ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ອີ​ຣ່ານ ເປີດ​ເຜີຍ ຖານ​ທັບ​ໃຕ້​ດິນ ສຳ​ລັບ ​ເຮືອ​ບິນ​ລົບອາຍ​ພົ່ນ


ຮູບ​ທີ່​ສະ​ໜອງ​ໂດຍ​ເຈົ້າ​ໜ້າ​ທີ່ກອງ​ທັບ​ອີ​ຣ່ານ ສະ​ແດງ​ໃຫ້​ເຫັນ ຜູ້​ບັນ​ຊາ​ການກອງ​ທັບ​ບົກ​ອີ​ຣ່ານ ນາຍ​ພົນ Abdolrahim Mousavi (ຂວາ) ແລະ​ປະ​ທານ​ເສ​ນາ​ທິ​ການກອງ​ທັບ​ ນາຍ​ພົນ Mohammad Bagheri (ກາງ) ທີ່​ຄ້າຍ​ທະ​ຫານ ທີ່​ບໍ່​ໄດ້​ເປີດ​ເຜີຍ​ຊື່​ແຫ່ງ​ນຶ່ງ.
ຮູບ​ທີ່​ສະ​ໜອງ​ໂດຍ​ເຈົ້າ​ໜ້າ​ທີ່ກອງ​ທັບ​ອີ​ຣ່ານ ສະ​ແດງ​ໃຫ້​ເຫັນ ຜູ້​ບັນ​ຊາ​ການກອງ​ທັບ​ບົກ​ອີ​ຣ່ານ ນາຍ​ພົນ Abdolrahim Mousavi (ຂວາ) ແລະ​ປະ​ທານ​ເສ​ນາ​ທິ​ການກອງ​ທັບ​ ນາຍ​ພົນ Mohammad Bagheri (ກາງ) ທີ່​ຄ້າຍ​ທະ​ຫານ ທີ່​ບໍ່​ໄດ້​ເປີດ​ເຜີຍ​ຊື່​ແຫ່ງ​ນຶ່ງ.

ສື່ມວນ​ຊົນ​ຂອງ​ລັດ ​ໄດ້ລາຍ​ງານ​ວ່າ ກອງທັບ​ອິຣ່ານ​ໄດ້​ເປີດ​ເຜີຍເປັນ​ເທື່ອ​ທຳ​ອິດ​ຖານ​ທັບ​ໃຕ້​ດິນສຳລັບ​ເຮືອ​ບິນລົບ ​ເພື່ອ​ຮັບ​ມື​ກັບ​ການ​ໂຈມ​ຕີ​ທີ່​ອາດ​ເປັນ​ໄປ​ໄດ້​ຈາກ​ລູກ​ລະ​ເບີດທຳລາຍ​ຂຸມຫຼົບໄພຂອງ​ສະຫະລັດ ​ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ກາ​ນ​ຂ່າວ​ຝ​ຣັ່ງ ໃນວັນ​ອັງຄານວານນີ້.

ຖານທີ່ຕັ້ງດັ່ງກ່າວ ມີຊື່ວ່າ Oghab 44 (ຊຶ່ງແປວ່ານົກອິນຊີໃນພາສາເປີເຊຍ), ສາມາດຮອງຮັບ "ເຮືອບິນລົບແລະເຮືອບິນຖິ້ມລະເບີດທຸກປະເພດ, ລວມເຖິງ ເຮືອບິນ​ບໍ່​ມີ​ຄົນ​ຂັບ," ອີງ​ຕາມ​ລາຍ​ງານອົງການຂ່າວ IRNA ​ຂອງ​ທາງ​ການ ພ້ອມ ທັງໄດ້ນຳ​ອອກເຜີຍແຜ່ຮູບພາບ ແລະວິດີໂອພາຍໃນຖານທັບ.

ສະຖານທີ່ຕັ້ງແທ້ຈິງຂອງຖານທັບດັ່ງກ່າວ ບໍ່ໄດ້ຖືກເປີດເຜີຍ, ແຕ່ສື່ມວນຊົນຂອງລັດກ່າວວ່າ ມັນ "ຢູ່ທີ່ມີຄວາມເລິກຫຼາຍຮ້ອຍແມັດ​ຢູ່ໃຕ້ພູ," ແລະສາມາດທົນຕໍ່ "ລູກລະເບີດຈາກເຮືອ​ບິນຖິ້ມລະເບີດຍຸດທະສາດຂອງສະຫະລັດ.”

​ໃນ​ເດືອນ​ພຶດສະພາ​ປີ​ກາຍ​ນີ້, ກອງທັບ​ອີຣ່ານ​ໄດ້​ເປີດ​ເຜີຍ​ຖານ​ທັບ​ອາກາດ​ສຳລັບ​ເຮືອບິນ​ບໍ່​ມີ​ຄົນ​ຂັບ ​ຢູ່​ໃຕ້​ພູ Zagros ທາງ​ພາກ​ຕາ​ເວັນ​ຕົກ​ຂອງ​ປະ​ເທດ.

ການ​ເປີດ​ເຜີຍຄັ້ງ​ຫຼ້າ​ສຸດ​ແມ່ນ​ມີ​ຂຶ້ນ​ໃນ​ມື້​ກ່ອນ​ທີ່​ອີ​ຣ່ານ ຈະ​ສະ​ເຫຼີມ​ສະ​ຫຼອງ​ວັນ​ກອງ​ທັບ​ອາ​ກາດ, ເຊິ່ງ​ເປັນ​ສ່ວນ​ໜຶ່ງ​ຂອງ​ການປະກອບສ່ວນ ເຂົ້າໃນວັນ​ຄົບ​ຮອບ 44 ປີ​ຂອງ​ການ​ປະ​ຕິ​ວັດ​ອິ​ສ​ລາມ ປີ 1979 ໃນມື້​ວັນ​ເສົາ​.

​ໃນ​ວັນ​ອັງຄານ​ວານ​ນີ້ ສື່​ມວນ​ຊົນ​ຂອງ​ລັດ ​ໄດ້​ເຜີຍແຜ່​ຮູບພາບ​ປະ​ທານ​ເສ​ນາ​ທິ​ການ​ກອງທັບອີຣ່ານ ນາຍ​ພົນ Mohammad Bagheri ​ແລະ​ນາຍ​ພົນ Abdolrahim Mousavi ຜູ້​ບັນຊາ​ການ​ກອງທັບ​ບົກ​ ຢູ່​ທີ່ຖານ​ທັບ​ແຫ່ງ​ໃໝ່.

ອົງການຂ່າວ IRNA ຂອງ​ທາງ​ການ​ອີ​ຣ່ານລາຍງານວ່າ Oghab 44 ແມ່ນ “ໜຶ່ງໃນຫຼາຍໆຖານທັບອາກາດໃຕ້ດິນ ທີ່ເປັນຍຸດທະວິທີ ສຳລັບກອງທັບອາກາດ ທີ່ສ້າງຂຶ້ນໃນບໍລິເວນຕ່າງໆຂອງປະເທດ ໃນຊຸມປີທີ່ຜ່ານມານີ້”.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG