ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອີຣ່ານ ກັກຂັງນັກໂທດຊາວອາເມຣິກັນ 5 ຄົນໄວ້ໃນເຮືອນ ເພື່ອແລກກັບເງິນ 6 ຕື້ໂດລາທີ່ຖືກກັກໄວ້ ຢູ່ໃນ ເກົາຫຼີໃຕ້


ແຟ້ມຮູບ-ຮູບທາງເຂົ້າຄຸກເອວິນ (Evin) ຢູ່ໃນນະຄອນຫຼວງເຕຫະຣ່ານ, ອີຣ່ານ, ວັນທີ 17 ຕຸລາ 2022. (Majid Asgaripour/WANA via Reuters)
ແຟ້ມຮູບ-ຮູບທາງເຂົ້າຄຸກເອວິນ (Evin) ຢູ່ໃນນະຄອນຫຼວງເຕຫະຣ່ານ, ອີຣ່ານ, ວັນທີ 17 ຕຸລາ 2022. (Majid Asgaripour/WANA via Reuters)

ອີຣ່ານ ຢືນຢັນໃນວັນພະຫັດວານນີ້ວ່າ ພວກເຂົາໄດ້ກັກຂັງນັກໂທດຊາວອາເມຣິກັນ 5 ຄົນໄວ້ຢູ່ເຮືອນ ເພື່ອແລກປ່ຽນກັບເງິນຫຼາຍຕື້ໂດລາ ທີ່ຖືກລະງັບໄວ້ຢູ່ໃນເກົາຫຼີໃຕ້, ເຊິ່ງເປັນການເຄື່ອນໄຫວທີ່ເກີດຂຶ້ນ ມາເປັນເວລາຫຼາຍເດືອນສໍາລັບເຕຫະຣ່ານ ທີ່ໄດ້ລະບຸວ່າ ພວກເຂົາຕ້ອງການແລກປ່ຽນນັກໂທດກັບວໍຊິງຕັນ.

“ພາຍໃຕ້ຂໍ້ຕົກລົງໄກ່ເກ່ຍໂດຍປະເທດທີສາມ, ຊາວອີຣ່ານ 5 ຄົນທີ່ຖືກກັກຂັງຢູ່ໃນສະຫະລັດ ຈະໄດ້ຮັບການປ່ອຍໂຕ, ແລະເງິນທຶນຂອງອີຣ່ານທີ່ຖືກລະງັບໄວ້ ຢູ່ໃນເກົາຫຼີໃຕ້ ຈະບໍ່ຖືກຂັດຂວາງ ແລະຖືກໂອນໄປປະເທດກາຕ້າ,” ຕາມການກ່າວຂອງເຕຫະຣ່ານ, ອີງຕາມອົງການຂ່າວ IRNA ຂອງລັດຖະບານ.

ອີຣ່ານກ່າວວ່າ ຂໍ້ຕົກລົງກັບສະຫະລັດ ລວມມີເງິນຈໍານວນ 6 ຕື້ໂດລາ ແລະ ເງິນຈໍານວນ 7 ຕື້ໂດລາ ທີ່ຖືກກັກໄວ້ເນື່ອງຈາກມະຕະການລົງໂທດຕ່າງໆຕໍ່ອີຣ່ານ.

ທໍາອິດ ເງິນດັ່ງກ່າວນີ້ຈະຖືກແລກປ່ຽນຈາກສະກຸນເງິນເກົາຫຼີໃຕ້ ມາເປັນເງິນຢູໂຣ ແລະຈາກນັ້ນ ຈະຖືກສົ່ງໄປໃສ່ບັນຊີໃນປະເທດກາຕ້າ ທີ່ອີຣ່ານສາມາດເຂົ້າສູ່ລະບົບໄດ້, ອີງຕາມລາຍງານຂອງອົງການຂ່າວເຄິ່ງທາງການ ທັສນິມ ຂອງ ອີຣ່ານ.

ລັດຖະມົນຕີການຕ່າງປະເທດຂອງສະຫະລັດ ທ່ານແອນໂທນີ ບລິງເກັນ ກ່າວໃນວັນພະຫັດວານນີ້ວ່າ ການປ່ອຍໂຕຊາວອາເມຣິກັນ 5 ຄົນອອກຈາກຄຸກຢູ່ໃນ ອີຣ່ານ ເປັນ “ບາດກ້າວທີ່ເປັນບວກ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG