ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອີຣ່ານ ທົດສອບ ລະບົບ ລູກສອນໄຟ ໃນການຊ້ອມລົບ ທາງດ້ານທະຫານ


ລູກສອນໄຟ ໄລຍະຍາວ S-200 ໄດ້ຖືກຍິງຂຶ້ນ ໃນການ
ຊ້ອມລົບຂອງທະຫານໃນເມືອງທ່າ Bushehr, ຢູ່ທາງ
ພາກເໜືອ ຂອງອ່າວເປີເຊຍ, ປະເທດອີຣ່ານ, ວັນທີ 29 ທັນວາ 2016.
ລູກສອນໄຟ ໄລຍະຍາວ S-200 ໄດ້ຖືກຍິງຂຶ້ນ ໃນການ ຊ້ອມລົບຂອງທະຫານໃນເມືອງທ່າ Bushehr, ຢູ່ທາງ ພາກເໜືອ ຂອງອ່າວເປີເຊຍ, ປະເທດອີຣ່ານ, ວັນທີ 29 ທັນວາ 2016.

ໂທລະພາບຂອງທາງການອີຣ່ານ ລາຍງານວ່າ ກອງທັບອາກາດ ໜ່ວຍ​ພິທັກ ສາ​ທາ
​ລະນະ​ລັດ ຫລື Republican Guard ໄດ້ທຳການຊ້ອມລົບດ້ານການປ້ອງກັນ ໃນວັນ
ເສົາວານນີ້ ທີ່ປະກອບດ້ວຍ ການຍິງລູກສອນໄຟ ແລະ ການທົດລອງອຸບປະກອນ
ເຣດາ ໃນເນື້ອທີ່ລັດສະໝີ 35,000 ຕາລາງກິໂລແມັດ ຢູ່ໃນແຂວງ Semnan ທາງ
ພາກເໜືອຂອງປະເທດ.

ການຊ້ອມລົບດັ່ງກ່າວ ໄດ້ເກີດຂຶ້ນ ມື້ນຶ່ງ ຫລັງຈາກທີ່ ລັດຖະບານທ່ານທຣຳ ໄດ້
ວາງມາດຕະການລົງໂທດໃໝ່ ຕໍ່ອີຣ່ານ ສຳລັບການທົດລອງ ຍິງລູກສອນໄຟ
ຂີປະນາວຸດ ຂອງຕົນເມື່ອສັບປະດາແລ້ວນີ້.

ຜູ້ບັນຊາການຂັ້ນສູງຂອງ ໜ່ວຍ Republican Guard ໄດ້ກ່າວວ່າ ເຕຫະຣ່ານ
ໄດ້ດຳເນີນການຊ້ອມຍິງລູກສອນໄຟ ແລະ ອຸບປະກອນເຣດາ ໃນວັນເສົາວານນີ້.

ສະຖານີໂທລະພາບນັ້ນ ຍັງກ່າວຕື່ມວ່າ ຮອງປະທານາທິບໍດີຂອງອີຣ່ານ ທ່ານ
Eshaq Jahangiri ໄດ້ປະນາມ ຂໍ້ກ່າວຫາຂອງສະຫະລັດ ຕໍ່ເຕຫະຣ່ານ ໂດຍ
ກ່າວ ເນັ້ນຢ້ຳວ່າ ປະຊາຊົນຂອງອີຣ່ານ “ບໍ່ສົນໃຈນຳຂໍ້ກ່າວຫານັ້ນ.”

ລັດຖະມົນຕີປ້ອງກັນປະເທດ ສະຫະລັດ ທ່ານ James Mattis ໄດ້ເອີ້ນອີຣ່ານ ວ່າ
“ເປັນປະເທດດຽວ ທີ່ໃຫ້ການອຸປະຖຳການກໍ່ການຮ້າຍ ທີ່ໃຫຍ່ທີ່ສຸດ ໃນໂລກ.”

ເຖິງຢ່າງໃດກໍຕາມ ທ່ານ Mattis ກໍໄດ້ເນັ້ນໜັກວ່າ ສະຫະລັດ ບໍ່​ໄດ້​ພິຈາລະນາ ​ທີ່​
ຈະ​ເພີ້​ມກຳລັງທະຫານຢູ່​ໃນ​ພາກ​ຕາ​ເວັນ​ອອກ​ກາງ ​ໃນທັນທີ ​ເພື່ອ​ເປັນ​ການຕອບ​ໂຕ້
​ຕໍ່​ອັນ​ທີ່​ທ່ານ​ເອີ້ນວ່າ “ການ​ປະພຶດ​ບໍ່​ດີ” ​ ຂອງ​ອີຣ່ານ.

ເຖິ່ງຢ່າງນັ້ນກໍຕາມ ສະຫະລັດ ກໍໄດ້ສົ່ງກ່ຳປັ່ນລົບ USS Cole ໄປປະຈຳການຢູ່ໃນ
ເຂດ Bab al-Mandeb ທີ່ເປັນຊ່ອງແຄບໃນທະເລ ນອກຝັ່ງທະເລຂອງເຢເມັນ ເພື່ອ
ເປັນການຕອບໂຕ້ ຕໍ່ການໂຈມຕີ ກ່ຳປັ່ນລົບ ຂອງຊາອຸດີ ອາເຣເບຍ ຊຶ່ງໄດ້ເຮັດໃຫ້
ລູກເຮືອ ຈຳນວນນຶ່ງເສຍຊີວິດ. ກ່ຳປັ່ນລົບ USS Cole ເອງ ກໍໄດ້ຖືກໂຈມຕີ ໂດຍ
ພວກຫົວຮຸນແຮງ ກຸ່ມ al-Qaida ໃນປີ 2000.

Iran Exercises
please wait
Embed

No media source currently available

0:00 0:01:30 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG