ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອີຣ່ານກ່າວວ່າ ການໂຈມຕີຂອງ ສະຫະລັດ ແລະ ອັງກິດ ໃສ່ເຢເມນ ເປັນການ 'ເພີ້ມຄວາມເຄັ່ງຕຶງຫຼາຍຂຶ້ນ'


ແຟ້ມຮູບ-ໂຄສົກກະຊວງການຕ່າງປະເທດຂອງອີຣ່ານ ທ່ານນາສເຊີ ຄານານີ ກ່າວປາໄສໃນລະຫວ່າງການຖະແຫຼງຂ່າວໃນນະຄອນຫຼວງເຕຫະຣ່ານ, ວັນທີ 13 ກໍລະກົດ 2022.
ແຟ້ມຮູບ-ໂຄສົກກະຊວງການຕ່າງປະເທດຂອງອີຣ່ານ ທ່ານນາສເຊີ ຄານານີ ກ່າວປາໄສໃນລະຫວ່າງການຖະແຫຼງຂ່າວໃນນະຄອນຫຼວງເຕຫະຣ່ານ, ວັນທີ 13 ກໍລະກົດ 2022.

ໃນ​ວັນ​ອາທິດ​ວານ​ນີ້, ອີຣ່ານ ​ໄດ້​ປະນາມ​ການ​ໂຈມ​ຕີ​ຄັ້ງຫຼ້າສຸດຂອງ ​ສະຫະລັດ ​ແລະ​ ອັງກິດ ​ຕໍ່​ເຢ​ເມນ, ​ໂດຍ​ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ກໍາລັງພະຍາຍາມເພີ້ມ "ຄວາມ​ເຄັ່ງ​ຕຶງ ​ແລະ​ວິ​ກິດ​ການ" ຢູ່​ໃນ​ພາກ​ພື້ນ, ອີງຕາມລາຍງານຂອງອົງການຂ່າວ AFP.

ໃນ​ວັນ​ເສົາ​ກ່ອນໜ້ານັ້ນ, ກອງ​ກຳລັງຂອງ​ອາ​ເມ​ຣິ​ກາ ​ແລະ ອັງກິດ ​ໄດ້​ທຳ​ການ​ໂຈມ​ຕີ​ຄັ້ງ​ໃໝ່​ຕໍ່​ເປົ້າ​ໝາຍກຸ່ມກະບົດຮູຕີ 18 ​ແຫ່ງ​ໃນ​ເຢ​ເມນ, ​ເພື່ອ​ຕອບ​ໂຕ້​ຕໍ່ຄື້ນ​ການ​ໂຈມ​ຕີ​ຂອງ​ກຸ່ມ​ທີ່​ໜຸນ​ຫຼັງ​ໂດຍ​ອີຣ່ານໃສ່ເສັ້ນທາງ​ການ​ຂົນ​ສົ່ງ​ໃນບໍລິເວນຂົງເຂດ​ທະ​ເລ​ແດງ.

ໂຄສົກກະຊວງການຕ່າງປະເທດອີຣ່ານ ທ່ານນາສເຊີ ຄານານີ (Nasser Kanani) ກ່າວໃນຖະແຫຼງການສະບັບນຶ່ງວ່າ “ດ້ວຍການໂຈມຕີດັ່ງກ່າວ, ອາເມຣິກາ ແລະ ອັງກິດ ພະຍາຍາມເພີ້ມທະວີຄວາມເຄັ່ງຕຶງ ແລະ ວິກິດການຕ່າງໆ ຢູ່ໃນພາກພື້ນ, ພ້ອມດ້ວຍການຂະຫຍາຍຂອບເຂດສົງຄາມ ແລະ ຄວາມບໍ່ໝັ້ນຄົງ.”

ທ່ານ ຄານານີ ກ່າວຕື່ມວ່າ "ແນ່ນອນ, ການປະຕິບັດງານທາງທະຫານໂດຍພະລະການ ແລະມີທ່າທີຮຸກຮານແບບນີ້, ນອກຈາກຈະເຮັດໃຫ້ບໍ່ມີຄວາມສະຫງົບ ແລະບໍ່ມີສະຖຽນລະພາບໃນພາກພື້ນ ກໍຍັງຮ້າຍແຮງຂຶ້ນແລ້ວ, ຊໍ້າຍັງຈະບໍ່ບັນລຸຜົນສໍາເລັດໃດໆສຳລັບບັນດາປະເທດຜູ້ຮຸກຮານເຫຼົ່ານີ້ອີກດ້ວຍ."

ທ່ານ​ໄດ້​ກ່າວ​ປະນາມ​ສະຫະລັດ ​ແລະ ​ອັງກິດ ​ຕື່ມ​ວ່າ ​ບໍ່ປະສົບຜົນສໍາເລັດໃນການ “ດຳ​ເນີນງານ​ເຄື່ອນ​ໄຫວ​ຢ່າງ​ທັນ​ການ ​ແລະ​ມີ​ປະສິດທິ​ຜົນ” ​ເພື່ອ​ຍຸຕິ​ການ​ຕໍ່ສູ້​ທີ່​ຮ້າຍ​ແຮງ​ຂອງ​ອິສຣາ​ແອລ​ ຢູ່ໃນຂົງ​ເຂດ​ກາຊາ.

ພວກກຸ່ມກະບົດຮູຕີກ່າວ​ວ່າ ການ​ໂຈມ​ຕີຫຼາຍໆຄັ້ງ​ຂອງ​ພວກເຂົາ ໃສ່​ການ​ຂົນ​ສົ່ງ​ໃນ​ທົ່ວ​ບໍລິເວນທະ​ເລ​ແດງ ​ເປັນ​ການ​ສະ​ໜັບ​ສະ​ໜຸນ​ຊາວ​ປາ​ແລັ​ສ​ໄຕ​ນ໌ ທີ່​ໄດ້​ຮັບ​ຜົນ​ເສຍ​ຫາຍ​ຈາກ​ສົງ​ຄາມຢູ່ໃນຂົງເຂດກາຊາ.

ການ​ໂຈມຕີ​ທາງ​ທະຫານ​ຂອງ​ອິສຣາ​ແອ​ລຢູ່​ໃນຂົງ​ເຂດ​ກາຊາ​ ​ເລີ້ມຕົ້ນ​ຂຶ້ນລຸນ​ຫລັງການໂຈມຕີ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ​ຂອງ​ພວກ​ກໍ່​ການ​ຮ້າຍຫົວຮຸນແຮງຮາມາສ ໃນ​ວັນ​ທີ 7 ຕຸລາ ​ທີ່​ຜ່ານ​ມາ ເຂົ້າ​ໃສ່ທາງ​ພາກ​ໃຕ້​ຂອງ​ອິສຣາ​ແອ​ລ.

ອີ​ຣ່ານ​ ສະ​ໜັບ​ສະ​ໜຸນ​ກຸ່ມຮາມາສ, ແຕ່​ໄດ້​ປະ​ຕິ​ເສດ​ວ່າ ​ບໍ່​ມີ​ສ່ວນ​ກ່ຽວ​ຂ້ອງໃດໆ​ໃນ​ການ​ໂຈມ​ຕີເມື່ອ​ວັນ​ທີ 7 ຕຸ​ລາ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG