ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອີຣ່ານກ່າວວ່າ ຈະມີການແລກປ່ຽນນັກໂທດ ກັບສະຫະລັດ ໃນວັນຈັນມື້ນີ້


ແຟ້ມຮູບ-ຜູ້ຊາຍຄົນນຶ່ງ ຍ່າງຜ່ານສະຖານທູດເກົ່າຂອງສະຫະລັດ, ເຊິ່ງໄດ້ປ່ຽນເປັນຫໍພິພິທະພັນຕໍ່ຕ້ານຊາວອາເມຣິກັນ ໃນນະຄອນຫຼວງເຕຫະຣ່ານ, ວັນທີ 19 ສິງຫາ 2023. ຄາດວ່າ ຈະມີການແລກປ່ຽນນັກໂທດລະຫວ່າງ ສະຫະລັດ ແລະ ອີຣ່ານ ໃນໄວໆນີ້.
ແຟ້ມຮູບ-ຜູ້ຊາຍຄົນນຶ່ງ ຍ່າງຜ່ານສະຖານທູດເກົ່າຂອງສະຫະລັດ, ເຊິ່ງໄດ້ປ່ຽນເປັນຫໍພິພິທະພັນຕໍ່ຕ້ານຊາວອາເມຣິກັນ ໃນນະຄອນຫຼວງເຕຫະຣ່ານ, ວັນທີ 19 ສິງຫາ 2023. ຄາດວ່າ ຈະມີການແລກປ່ຽນນັກໂທດລະຫວ່າງ ສະຫະລັດ ແລະ ອີຣ່ານ ໃນໄວໆນີ້.

ອີຣ່ານກ່າວວ່າ ພວກເຂົາຄາດວ່າ ຈະມີການແລກປ່ຽນນັກໂທດກັບສະຫະລັດ ແລະປ່ອຍເງິນຈໍານວນ 6 ຕື້ໂດລາ ທີ່ຈະມີຂຶ້ນໃນວັນຈັນມື້ນີ້.

ໂຄສົກກະຊວງການຕ່າງປະເທດຂອງອີຣ່ານ ທ່ານນາສຊາ ການານີ (Nasser Kanaani) ກ່າວໃນລະຫວ່າງການຖະແຫຼງຂ່າວວ່າ ອີຣ່ານຄາດຄະເນກອງທຶນ ເຊິ່ງຖືກກັກ​ໄວ້ພາຍໃຕ້ການລົງໂທດຂອງສະຫະລັດ ແລະໃຊ້ສໍາລັບຈຸດປະສົງທາງດ້ານມະນຸດສະທໍາເທົ່ານັ້ນ, ຈະ​ຖືກໂອນຈາກບັນຊີຢູ່ໃນເກົາຫຼີໃຕ້ ໄປຫາບັນຊີໃນປະເທດກາຕ້າ.

ທ່ານຈອນ ເຄີບີ, ໂຄສົກສະພາຄວາມໝັ້ນຄົງຂອງທໍານຽບຂາວ ກ່າວຕໍ່ VOA ໃນອາທິດແລ້ວນີ້ວ່າ ລັດຖະບານ ທ່ານໄບເດັນ ຫວັງວ່າ ການໂອນ ເຊິ່ງລວມມີທັງຊາວອາເມຣິກັນ 5 ຄົນ ທີ່ລັດຖະບານສະຫະລັດກ່າວວ່າຖືກກັກຂັງແບບບໍ່ຍຸຕິທໍາຢູ່ໃນອີຣ່ານ, ຈະຕ້ອງເກີດຂຶ້ນ “ໃນອີກບໍ່ເທົ່າໃດມື້.”

ຊາວອາເມຣິກັນສາມຄົນທີ່ຈະມີການແລກປ່ຽນໂຕ ມີການເປີດເຜີຍອອກສູ່ສັງຄົມຄື: ເຊຍແມັກ ນາມາຊີ (Siamak Namazi), ເອມາດ ຊາກີ (Emad Shargi), ໂມຣາດ ຕາບາສ (Morad Tahbaz). ໃນຈໍານວນນີ້ ລວມມີຊາວອາເມຣິກັນນຶ່ງຄົນ ທີ່ບໍ່ໄດ້ລະບຸຊື່ ຖືກຍົກຍ້າຍຈາກຄຸກ ເອີວິນ (Evin) ໃນນະ ຄອນຫຼວງເຕຫະຣ່ານ ໄປກັກ​ບໍ​ລິ​ເວນຢູ່ເຮືອນ, ໃນຂະນະທີ່ແມ່ຍິງຊາວອາເມຣິກັນຄົນນຶ່ງ ທີ່ຖືກຈັດເຂົ້າໃນສ່ວນຂອງຂໍ້ຕົກລົງ ກໍຖືກກັກ​ບໍ​ລິ​ເວນຢູ່ເຮືອນແລ້ວເຊັ່ນດຽວກັນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG