ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານໂອບາມາ ຮຽກຮ້ອງໃຫ້ ອິຣ່ານປ່ອຍຊາວອາເມລິກັນ


ກະຊວງຕ່າງປະເທດອິຣ່ານກ່າວວ່າ ພວກເດີນປ່າຊາວ ອາເມຣິກັນສາມຄົນທີ່ຖືກຈັບ​ແລະ​ກັກ​ຂັງ​ໄວ້​ໃນອິຣ່ານ ໃນລະຫວ່າງປີຜ່ານມານີ້ ຄວນຈະຖືກດຳເນີນຄະດີ.

ນາຍ ຣາມິນ ເມຫະມານປາຣາສ ໂຄສົກກະຊວງຕ່າງ ປະເທດຂອງ ອິຣ່ານກ່າວເມື່ອວັນອາທິດມື້ນີ້ວ່າ ມີ ຫລັກຖານພຽງພໍທີ່ວ່າ ນາຍ Shane Bauer, ນາງ Sarah Shourd ແລະນາຍ Josh Fattal ໄດ້ເຂົ້າ ປະເທດຢ່າງຜິດກົດໝາຍ.

ທາງການອິຣ່ານໄດ້ກ່າວ​ເປັນໃນໆວ່າ ພວກເດີນປ່າ ອາເມຣິກັນສາມຄົນນັ້ນ ແມ່ນມີເຈດຕະນາທີ່​ຈະປະຕິບັດການກໍ່ວິນາດສະກຳ ຕໍ່ຕ້ານອິຣ່ານ ແຕ່ກໍບໍ່​ໄດ້ມີການ​ຕັ້ງຂໍ້ຫາ​ໃດໆຕໍ່ພວກເຂົາເຈົ້າ ເຖິງແມ່ນ​ໄດ້ມີການສອບປາກສອບຄຳຢ່າງ ຂຸ້ນຂ້ຽວກໍຕາມ ແຕ່ທາງການສະຫະລັດແລະຄອບຄົວຂອງພວກກ່ຽວກ່າວ ວ່າພວກເຂົາເຈົ້າ ບໍ່ມີຄວາມຜິດ.

ປະທານາທິບໍດີ ບາຣັກ ໂອບາມາ ໄດ້ຮຽກຮ້ອງໄປຍັງກຸງເຕຫະຣ່ານ ເມື່ອວັນສຸກຜ່ານມາ ຂໍໃຫ້ປ່ອຍ ພວກເດີນປ່າຊາວອາເມຣິກັນສາມ ຄົນນັ້ນໂດຍທັນທີ ຊຶ່ງທ່ານໂອບາມາກ່າວ ວ່າການກັກຂັງ​ເຂົາ​ເຈົ້າ​ຢ່າງ​ບໍ່ຍຸຕິ​ທໍານັ້ນ ບໍ່ໄດ້ກ່ຽວກັບບັນຫາຕ່າງໆ ທີ່ສືບຕໍ່ແບ່ງແຍກ ປະຊາຄົມນາໆຊາດຈາກອິຣ່ານນັ້ນເລີຍ. ວັນສຸກຜ່ານມານີ້ເປັນຂີດໝາຍຄົບນຶ່ງປີ ທີ່ພວກ ເດີນປ່າຊາວໜຸ່ມອາເມຣິກັນສາມຄົນນີ້​ຖືກ​ຈັບຢູ່​ໃນເຂດ ຊາຍແດນອິຣ່ານທີ່ຕິດກັບອີຣັກນັ້ນ.

XS
SM
MD
LG