ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສ​ຫ​ລ ​ປະ​ຕິ​ບັດ​ການ ສະ​ກັດ​ກັ້ນ ເຄື​ອ​ຂ່າຍ​ຂົນ​ສົ່ງ ​ນ້ຳ​ມັນຂອງ​ອີ​ຣ່ານ


ກຳ​ປັ່ນ​ບັນ​ທຸກ​ນ້ຳ​ມັນ ທີ່​ເຫັນ​ຢູ່​ເມືອງທ່າ​ເຮືອ Bandar Abbas, ທີ່​ເປັນ​ຖານ​ທັບ​ຫລັກ​ຂອງ ກອງ​ທັ​ບເຮືອ ສາ​ທາ​ລະ​ນະ​ລັດ​ອິ​ສ​ລາມ ແລະ​ທີ່​ຕັ້ງ​ຍຸດ​ທະ​ສາດຂອງກອງ​ທັບ​ດັ່ງ​ກ່າວ ຢູ່​ຊ່ອງ​ແຄບ ຮໍ​ມຸ​ສ ໃນ​ວັນ​ທີ 30 ເມ​ສາ, 2019
ກຳ​ປັ່ນ​ບັນ​ທຸກ​ນ້ຳ​ມັນ ທີ່​ເຫັນ​ຢູ່​ເມືອງທ່າ​ເຮືອ Bandar Abbas, ທີ່​ເປັນ​ຖານ​ທັບ​ຫລັກ​ຂອງ ກອງ​ທັ​ບເຮືອ ສາ​ທາ​ລະ​ນະ​ລັດ​ອິ​ສ​ລາມ ແລະ​ທີ່​ຕັ້ງ​ຍຸດ​ທະ​ສາດຂອງກອງ​ທັບ​ດັ່ງ​ກ່າວ ຢູ່​ຊ່ອງ​ແຄບ ຮໍ​ມຸ​ສ ໃນ​ວັນ​ທີ 30 ເມ​ສາ, 2019

ໃນ​ຂະ​ນະ​ທີ່​ສະ​ຫະ​ລັດ​ໄດ້​ເອົາ​ບາດ​ກ້າວ​ໃນ​ວັນ​ພຸດ​ວານນີ້ ເພື່ອ​ສະ​ກັດ​ກັ້ນເຄື​ອ​ຂ່າຍການ​ຂົນ​ສົ່ງ​ນ້ຳ​ມັນຂອງ​ອີ​ຣ່ານທີ່​ຖືກສະ​ຫະ​ລັດ​ກ່າວ​ຫາວ່າ​ ໃຫ້​ທຶນ​ສະ​ໜັບ​ສະ​ໜຸນແກ່​ການກໍ່​ການ​ຮ້າຍ​ຢູ່ນັ້ນ, ປະ​ທານ​າ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ ກໍ​ໄດ້​ສະ​ແດງ​ຄວາມ​ຫວັງ​ໃນ​ແງ່​ດີ​ອອກ​ມາ ກ່ຽວ​ກັບ​ການ​ໃຊ້​ວິ​ທີ​ການ​ທູດ​ກັບ​ເຕ​ຫະ​ຣ່ານ.

"ເຂົາ​ເຈົ້າ​ຢາກ​ຈະ​ເຈ​ລະ​ຈາ. ເຂົາ​ເຈົ້າ​ຢາກ​ເຮັດ​ຂໍ້​ຕົກ​ລົງ,” ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ ທ​ຣຳ ທີ່​ກ່າວ​ຕໍ່​ພວກ​ນັກ​ຂ່າວ​ ຢູ່​ຫ້ອງ​ການ​ຮູບ​ຊົງ​ໄຂ່​ໃນ​ທຳ​ນຽບ​ຂາວ ເມື່ອ​ທ່ານ​ຖືກ​ຖາມ​ກ່ຽວ​ກັບ​ການ​ລົງ​ໂທດ​ຄັ້ງ​ໃໝ່​ທີ່​ປະ​ກາດ​ອອກ​ມາ​ໂດຍກະ​ຊວງ​ການ​ເງິນ ແລະຖືກ​ຖາມ​ວ່າ ທ່ານ​ຍິນ​ດີ​ທີ່​ຈະ​ພົບ​ກັບ​ປະ​ທາ​ນາ​ທິ​ບໍ​ດີ ຮາ​ຊ​ຊານ ຣູ​ຮາ​ນີ ຂອງ​ອີ​ຣ່ານບໍ່ ໃນ​ໄລ​ຍະ​ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໃນ​ເດືອນນີ້.

ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ກ່າວ​ຢ້ຳ​ອີກວ່າ ສະ​ຫະ​ລັດ “ບໍ່​ໄດ້​ຫາ​ທາງ​ປ່ຽນ​ແປງ​ລະ​ບອບ​ການ​ປົກ​ຄອງຂອງອີ​ຣ່ານ."

ທ່ານ ທ​ຣຳ​ກ່າວ​ໃນ​ວັນ​ພຸດ​ວານນີ້​ອີກວ່າ "ພວກ​ເຂົາ​ເຈົ້າ​ມີ​ຄວາມ​ສາ​ມາດ​ຫລາຍ​ອີ່​ຫລີ ແລະ​ຂ້າ​ພະ​ເຈົ້າ​ຄິດ​ວ່າເຂົາ​ເຈົ້າ​ຈະ​ຢາກ​ສວຍ​ໃຊ້ມັນ​ໃຫ້​ປະ​ໂຫຍດ​.”

ອີ​ຣ່ານ​ໄດ້​ປະ​ກາດ​ໃນ​ວັນ​ພຸດ​ວານນີ້​ວ່າ ຈະ​ຫລຸດ​ຄວາມ​ມຸ້ງ​ໝັ້ນ​ຂອງ​ຕົນຕໍ່​ສັນ​ຍາ​ນີວ​ເຄ​ລຍ ປີ 2015 ກັບ​ປະ​ເທດ​ມະ​ຫາ​ອຳ​ນາດ​ຂອງ​ໂລກນັ້ນລົງ​ອີກ.
ການ​ເຮັດ​ແນວນີ້ ແມ່ນ​ກ່ຽວ​ພັນ​ກັບ “ການ​ພັດ​ທະ​ນາເຄື່ອງ​ປັ່ນສິ່ງ​ຕົກ​ຄ້າງ. ພວກ​ເຮົາ​ຈະ​ເອົາ​ບາດ​ກ້າວ​ດັ່ງ​ກ່າວ​ໃນ​ວັນ​ສຸກມື້​ອື່ນນີ້" ອີງ​ຕາມ​ຄຳ​ເວົ້າ​ຂອງ​ທ່ານ​ຣູ​ຮາ​ນີ ຢູ່​ໃນ​ຄຳ​ປາ​ໄສ​ຂອງ​ທ່ານ ທີ່​ກ່າວ​ຜ່ານ​ທາງ​ໂທ​ລະ​ພາບ.

ໃນ​ປີ​ກາຍນີ້ ທ່ານ ທ​ຣຳ​ໄດ້​ຖອນ​ສະ​ຫະ​ລັດ​ອອກ​ຈາກ​ສັນ​ຍາ​ທີ່​ເອີ້ນ​ວ່າ ແຜນ ການປະ​ຕິ​ບັດ​ງານ​ຮອບ​ດ້ານ​ຮ່ວມ​ກັນ ຫລື JCPOA.

ຄຳ​ເວົ້າ​ຂອງ​ອີ​ຣ່ານ ທີ່​ຈະ​ຖອຍອອກ​ຈາກສັນ​ຍາ JCPOA ເພີ້ມ​ໄປ​ອີກ ມີ​ຂຶ້ນ​ພາຍ​ຫລັງ​ທີ່​ຫ້ອງ​ການ​ຄຸ້ມ​ຄອງ​ຊັບ​ສິນ​ຕ່າງ​ປະ​ເທດ ຂອງ​ກະ​ຊວງ​ການ​ເງິນ​ຂອງ​ສະ​ຫະ​ລັດ ໄດ້​ປະ​ກາດຈະ​ລົງ​ໂທດ​ຕໍ່ 10 ຄົນ, ອົງ​ການ 16 ແຫ່ງ ແລະ ກຳ​ປັ່ນ 11 ລຳ ທີ່​ຖືກ​ກ່າວ​ຫາ​ວ່າ ໄດ້​ຖືກ​ສັ່ງ​ການ​ໂດຍ ແລະ​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ທາງ​ການ​ເງິນແກ່​ກຳ​ລັງ​ທະ​ຫານ​ກອງ​ທັບພິ​ທັກ​ປະ​ຕິ​ວັດ​ອິ​ສ​ລາມ ຫລື IRGC-QF ແລະ​ກຸ່ມ​ເຮ​ສ​ໂບ​ລາ, ທີ່​ເປັນສາ​ຂາ​ດ້ານກໍ່​ການ​ຮ້າຍຂອງກອງ​ທັບ​ນັ້ນ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG