ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາງຊາຣາ ນັກເດີນປ່າຊາວອະເມຣິກັນ ຖືກປ່ອຍແລ້ວ


ອີຣ່ານໄດ້ປ່ອຍນັກເດີນປ່າຊາວອະເມຣິກັນຫຼັງຈາກໄດ້ມີ
ການປະກັນໂຕຜູ້ກ່ຽວ. ນາງ Sahra Shourd ນຶ່ງໃນ
ພວກນັກເດີນປ່າຊາວອະເມຣິກັນ 3 ຄົນ ທີ່ຖືກ ອີຣ່ານຈັບ
ມາໄດ້ດົນກວ່ານຶ່ງປີໃນຂໍ້ຫາຈາລະກຳນັ້ນ ໄດ້ພົບກັບແມ່
ຂອງລາວ ທີ່ປະເທດໂອມານໃນເຂດອ່າວເປີເຊຍຫຼັງຈາກ
ໄດ້ຖືກປ່ອຍລຸນຫຼັງທີ່ມີການປະກັນໂຕ 500,000 ໂດລາ.
ນາງ Shourd ອາຍຸ 32 ປີ ໄດ້ລົງມາຈາກເຮືອບິນຂອງ
ໂອມານ ໃນວັນອັງຄານວານນີ້ແລະໄດ້ສວມກອດຜູ້ເປັນແມ່
ທີ່ສະໜາມບິນ Muscat ນະຄອນຫຼວງຂອງໂອມານ.

ຫົວໜ້າໄອຍະການຂອງອີຣ່ານ ທ່ານ Abbas Jafari Dowlatabadiກ່າວຕໍ່ໂທລະ
ພາບຂ່າວພາສາອັງກິດຂອງອີຣ່ານວ່ານາງ Shourd ໄດ້ຖືກປ່ອຍ ຫຼັງຈາກມີການຈ່າຍ
ເງິນຄ່າປະກັນໂຕໃຫ້ແກ່ທະນາຄານ Melli ຂອງອີຣ່ານທີ່ນະຄອນ Muscat.

ໂຄສົກກະຊວງການຕ່າງປະເທດສະຫະລັດທ່ານ P.J. Crowley ກ່າວວ່າສະຫະລັດ
ບໍ່ໄດ້ຈ່າຍເງິນເພື່ອໃຫ້ມີການປ່ອຍນາງ Shourd ແຕ່ໄດ້ມີອົງການ ຫຼືສ່ວນບຸກຄົນທີ່ບໍ່
ໄດ້ລະບຸຊື່ ທີ່​ໄດ້​ໃຫ້​ຄວາມ​ໝັ້ນ​ໃຈ​ແກ່​ອິຣ່ານຢ່າງພຽງພໍ ເພື່ອໃຫ້ມີການປ່ອຍໂຕນາງ.
ທ່ານ Crowley ກ່າວວ່າ ເມື່ອໄວໆມານີ້ ໂອມານໄດ້ກາຍເປັນຜູ້ເຈລະຈາທີ່ສຳຄັນ
ລະຫວ່າງສະຫະລັດແລະອີຣ່ານ ກ່ຽວກັບຄະດີນີ້ ແລະວ່າລັດຖະບານທ່ານໂອບາມາ
ຂໍສະແດງຄວາມຂອບຄຸນຕໍ່ບົດບາດນີ້ ຂອງໂອມານ.

XS
SM
MD
LG