ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ເທີກີ ປະຕິເສດ ຕໍ່ການຢຸດຍິງ ແລະ ກ່າວວ່າ ຈະສືບຕໍ່ການບຸກໂຈມຕີ ໃນພາກເໜືອຊີເຣຍ


ຄວັນພຸ່ງຂຶ້ນສູ່ທ້ອງຟ້າ ຈາກເມືອງ Taybat al Imam ຫຼັງຈາກ ພວກນັກລົບກະບົດ ຫົວຮຸນແຮງຈັດ ຂອງກຸ່ມ Jund al-Aqsa ໄດ້ບຸກໜ້າເຂົ້າໄປໃນເມືອງ ຢູ່ແຂວງ Hama ຂອງຊີເຣຍ, ວັນທີ 31 ສິງຫາ 2016.
ຄວັນພຸ່ງຂຶ້ນສູ່ທ້ອງຟ້າ ຈາກເມືອງ Taybat al Imam ຫຼັງຈາກ ພວກນັກລົບກະບົດ ຫົວຮຸນແຮງຈັດ ຂອງກຸ່ມ Jund al-Aqsa ໄດ້ບຸກໜ້າເຂົ້າໄປໃນເມືອງ ຢູ່ແຂວງ Hama ຂອງຊີເຣຍ, ວັນທີ 31 ສິງຫາ 2016.

ໃນວັນພຸດວານນີ້ ເທີກີ ໄດ້ປະຕິເສດ ຕໍ່ການກ່າວອ້າງຂອງສະຫະລັດ ທີ່ວ່າ ຕົນໄດ້ຕົກ ລົງຢຸດຍິງ ກັບພວກນັກລົບຊາວເຄີດ ແລະ ກ່າວວ່າ ຕົນຈະບໍ່ຢຸດການບຸກໂຈມຕີ ຢູ່ໃນ ພາກເໜືອຂອງຊີເຣຍ ຈົນກວ່່າ ໄພຂົ່ມຂູ່ທັງໝົດ ຈະຖືກກຳຈັດ​ໃຫ້​ໝົດ​ສິ້ນ​ໄປ.

ສະຫະລັດ ໄດ້ຂໍໃຫ້ເທີກີ ຍຸຕິການບຸກໂຈມຕີຕໍ່ຊາວເຄີດແລະເພັ່ງເລັງ ຄວາມພະຍາຍາມ ໃສ່ ການຕໍ່ສູ້ຕ້ານກຸ່ມລັດອິສລາມ​ແທນ ແຕ່ໂຄສົກຂອງ ທ່ານ Recep Tayyip Erdogan ປະທານາທິບໍດີ ຂອງເທີກີ ໄດ້ເອີ້ນການ​ຢຸດ​ຍິງນັ້ນວ່າ “ເປັນໄປບໍ່ໄດ້.”

ແຜນທີ່ ຂົງເຂດ ຊາຍແດນ ລະຫວ່າງ ເທີກີ ແລະ ຊີເຣຍ ທີ່ມີການສູ້ລົບກັນ
ແຜນທີ່ ຂົງເຂດ ຊາຍແດນ ລະຫວ່າງ ເທີກີ ແລະ ຊີເຣຍ ທີ່ມີການສູ້ລົບກັນ

ທ່ານໄດ້ເວົ້າວ່າ “ພວກເຂົາເຈົ້າ ຍັງຄົງເປັນເປົ້າໝາຍຂອງພວກເຮົາຢູ່ ເວັ້ນເສຍແຕ່ວ່າ ພວກເຂົາເຈົ້າ ຈະຖອຍໄປ ທາງຟາກຕາເວັນອອກ ຂອງແມ່ນ້ຳ Euphrates.”

ໃນຂະນະທີ່ເທີກີ ໄດ້ປະຕິເສດວ່າ ຕົນໄດ້​ທຳ​ການຢຸດຍິງກັບພວກຊາວເຄີດ ແລະວັນພຸດ ວານ​ນີ້ ເປັນຂີດໝາຍຂອງມື້ທີສາມ ທີ່ບໍ່ມີລາຍງານການສູ້ລົບກັນລະຫວ່າງທັງສອງຝ່າຍ ເຊິ່ງຕ່າງ​ກໍ​ເປັນພັນທະມິດຂອງສະຫະລັດ ໄດ້ເຮັດຕາມການຮຽກຮ້ອງໃຫ້ມີ​ຄວາມສະຫງົບ ຢ່າງນ້ອຍກໍໃນເວລານີ້.

ເທີກີໄດ້ເປີດສາກບຸກໂຈມຕີ​ເຂົ້າ​ໄປ​ໃນ​ຊີ​ເຣຍ​ ເມື່ອສັບປະດາແລ້ວນີ້ ໂດຍແນເປົ້າໝາຍ ໃສ່ ພວກຫົວຮຸນແຮງ ລັດອິສລາມ ພ້ອມກັບພວກນັກລົບຊາວເຄີດທີ່ໜູນຫຼັງ ໂດຍ ສະຫະລັດ ເຊິ່ງລັດຖະບານ ເທີກີ ຖືວ່າ ມີ​ຄວາມ​ສຳພັນກັບພວກກະບົດ ຈາກພັກ ກຳມະກອນ ຊາວເຄີດໃນປະເທດ ຂອງ​ຕົນ. ການປະທະກັນ ລະຫວ່າງກຳລັງ​ເທີ​ກີ ແລະ ຊາວເຄີດ ໄດ້ກາຍເປັນເລື່ອງ ສັບສົນເພີ້ມຕື່ມອີກ ອັນເປັນສະຖານະການ ທີ່ສະລັບສັບ ຊ້ອນຢູ່ແລ້ວນັ້ນ ໃນຊີເຣຍ ບ່ອນທີ່ລັດຖະບານ ໄດ້ຮັບການສະໜັບສະໜູນຈາກອີຣ່ານ ຣັດເຊຍ ແລະ ກຸ່ມພວກຫົວ ຮຸນແຮງ Hezbollah ທີ່ມີຖານ​ປະຕິບັດ​ງານຢູ່ໃນ Lebanon ໃນຂະນະດຽວກັນ ສະຫະລັດ ແລະ ບັນດາມະຫາອຳນາດຕາເວັນຕົກອື່ນໆ ໄດ້ໜູນຫຼັງ ພວກນັກລົບຝ່າຍ ຕໍ່ຕ້ານລັດຖະບານ​ ໃນຊີເຣຍ.

ນາຍົກລັດຖະມົນຕີຂອງເທີກີ ທ່ານ Binali Yildrim ໄດ້ກ່າວຕໍ່ບັນດານັກຂ່າວວ່າ “ຈົນ ກວ່າ ກຸ່ມກໍ່ການຮ້າຍ ແລະ ໄພຂົ່ມຂູ່ທັງຫຼາຍ ຕໍ່ເຂດຊາຍແດນ ແລະພົນລະເມືອງ ຂອງພວກເຮົາ ໄດ້ຖືກກຳຈັດ​ໃຫ້ໝົດ​ໄປ ການປະຕິບັດການຂອງພວກເຮົາຈະດຳ​ເນີນຕໍ່ໄປ.”

ກ່ອນໜ້າ ມື້ວັນພຸດວານນີ້ ອີຣ່ານໄດ້ຮຽກຮ້ອງໃຫ້​ເທີ​ກີ ຍຸຕິການບຸກໂຈມຕີທາງ ທະຫານ ຢູ່ໃນພາກ ເໜືອຂອງຊີເຣຍ ​ໂດຍ​ໄວ ​ແລະກ່າວວ່າ ການສືບຕໍ່ມີໜ້າ ຂອງກຳລັງເທີກີ ມີ​ແຕ່ຈະເຮັດ ໃຫ້ການຂັດແຍ້ງ​ເພີ້ມທະວີຂຶ້ນຕື່ມ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

U.S. General Joseph Votel, CENTCOM, on Iran Naval Maneuvers
please wait

No media source currently available

0:00 0:00:36 0:00

XS
SM
MD
LG