ເຈົ້າໜ້າທີ່ການບິນພົນລະເຮືອນຂອງອີຣ່ານກ່າວໃນວັນອັງຄານມື້ນີ້ວ່າ ກອງທັບຂອງປະເທດດັ່ງກ່າວໄດ້ຍິງລູກສອນໄຟສອງລູກ ໃສ່ເຮືອບິນອາຍພົ່ນໂດຍສານຂອງຢູເຄຣນ ທີ່ໄດ້ຕົກລົງໃນເວລາບໍ່ພໍເທົ່າໃດພາຍຫລັງໄດ້ບິນຂຶ້ນຈາກນະຄອນເຕຫະຣ່ານ ໃນຕົ້ນເດືອນນີ້ ຊຶ່ງເຮັດໃຫ້ 176 ຄົນເສຍຊີວິດຢູ່ໃນເຮືອບິນລຳນັ້ນ.
ລາຍງານຂອງອົງການການບິນພົນລະເຮືອນ ໄດ້ລະບຸລູກສອນໄຟດັ່ງກ່າວວ່າ ແມ່ນ ລູກສອນໄຟລຸ້ນ TOR-M1 ຊຶ່ງເປັນລູກສອນໄຟປະເພດທີ່ຜະລິດໂດຍຣັດເຊຍ, ຊຶ່ງເປັນລູກສອນໄຟທີ່ຍິງຂຶ້ນຈາກໜ້າດິນໄປສູ່ທ້ອງຟ້າ.
ອົງການນີ້ຍັງກ່າວອີກວ່າ ຕົນໄດ້ຂໍຮ້ອງການຊ່ວຍເຫລືອທາງເຕັກນິກຈາກຫ້ອງການດ້ານການຮັກສາຄວາມປອດໄພໃນການຂົນສົ່ງຂອງສະຫະລັດ ແລະຈາກຫ້ອງການ BEA ຊຶ່ງເປັນຄູ່ພາຄີຂອງຕົນໃນຝຣັ່ງ ເພື່ອຊ່ວຍອ່ານຂໍ້ມູນຢູ່ໃນກ່ອງດຳຂອງຖ້ຽວບິນ ທີ່ເປັນເຄື່ອງບັນທຶກທີ່ໄດ້ເກັບມາຈາກບ່ອນທີ່ເຮືອບິນດັ່ງກ່າວຕົກລົງນັ້ນ.
ອີຣ່ານເວົ້າວ່າ ເທົ່າທີ່ຜ່ານມາ ສະຫະລັດ ແລະຝຣັ່ງບໍ່ໄດ້ໃຫ້ການຕອບກັບ ໃນແງ່ບວກຕໍ່ການຮ້ອງຂໍໃຫ້ສະໜອງອຸປະກອນທີ່ຈຳເປັນເພື່ອໃຫ້ດຳເນີນງານໄດ້.
ອີຣ່ານໃນຂັ້ນທຳອິດແມ່ນໄດ້ເວົ້າວ່າ ບັນຫາທາງດ້ານເຄື່ອງຈັກເຮັດໃຫ້ເຮືອບິນອາຍພົ່ນໂດຍສານລຳນັ້ນຕົກ ກ່ອນຈະຍອມຮັບໃນຫລາຍມື້ຕໍ່ມາວ່າ ພະນັກງານໃນກອງທັບອີຣ່ານ ໄດ້ຍິງເຮືອບິນດັ່ງກ່າວ. ການເປີດເຜີຍ ໄດ້ເຮັດໃຫ້ມີການປະທ້ວງເປັນເວລາຫລາຍວັນ ຢູ່ໃນອີຣ່ານ ໃນຂະນະທີ່ປະຊາຊົນໄດ້ສະແດງຄວາມໂກດແຄ້ນອອກມາ ຕໍ່ພວກຜູ້ນຳປະເທດ.