ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ອິຣ່ານໃຫ້ປະກັນໂຕ ນັກເດີນປ່າອາເມຣິກັນ


ໄອ​ຍະ​ການ​ອາວຸ​ໂສ​ທ່ານ​ນຶ່ງ​ຂອງ​ອິຣ່ານກ່າວ​ວ່າ ນັກເດີນ​ປ່າອາ​ເມຣິກັນ​ຄົນ​ນຶ່ງ​ທີ່​ອິຣ່ານ​ໄດ້​ກັກ​ໂຕ​ມາ​ເປັນ​ເວລາ​ປີ​ປາຍ​ ໃນ​ຂໍ້​ຫາ​ຖານເຂົ້າ​ເມືອງ​ຢ່າງ​ຜິດ​ກົດໝາຍ​ນັ້ນ ສາມາດ​ຖືກ​ປະກັນ​ໂຕ​ອອກ​ມາ​ໄດ້ໃນ​ໄວໆ​ນີ້​.

ທ່ານ Abba Jafari Dolatabadi ​ໄອ​ຍະ​ການ​ປະ​ຈໍາ​ນະຄອນຫລວງ​ເຕຮະຣານ ກ່າວ​ຕໍ່​ສື່​ມວນ​ຊົນ​ອິຣ່ານ​ໃນ​ວັນ​ອາທິດ​ມື້​ນີ້​ວ່າ ນາງ Sarah Shourd ສາມ​າດຖືກ​ປ່ອຍ​ໂຕອອກ​ມາ​ໄດ້​ ຫລັງ​ຈາກ​ຈ່າຍ​ຄ່າ​ປະກັນ​ໂຕ​ເປັນ​ເງິນ​ຈໍານວນ 5 ​ແສນ​ດອນ​ລາ​ແລ້ວ.

ໄດ້​ມີ​ການ​ຄາດ​ຄະ​ເນ​ກັນ​ກ່ອນ​ໜ້າ​ນີ້ວ່າ ​ນາງ Shourd ຈະ​ຖືກ​ປ່ອຍ​ໂຕ​ໃນ​ວັນ​ເສົາວານ​ນີ້​ ໃນ​ຖານະ​ເປັນ​ການ​ຜ່ອນ​ໂທດ​ແລະ​ສະ​ແດງ​ອອກເຖິງຄວາມ​ເມດ​ຕາປານີ ​ເນື່ອງ​ໃນວັນບຸນ Eid al-Fitr ຊຶ່ງ​ເປັນວັນສິ້ນ​ສຸດ ​ເດືອນ​ຖື​ສິນ​ອົດ​ອາຫານ Ramadan ຂອງ​ຊາວ​ມຸສລິ​ມ​ນັ້ນ ​ແຕ່​ພວກເຈົ້າ​ໜ້າ​ທີ່​ຝ່າຍ​ຕຸລາການ​ໄດ້​ລົບ​ລ້າງ​ແຜນການ​ປ່ອຍ​ໂຕ​ນາງ​ຢ່າງກະທັນຫັນ ​ໂດຍ​ກ່າວ​ວ່າ ຍັງ​ມີບັນຫາ​ທາງ​ກົດໝາຍ​ຫລາຍ​ຢ່າງທີ່​ແກ້​ໄຂ​ບໍ່​ທັນ​ໄດ້.

ນາງ Shourd ​ແລະ​ຄົນ​ອາ​ເມຣະກັນ​ອີກ 2 ຄົນ ຄື​ທ້າວ Shane Bauer​ ແລະ​ທ້າວ Josh Fattai ​ໄດ້​ຖືກ​ຈັບ​ໃນ​ວັນ​ທີ 31 ກໍລະກົດ ປີ 2009 ​ແລະຖືກ​ກ່າວ​ຫາໃນ​ເວລາ​ຕໍ່​ມາ​ວ່າ​ເປັນ​ສອດ​ແນມ​ແລະ​ເຂົ້າ​ເມືອງ​ ຢ່າງ​ບໍ່​ຖືກຕ້ອງ​ຕາມ​ກົດໝາຍ.

ຄົນ​ອາ​ເມຣິກັນ​ທັງ​ສາມ​ຢືນ​ຢັດ​ວ່າ ພວກ​ຕົນ​ໄດ້​ຍ່າງ​ເຂົ້າ​ໄປ​ໃນ​ດິນ​ແດນ​ຂອງ​ອິຣ່ານ​ໂດຍ​ບັງ​ເອີນ ​ແລະ​ບໍ່​ໄດ້​ມີ​ສ່ວນ​ພົວພັນ​ໃນ​ການ​ຈາລະ​ກໍາ​ແຕ່ງ​ຢ່າງ​ໃດ.

XS
SM
MD
LG