ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອີຣ່ານ ກ່າວວ່າ ຕົນໄດ້ຍິງ ລູກສອນໄຟ ໃສ່ຖານທັບ ຂອງພວກ ກໍ່ການຮ້າຍໃນ ຊີເຣຍ


ລູກສອນໄຟຖືກຍິງຂຶ້ນໂດຍກອງທັບປະຕິວັດ ອີຣ່ານ ໃນລະຫວ່າງ
ການຝຶກຊ້ອມຮົບຢູ່ສະຖານທີ່ໆບໍ່ໄດ້ຖືກເປີດເຜີຍໃຫ້ຮູ້. 9 ມີນາ 2016.
ລູກສອນໄຟຖືກຍິງຂຶ້ນໂດຍກອງທັບປະຕິວັດ ອີຣ່ານ ໃນລະຫວ່າງ ການຝຶກຊ້ອມຮົບຢູ່ສະຖານທີ່ໆບໍ່ໄດ້ຖືກເປີດເຜີຍໃຫ້ຮູ້. 9 ມີນາ 2016.

ກອງທັບປະຕິວັດ ອີຣ່ານ ກ່າວວ່າ ພວກເຂົາເຈົ້າໄດ້ຍິງລູກສອນໄຟໃສ່ ພວກກໍ່ການຮ້າຍ
ທີ່ຕັ້ງຖິ່ນຖານຢຢຢູ່ພາກຕາເວັນອອກຂອງ ຊີເຣຍ ໃນ ວັນອາທິດວານນີ້, ເພື່ອແກ້ແຄ້ນ
ການໂຈມຕີຄັ້ງໜຶ່ງໃນນະຄອນ ຫຼວງ ເຕຮະຣ່ານ ໃນຕົ້ນເດືອນນີ້.

ກອງທັບກ່າວວ່າ “ພວກກໍ່ການຮ້າຍຈຳນວນຫຼວງຫຼາຍໄດ້ຖືກຂ້າຕາຍ ແລະ ອາວຸດຂອງ
ພວກເຂົາກໍຖືກທຳລາຍ”
ໃນການໂຈມຕີຢູ່ແຂວງ Deir Ezzor.

ພວກເຂົາເຈົ້າກ່າວວ່າ ເປົ້າໝາຍຕ່າງໆລວມມີ ຫ້ອງການໃຫຍ່ຂອງ ພວກກໍ່ການຮ້າຍ
ແລະ ສະຖານທີ່ເຮັດລົດລະເບີດ.

ປະຊາຊົນ 17 ຄົນ ໄດ້ເສຍຊີວິດ ແລະ ຫຼາຍກວ່າ 50 ຄົນ ໄດ້ຮັບ ບາດເຈັບ ໃນການໂຈມ
ຕີກໍ່ການຮ້າຍເມື່ອວັນທີ 7 ມິຖຸນາ ຢູ່ບໍລິເວນ ສະພາແຫ່ງຊາດ ໃນນະຄອນຫຼວງ ເຕຮະ
ຣ່ານ ແລະ ສະຖານທີ່ບູຊາ ທ່ານ Ayatollah Ruhollah Khomeini.

ພວກລັດອິສລາມ ໄດ້ອ້າງເອົາຄວາມຮັບຜິດຊອບ. ແຕ່ອີຣ່ານ ທີ່ແມ່ນ ປະເທດມຸສລິມນັບ
ຖືນິກາຍ ຊີໄອ ກໍໄດ້ກ່າວຫາ ຊາອູດິ ອາເຣເບຍ ທີ່ນັບຖືນິກາຍ ຊຸນນີ ສຳລັບການກະຕຸ້ນ
ຄວາມຮຸນແຮງຂຶ້ນເຊັ່ນກັນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG