ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ນຳອີຣ່ານ ຈະກ່າວຄຳປາໄສ ຕໍ່ສະມັດຊາໃຫຍ່ ສປຊ (ເບິ່ງວີດີໂອ)


ປະທານາທິບໍດີອີຣ່ານ ທ່ານ Mahmoud Ahmadinejad (ກາງ) ຍົກມືໃສ່ພວກນັກຂ່າວ ທີ່ສະໜາມບິນ Mehrabad ໃນນະຄອນຫຼວງເຕຫະຣ່ານ ກ່ອນອອກເດີນທາງ ມາຍັງນະຄອນນິວຢອກ ເພື່ອເຂົ້າຮ່ວມກອງ ປະຊຸມສະມັດຊາໃຫຍ່ ອົງການສະຫະປະຊາຊາດ (19 ກັນຍາ 2011)
ປະທານາທິບໍດີອີຣ່ານ ທ່ານ Mahmoud Ahmadinejad (ກາງ) ຍົກມືໃສ່ພວກນັກຂ່າວ ທີ່ສະໜາມບິນ Mehrabad ໃນນະຄອນຫຼວງເຕຫະຣ່ານ ກ່ອນອອກເດີນທາງ ມາຍັງນະຄອນນິວຢອກ ເພື່ອເຂົ້າຮ່ວມກອງ ປະຊຸມສະມັດຊາໃຫຍ່ ອົງການສະຫະປະຊາຊາດ (19 ກັນຍາ 2011)

ປະທານາທິບໍດີອີຣ່ານທ່ານ Mahmoud Ahmadinejad ຈະກ່າວຄຳປາໄສຕໍ່ກອງປະຊຸມ
ສະມັດຊາໃຫຍ່ອົງການສະຫະປະຊາຊາດ ໃນອີກສອງສາມຊົ່ວໂມງ ຕໍ່ໜ້ານີ້ ນຶ່ງມື້ຫຼັງຈາກ
ອີຣ່ານໄດ້ປ່ອຍນັກເດີນປ່າຊາວອະເມຣິກັນ 2 ຄົນທີ່ໄດ້ຖືກຄຸມຂັງເປັນເວລາ 2 ປີ ຍ້ອນສົງ
ໄສວ່າເປັນສອດແນມ.

ໃນລະຫວ່າງການກ່າວຄຳປາໄສ ຕໍ່ອົງການສະຫະປະຊາຊາດເທື່ອແລ້ວນີ້ ທ່ານ Ahma-
dinejad ໄດ້ປະຕິເສດວ່າບໍ່ມີການຂ້າລ້າງເຊື້ອຊາດຊາວຢິວແລະໄດ້ສະແດງຄວາມສົງໄສ
ບໍ່ແນ່ໃຈກ່ຽວກັບລາຍງານຂອງທາງການກ່ຽວກັບການໂຈມຕີຂອງພວກກໍ່ການຮ້າຍໃນວັນທີ
11 ກັນຍາປີ 2001 ນັ້ນ. ສື່ມວນຊົນຂອງອີຣ່ານແຈ້ງວ່າ ຄຳປາໄສຂອງທ່ານ Ahmadi-
nejad ໃນວັນພະຫັດມື້ນີ້ ຄາດວ່າຈະເພັ່ງເລັງໃສ່​ເລື່ອງການຄຸ້ມຄອງໂລກ ແລະການປະຕິ
ຮູບອົງການສະຫະປະຊາຊາດ.

ໃນວັນພຸດວານນີ້ ເຈົ້າໜ້າທີ່ອີຣ່ານໄດ້ປ່ອຍພວກນັກເດີນປ່າຊາວອະເມຣິກັນ 2 ຄົນຄືທ້າວ
Shane Bauer ແລະ Josh Fattal ໃນການປະກັນໂຕຮ່ວມກັນທີ່ມີມູນຄ່າ 1 ລ້ານໂດ
ລາໃນອັນທີ່ປະທານາທິບໍດີ Ahmadinejad ເອີ້ນວ່າ ເປັນການສະແດງອອກທາງດ້ານມະ
ນຸດສະທຳນັ້ນ. ພວກນັກວິເຄາະຫຼາຍໆຄົນເວົ້າວ່າ ການເຄື່ອນໄຫວດັ່ງກ່າວນີ້ອາດມີຄວາມ
ຕັ້ງໃຈເພື່ອໃຫ້ນາໆຊາດຮັບຮູ້ປະທານາທິບໍດີອີຣ່ານກ່ອນທີ່ທ່ານຈະກ່າວຄຳປາໄສຢູ່ທີ່ນະຄອນ
ນິວຢອກ.

ວີດີໂອພວກນັກເດີນປ່າອະເມຣິກັນຖືກປ່ອຍ

XS
SM
MD
LG