ຜູ້ບັນຊາການຂັ້ນອາວຸໂສທ່ານນຶ່ງຂອງກອງທັບອີຣ່ານກ່າວວ່າ ກຸງເຕຫະຣ່ານໄດ້ຖອດລະຫັດລັບຕ່າງໆຂອງເຮືອບິນສອດແນມທີ່ບໍ່ມີຄົນຂັບຂອງສະຫະລັດລໍານຶ່ງ ທີ່ກອງທັບອີຣ່ານຍຶດໄດ້ໃນປີແລ້ວນີ້ ແລະໄດ້ເລີ້ມລຽນແບບກໍ່ສ້າງເຮືອບິນດັ່ງກ່າວນີ້ແລ້ວ.
ບັນດາອົງການຂ່າວຕ່າງໆຂອງອີຣ່ານ ໄດ້ອ້າງຄໍາເວົ້າຂອງນາຍພົນ Amir Ali Hajizadeh ຫົວໜ້າກອງພົນການບິນແລະອະວະກາດຂອງໜ່ວຍພິທັກການປະຕິວັດທີ່ມີອໍານາດຫຼາຍທີ່ສຸດຂອງອີຣ່ານ ໃນວັນອາທິດມື້ຶ້ນີ້ວ່າ ພວກນັກຊ່ຽວຊານກໍາລັງເກັບກູ້ຂ່າວຂໍ້ມູນຈາກເຮືອບິນສອດແນມຮຸ່ນ RD-170 Sentinel ທີ່ກອງທັບອີຣ່ານຍຶດໄດ້ໃນເດືອນທັນວາຫລັງຈາກທີ່ມັນຕົກລົງໃນພາກຕາເວັນອອກຂອງອີຣ່ານໃນປີແລ້ວນີ້.
ບັນດາເຈົ້າໜ້າທີ່ສະຫະລັດໄດ້ຮັບຮູ້ວ່າ ໄດ້ສູນເສຍເຮືອບິນລາດຕາເວັນທີ່ບໍ່ມີຄົນຂັບລໍານີ້ແທ້ ແຕ່ກໍເວົ້າວ່າ ອີຣ່ານຈະປະສົບກັບຄວາມຫຍຸ້ງຍາກ ທີ່ຈະສວາຍໃຊ້ຂໍ້ມູນແລະເທັກໂນໂລຈີໃດໆຢູ່ໃນເຮືອບິນລໍານີ້ ຍ້ອນວ່າ ໄດ້ມີການເອົາບາດກ້າວຕ່າງໆເພື່ອຈໍາກັດຄຸນຄ່າໃນດ້ານຂ່າວລັບຂອງພວກເຮືອບິນທີ່ບໍ່ມີຄົນຂັບ ທີ່ບິນປະຕິບັດງານຢູ່ໃນເຂດນ່ານຟ້າຂອງຝ່າຍສັດຕູນັ້ນ.