ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ອິີຣ່ານ ແລະອົງການພະລັງງານປະລະມານູສາກົນ ຕົກລົງກັນ ກ່ຽວກັບ ການກວດກາ ບ່ອນທີ່ສົງໄສ ເປັນສະຖານທີ່ເກັບວັດຖຸນິວເຄລຍ


ຮູບພາບເຜີຍແຜ່ໂດຍອົງການພະລັງງານປະລະມະນູສາກົນ (IAEA) ຢູ່ສະຖານທີ່ປັ່ນນໍ້ານິວເຄລຍ ໃກ້ກັບ Arak ປະເທດອີຣ່ານ ວັນທີ 23 ທັນວາ 2019.
ຮູບພາບເຜີຍແຜ່ໂດຍອົງການພະລັງງານປະລະມະນູສາກົນ (IAEA) ຢູ່ສະຖານທີ່ປັ່ນນໍ້ານິວເຄລຍ ໃກ້ກັບ Arak ປະເທດອີຣ່ານ ວັນທີ 23 ທັນວາ 2019.
  • ອີຣ່ານ ແລະອົງການສັງເກດການນິວຄເລຍຂອງສະຫະປະຊາຊາດ ໄດ້ຕົກລົງທີ່ ຈະກວດກາ ບ່ອນທີ່ສົງໄສ 2 ແຫ່ງ ທີ່ເຄີຍເປັນສະຖານທີ່ນິວເຄລຍ ມາກ່ອນ ບ່ອນທີ່ອຸບປະກອນນິວເຄລຍທີ່ບໍ່ມີການປະກາດ ຖືກເກັບຮັກສາ ແລະນຳໃຊ້.

ຂໍ້ຕົກລົງໄດ້ປະກາດໃນວັນພຸດວານນີ້ ຫຼັງຈາກການປະເຊີນໜ້າກັນເປັນເວລາຫຼາຍເດືອນ.

ຫົວໜ້າອົງການພະລັງງານປະລະມະນູສາກົນ (IAEA) ທ່ານຣາແຟລ ໂກຣສຊີ ແລະຫົວໜ້ານິວເຄລຍອີຣ່ານ ທ່ານອາລີ ອັກບາ ຊາເລຮີ ກ່າວຢູ່ກອງປະຊຸມ ຮ່ວມວ່າ “ອີຣ່ານສະໝັກໃຈໃຫ້ອົງການ IAEA ເຂົ້າໄປໃນສະຖານທີ່ 2 ແຫ່ງ ທີ່ໄດ້ເຈາະຈົງໂດຍອົງການ IAEA.”

ຖະແຫຼງການກ່າວວ່າ ວັນເວລາໃນການກວດກາ ໄດ້ມີການຕົກລົງກັນແລ້ວ ແຕ່ບໍ່ໄດ້ເປີດເຜີຍໃຫ້ຊາບ.

ອີຣ່ານໄດ້ຕ້ານຢັນຕໍ່ການກວດກາ ໂດຍພະຍາຍາມກ່າວວ່າ ອົງການ IAEA ບໍ່ມີສິດໃນດ້ານກົດໝາຍ ທີ່ຈະເຂົ້າໄປກວດບ່ອນທີ່ມີການສົງໄສ. ບັນດາບ່ອນດັ່ງ ກ່າວ ມີການສົງໄສວ່າ ໄດ້ກາຍມາເປັນ ສະຖານທີ່ປະຕິບັດງານ ໃນຕົ້ນຊຸມປີ 2000 ກ່ອນອີຣ່ານລົງນາມໃນຂໍ້ຕົກລົງປີ 2015 ຊຶ່ງເປັນຂໍ້ຕົກລົງນິວເຄລຍກັບ ບັນດາປະເທດມະຫາອຳນາດໂລກ ຊຶ່ງຕໍ່ມາ ສະຫະລັດໄດ້ຖອນໂຕອອກນັ້ນ.

ຂໍ້ຕົກລົງໄດ້ປະກາດຫຼັງຈາກທ່ານໂກສຊີ ໄດ້ໄປຢ້ຽມຢາມອີຣ່ານເພື່ອຊັກຊວນ ໃຫ້ພວກເຈົ້າໜ້າທີ່ອີຣ່ານ ອະນຸຍາດເຂົ້າໄປເບິ່ງບັນດາສະຖານທີ່ເຫລົ່ານັ້ນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG