ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອີຣ່ານ ຈະ “ດຳເນີນການຕາມສິດຂອງຕົນ” ໃນແຫຼ່ງອາຍແກັສທີ່ມີການຂັດແຍ້ງກັນ, ລັດຖະມົນຕີກ່າວ


ແຟ​້ມພາບ - ລັດ​ຖະ​ມົນ​ຕີກະຊວງ​ນ້ຳ​ມັນ​ຂອງ​ອີ​ຣ່ານ ທ່ານ ຈາວາດ ໂອຈິ (Javad Owji) ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ຂັ້ນ​ລັດ​ຖະ​ມົນ​ຕີ​ຄັ້ງ​ທີ 24 ຂອງກອງປະຊຸມບັນ​ດາ​ປະ​ເທດ​ສົ່ງ​ອອກ​ອາຍ​ແກັສ (GECF), ທີ່​ນະຄອນຫຼວງ​ໄຄ​ໂຣ ປະ​ເທດ​ອີຈິບ, ວັນ​ທີ 25 ຕຸ​ລາ 2022
ແຟ​້ມພາບ - ລັດ​ຖະ​ມົນ​ຕີກະຊວງ​ນ້ຳ​ມັນ​ຂອງ​ອີ​ຣ່ານ ທ່ານ ຈາວາດ ໂອຈິ (Javad Owji) ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ຂັ້ນ​ລັດ​ຖະ​ມົນ​ຕີ​ຄັ້ງ​ທີ 24 ຂອງກອງປະຊຸມບັນ​ດາ​ປະ​ເທດ​ສົ່ງ​ອອກ​ອາຍ​ແກັສ (GECF), ທີ່​ນະຄອນຫຼວງ​ໄຄ​ໂຣ ປະ​ເທດ​ອີຈິບ, ວັນ​ທີ 25 ຕຸ​ລາ 2022

ລັດຖະມົນຕີ​ກະຊວງນ້ຳມັນ​ຂອງ​ອີຣ່ານ ກ່າວ​ໃນ​ວັນ​ອາທິດນີ້​ວ່າ ເຕຫະຣ່ານ (Tehran) ຈະ “ດຳເນີນການຕາມ​ສິດ​ຂອງ​ຕົນ” ​ໃນແຫຼ່ງ​ອາຍ​ແກັສ​ທີ່​ມີ​ການ​ຂັດ​ແຍ້​ງກັນ ​ທີ່ຊາອຸດີ ອາຣາເບຍ (Saudi Arabia) ​ແລະ ຄູເວດ (Kuwait) ກໍ່ອ້າງສິດເຊັ່ນກັນ ຖ້າ​ການ​ເຈລະຈາ​ບໍ່​ສຳ​ເລັດ, ອີງຕາມການລາຍງານຂອງ ສຳນັກຂ່າວຂອງກະຊວງດັ່ງກ່າວ.

ເຂດນອກຝັ່ງທະເລຂອງອ່າວທີ່ອຸດົມສົມບູນໄປດ້ວຍຊັບພະຍາກອນ ຊຶ່ງຮູ້ຈັກ ກັນໃນຊື່ ອາຣັຊ (Arash) ໃນອີຣ່ານແລະ ດໍຣ໌ຣາ (Dorra) ໃນ ຄູເວດ (Kuwait) ແລະ ຊາອຸດີ ອາຣາເບຍ (Saudi Arabia), ໄດ້ເປັນຈຸດສຳຄັນ ຂອງການຂັດແຍ້ງລະຫວ່າງສາມປະເທດມາເປັນເວລາດົນນານ.

"ອີຣ່ານຈະດຳເນີນການຕາມສິດ ແລະຜົນປະໂຫຍດຂອງຕົນ ກ່ຽວກັບການສຳຫຼວດ ແລະຂຸດຄົ້ນ" ຂົງເຂດດັ່ງກ່າວ "ຖ້າບໍ່ມີຄວາມປາຖະໜາທີ່ຈະທຳຄວາມເຂົ້າໃຈ ແລະ ການຮ່ວມມືກັນ," ທ່ານ ຈາວາດ ໂອຈິ (Javad Owji) ລັດຖະມົນຕີກະຊວງນ້ຳມັນອີຣ່ານ ຖືກອ້າງອີງຢູ່ໃນຖະແຫຼງການຂອງອົງການຂ່າວ ຊານາ (Shana) ຂອງທາງການ.

ທ່ານກ່າວວ່າ ເຕຫະຣ່ານ (Tehran) ໄດ້ສະແຫວງຫາ "ເສັ້ນທາງຂອງການເຈລະຈາ ແລະຄວາມເຂົ້າໃຈກັບເພື່ອນບ້ານຂອງພວກເຮົາ," ອີງຕາມອົງ ການຂ່າວຊານາ (Shana).

"ອີ​ຣ່ານ​ຈະ​ບໍ່​ຍອມ​ໃຫ້ມີ​ການ​ລະ​ເມີດ​ສິດ​ໃດໆຂອງ​ຕົນ" ທ່ານ ໂອຈິ (Owji) ໄດ້ກ່າວ​ຕື່ມ​.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG