ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ອີຣ່ານ ຮຽກຮ້ອງ ໃຫ້​ເທີ​ກີ ຍຸຕິການບຸກໂຈມຕີ ທາງທະຫານ ຢູ່ພາກເໜືອຂອງຊີເຣຍ ​


ທະຫານຂອງເທີກີ ເຄື່ອນກຳລັງເຂົ້າໄປໃນຊີເຣຍ ຢູ່ໃກ້ກັບເມືອງຊາຍແດນ Karkamis ຂອງເທີກີ, ເມື່ອວັນສຸກ ທີ 26 ສິງຫາ 2016.
ທະຫານຂອງເທີກີ ເຄື່ອນກຳລັງເຂົ້າໄປໃນຊີເຣຍ ຢູ່ໃກ້ກັບເມືອງຊາຍແດນ Karkamis ຂອງເທີກີ, ເມື່ອວັນສຸກ ທີ 26 ສິງຫາ 2016.

ອີຣ່ານ ໄດ້ຮຽກຮ້ອງ ໃນວັນພຸດມື້ນີ້ ໃຫ້​ເທີ​ກີ ຍຸຕິການບຸກໂຈມຕີທາງ ທະຫານ ຢູ່ໃນພາກ ເໜືອຂອງຊີເຣຍ ​ໂດຍ​ໄວ ​ແລະກ່າວວ່າ ການສືບຕໍ່ມີໜ້າ ຂອງກຳລັງເທີກີ ມີ​ແຕ່ຈະເຮັດ ໃຫ້ການຂັດແຍ້ງ​ເພີ້ມທະວີຂຶ້ນຕື່ມ.

ເທີກີໄດ້ເປີດສາກບຸກໂຈມຕີ​ເຂົ້າ​ໄປ​ໃນ​ຊີ​ເຣຍ​ ໂດຍແນເປົ້າໝາຍໃສ່ ພວກຫົວຮຸນແຮງ ລັດອິສລາມ ພ້ອມກັບພວກນັກລົບຊາວເຄີດທີ່ໜູນຫຼັງໂດຍສະຫະລັດ ເຊິ່ງລັດຖະບານ ເທີກີ ຖືວ່າ ມີ​ຄວາມ​ສຳພັນກັບພວກກະບົດ ຈາກພັກກຳມະກອນຊາວເຄີດໃນປະເທດ ຂອງ​ຕົນ. ການປະທະກັນ ລະຫວ່າງກຳລັງ​ເທີ​ກີ ແລະ ຊາວເຄີດ ໄດ້ກາຍເປັນເລື່ອງ ສັບສົນເພີ້ມຕື່ມອີກ ອັນເປັນສະຖານະການ ທີ່ສະລັບສັບຊ້ອນຢູ່ແລ້ວນັ້ນ ໃນຊີເຣຍ ບ່ອນທີ່ລັດຖະບານ ໄດ້ຮັບການສະໜັບສະໜູນຈາກອີຣ່ານ ຣັດເຊຍ ແລະ ກຸ່ມພວກຫົວ ຮຸນແຮງ Hezbollah ທີ່ມີຖານ​ປະຕິບັດ​ງານຢູ່ໃນ Lebanon ໃນຂະນະດຽວກັນ ສະຫະລັດ ແລະ ບັນດາມະຫາອຳນາດຕາເວັນຕົກອື່ນໆ ໄດ້ໜູນຫຼັງພວກນັກລົບຝ່າຍ ຕໍ່ຕ້ານລັດຖະບານ​ ໃນຊີເຣຍ.

ລົດຖັງຂອງເທີກີ ຄັນໜຶ່ງ ແມ່ນປະຈຳການ ຢູ່ໃກ້ກັບເຂດຊາຍແດນ ຂອງຊີເຣຍ ໃນເມືອງ Karkamis ຂອງເທີກີ, ວັນທີ 29 ສິງຫາ 2016.
ລົດຖັງຂອງເທີກີ ຄັນໜຶ່ງ ແມ່ນປະຈຳການ ຢູ່ໃກ້ກັບເຂດຊາຍແດນ ຂອງຊີເຣຍ ໃນເມືອງ Karkamis ຂອງເທີກີ, ວັນທີ 29 ສິງຫາ 2016.

ໂຄສົກກະຊວງການຕ່າງປະເທດອີຣ່ານ ທ່ານ Bahram Ghasemi ໄດ້ເອີ້ນການເຄື່ອນ ໄຫວຂອງເທີກີ ນັ້ນວ່າ ເປັນການລ່ວງລະເມີດຕໍ່ອະທິ​ປະ​ໄຕ​ແລະ​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ ຂອງພັນທະມິດຊີເຣຍ ໂດຍ​ໄດ້ສະທ້ອນເຖິງຄຳເວົ້າ ຂອງກະຊວງການຕ່າງປະເທດ ຂອງ ຊີເຣຍ ທີ່ໄດ້ກ່າວ ໄປເມື່ອສັບປະດາແລ້ວນີ້.

ທ່ານ Ghasemi ໄດ້ກ່າວວ່າ ການທະວີຂຶ້ນນັ້ນ ພຽງຈະນຳໄປສູ່ການເສຍຊີວິດຫຼາຍຂຶ້ນ ຂອງພວກຄົນບໍລິສຸດ ຢູ່ໃນຊີເຣຍ.

ການບຸກໂຈມຕີຂອງເທີກີ ໄດ້ປະສົບຜົນສຳເລັດໃນການກົດດັນ​ໃຫ້ກຸ່ມລັດອິສລາມ ຖອນ ອອກໄປຈາກເມືອງ Jarablus ກ່ອນທີ່ຈະ​ເກີດ​ການ ປະ​ທະ​ກັນກັບພວກຊາວເຄີດຊຶ່ງ​ຕັ້ງ ຢູ່​ທາງ​ໃຕ້​ລົງ​ໄປ ທີ່ໄດ້ຊ່ອຍຍຶດເອົາ ເມືອງ Manbij ຄືນ​ມາ​ຈາ​ກກຸ່ມ​ລັດ​ອິສລາມ​ນັ້ນ.

ນາຍພົນຄົນ​ສຳຄັນຂອງສະຫະລັດ ໄດ້ກ່າວໃນວັນອັງຄານວ່າ ພວກຊາວເຄີດ ໄດ້ຂ້າມ ກັບຄືນໄປຍັງຟາກຕາເວັນອອກ ຂອງແມ່ນ້ຳ Euphrates ຫ່າງອອກໄປຈາກເມືອງ Manbij ອັນເປັນການເຄື່ອນ ໄຫວທີ່ສະຫະລັດຫວັງວ່າ ຈະສາມາດຍຸຕິການປະທະກັນ ໄດ້.

ນາຍ​ພົນ Joseph Votal ຜູ້​ບັນຊາ​ການ Centcom ທີ່​ກຳກັບ​ນຳ​ການປະ​ຕິ​ບັດ​ງານຂອງ ສະຫະລັດ​ໃນ​ພາກ​ຕາ​ເວັນ​ອອກ​ກາງ ກ່າວ​ຕໍ່ພວກ​ນັກ​ຂ່າວ​ທີ່​ທຳນຽບຫ້າ​ແຈ ​ໃນ​ວັນ​ອັງຄານ​ວານ​ນີ້ວ່າ "ກຳລັງ​ສ່ວນນຶ່ງ​ ຂອງ​ຊາວ​ເຄີ​ດ ທີ່​ເປັນ​ພາກສ່ວນ​ຂອງ​ກຳລັງ​ປະຊາ ທິປະ​ໄຕ​ຊີ​ເຣຍນັ້ນ ​ແມ່ນ​ຢູ່​ຝັ່ງ​ຕາ​ເວັນ​ອອກ​ຂອງ​ແມ່​ນ້ຳ​ Euphrates ​ໃນ​ເວລາ​ນີ້. ​ເຂົາ​ເຈົ້າ​ໄດ້​ປະຕິບັດ​ຕາມ​ຄວາມ​ໝັ້ນໝາຍ​ຂອງ​ພວກ​ເຂົາ​ເຈົ້າຕໍ່​ພວກ​ເຮົາ."

ຕົ້ນຕໍ​ແລ້ວ ກຳລັງ​ປະຊາທິປ​ະ​ໄຕ​ຊີ​ເຣຍ ​ແມ່ນ​ປະກອບ​ດ້ວຍ​ພວກ​ນັກ​ລົບ​ຊາວ​ເຄີ​ດ ​ແຕ່​ຊາວອາຣັບ​ແລະ​ເທີ​ກີຈາກ​ຊີ​ເຣຍ​ ກໍ​ເປັນ​ອີກ​ສ່ວນ​ນຶ່ງ ຂອງ​ກອງ​ກຳລັງ ​ດັ່ງກ່າວ.

Iran called Wednesday for a quick end to Turkey's military offensive in northern Syria, saying the continued presence of Turkish forces will only escalate the conflict.

Turkey launched the offensive last week targeting Islamic State militants as well as U.S.-backed Kurdish fighters that the Turkish government considers linked to Kurdistan Workers' Party rebels at home.Clashes between the Turks and Kurds have further complicated an already complex situation in Syria where the government has received support from Iran, Russia and Lebanon-based Hezbollah militants while the U.S. and other western powers backed rebel fighters.

Iranian foreign ministry spokesman Bahram Ghasemi called Turkey's move a violation of ally Syria's territorial sovereignty, echoing comments the Syrian foreign ministry made last week.Ghasemi said escalation will only lead to more innocent people dying in Syria.

The Turkish offensive succeeded in pushing Islamic State out of the town of Jarablus before skirmishing further to the south with Kurds who had themselves helped retake control of Manbij.

A top U.S. general said Tuesday the Kurds had crossed back over to the eastern side of the Euphrates River, away from Manbij, in a move the U.S. hopes will put an end to the clashes.

XS
SM
MD
LG