ອິຣ່ານໄດ້ເປີດຕົວເຮືອບິນລົບໄອພົ່ນ ທີ່ອອກແບບແລະສ້າງຢູ່ພາຍໃນປະເທດຕົນເອງ.
ປະທານາທິບໍດີ Mahmoud Ahmadinejad ເວົ້າເມື່ອວັນເສົາວານນີ້ວ່າ ເຮືອບິນລົບ Qaher 313 ເປັນຕົວນໍາສົ່ງສານແຫ່ງ ພະລາດອນພາບ ສັນຕິພາບ ແລະຄວາມໝັ້ນຄົງ ແລະວ່າເຮືອບິນລົບດັ່ງກ່າວນີ້ ບໍ່ເປັນ ໄພຂົ່ມຂູ່ຕໍ່ຜູ້ໃດ.
ພິທີເປີດຕົວເຮືອບິນລົບດັ່ງກ່າວ ໄດ້ຖືກຖ່າຍທອດອອກທາງທີວີ.
ອິຣ່ານ ຊຶ່ງເປັນສາທາລະນະລັດອີສລາມ ແມ່ນຕົກຢູ່ພາຍໃຕ້ການຖືກສັ່ງຫ້າມຊື້ອາວຸດຂອງນາໆຊາດ ທີ່ຫ້າມບໍ່ໃຫ້ອິຣ່ານຊື້ເຮືອບິນໄອພົ່ນລຸ້ນໃໝ່ ແລະເຄື່ອງອາໄຫຼ່ສໍາລັບກອງທັບອາກາດອັນເກົ່າແກ່ຂອງຕົນນັ້ນ.
ການເປີດຕົວເຮືອບິນທີ່ສ້າງເອງນີ້ ມີຂຶ້ນໃນຂະນະທີ່ອິຣ່ານລະນຶກເຖິງວັນຄົບຮອບ 34 ປີ ຂອງການປະຕິວັດ ເມືື່ອປີ 1979 ທີ່ໄດ້ນໍາເອົາລະບອບອີສລາມຂຶ້ນມາປົກຄອງປະເທດ ແທນລັດຖະບານພະເຈົ້າ Shah ທີ່ໜຸນຫຼັງໂດຍສະຫະລັດນັ້ນ.