ອັງກິດໄດ້ກັກຊັບສິນຂອງຊາຍ 5 ຄົນທີ່ມີສ່ວນພົວພັນນໍາອັນທີ່ຖືກກ່າວຫາວ່າ ເປັນການວາງແຜນຂອງອິຣ່ານທີ່ຈະລອບສັງຫານເອກອັກຄະລັດຖະທູດຊາອູດີ ອາຣາເບຍ ປະຈໍາສະຫະລັດນັ້ນ.
ຊາຍ 5 ຄົນນັ້ນແມ່ນ ໂຮມທັງຊາວອິຣ່ານສອງຄົນ ທີ່ສະຫະລັດກ່າວວ່າ ໄດ້ຖືກຟ້ອງຮ້ອງໃນ ຖານມີສ່ວນພົວພັນນໍາການວາງແຜນດັ່ງກ່າວ ແລະອີກຄົນນຶ່ງທີ່ອັງກິດກ່າວວ່າ ເປັນຜູ້ບັນຊາການຄົນນຶ່ງຂອງກໍາລັງພິທັກການປະຕິວັດຂອງອິຣ່ານ.
ທາງຝ່າຍປະທານາທິບໍດີ Mahmoud Ahmadinejad ແຫ່ງອິຣ່ານ ນັ້ນ ໄດ້ກ່າວຫາ
ສະຫະລັດວ່າ ເສກສັນປັ້ນແຕ່ງເລື້ອງນີ້ຂຶ້ນມາ ເພື່ອສ້າງຄວາມແຕກແຍກຂຶ້ນລະຫວ່າງ
ອິຣ່ານແລະຊາອູດີອາຣາເບຍ.
ໃນການໃຫ້ສໍາພາດກັບຕາໜ່າງໂທລະພາບ Al-Jazeera ໃນແລງວັນ ຈັນວານນີ້ ທ່ານອາມາດີເນຈາດ ກ່າວວ່າ ສະຫະລັດຈະບໍ່ບັນລຸຜົນຫຍັງໝົດໃນການກ່າວຫາອີຣ່ານ ແລະວ່າ ການກ່າວຫາເຫລົ່ານີ້ແມ່ນມີເປົ້າໝາຍ ເພື່ອຫັນເຫຄວາມສົນໃຈໄປຈາກບັນຫາເສດຖະກິດຂອງສະຫະລັດນັ້ນນໍາ.
ທ່ານອາມາດີເນຈາດ ປະຕິເສດວ່າ ສາທາລະນະລັດອິສລາມອີຣ່ານແລະລັດຖະບານກຸງວໍຊິງຕັນ ບໍ່ໄດ້ຢູ່ໃນຂັ້ນຕອນທີ່ຈະກ້າວໄປສູ່ການ ເກີດບັນຫາຂັດແຍ້ງກັນທາງດ້ານທະຫານ ແຕ່ທ່ານໄດ້ປະນາມໃນອັນ ທີ່ທ່ານເອີ້ນວ່າ ການແຊກແຊງຢ່າງແຜ່ຫລາຍຂຶ້ນຂອງອາເມຣິກາໃນກິດຈະການຂອງພາກພື້ນ.
ໃນເຊົ້າວັນຈັນວານນີ້ ອົງການຂ່າວ IRNA ທາງການຂອງອີຣ່ານກ່າວວ່າ ທ່ານ Ali-Akbar Salehi ລັດຖະມົນຕີການຕ່າງປະເທດຂອງອີຣ່ານໄດ້ຮຽກຮ້ອງໃຫ້ສະຫະລັດນຳສະເໜີເອກະສານຕ່າງໆ ທີ່ຕົນມີກ່ຽວກັບເລື້ອງນີ້ ໃຫ້ແກ່ອີຣ່ານ.
ເບິ່ງວີດີໂອລາຍງານກ່ຽວກັບຜູ້ຕ້ອງຫາໃນຄະດີນີ້ ທີ່ຖືກຈັບຢູ່ສະຫະລັດ: