່ງລັ່ນ ຈາກພວກນັກ​ໂທດຄົນ​ອື່ນໆ ທີ່ຖື​ກທຸບ​ຕີທາລຸນ​ນັ້ນ ​ແຕ່​ລາວ​ບໍ່​ໄດ້​ເວົ້າ​ວ່າ ພວກ​ເຂົ້າ​ເຈົ້າໄດ້​ຮັບ​ຊະ​ຕາ​ກໍາ​ແບບ​ດຽວ​ກັນນີ້ ​ຫຼືບໍ່.

XS
SM
MD
LG