ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໜ່ວຍ​ພິທັກປະຕິ​ວັດອີຣ່ານ ຍິງ​ລູກ​ສອນ​ໄຟໃສ່​ຊີ​ເຣຍ ຍ້ອນການ​ໂຈມ​ຕີ ການ​​ເດີນ​ສວນ​ສະ​ໜາມ


ລູກ​ສອນ​ໄຟ ​ຍິງ​ຈາກ​ເມືອງເຄີ​ມານ​ຊາ​ຮ ທາງ​ພາກ​ຕາ​ເວັນ​ຕົກ​ຂອງ​ອີີີ​ຣ່ານ ວັນ​ທີ Kermanshah ໃນ​ທີ 19 ມິ​ຖຸ​ນາ 2017.
ລູກ​ສອນ​ໄຟ ​ຍິງ​ຈາກ​ເມືອງເຄີ​ມານ​ຊາ​ຮ ທາງ​ພາກ​ຕາ​ເວັນ​ຕົກ​ຂອງ​ອີີີ​ຣ່ານ ວັນ​ທີ Kermanshah ໃນ​ທີ 19 ມິ​ຖຸ​ນາ 2017.

ໜ່ວຍ​ພິທັກປະຕິ​ວັດອີຣ່ານ ກ່າວ​ໃນ​ວັນ​ຈັນ​ມື້​ນີ້​ວ່າ ຕົນ​ໄດ້​ຍິງ​ລູກ​ສອນ​ໄຟ​ໂຈມ​ຕີພວກ​ທະຫານບ້ານ​ຢູ່​ໃນ​ຊີ​ເຣຍ.

ໜ່ວຍ​ພິທັກປະຕິ​ວັດດັ່ງກ່າວ ເວົ້າ​ວ່າ ​ພວກ​ທະຫານບ້ານເຫຼົ່ານັ້ນເປັນຜູ້​ຮັບ​ຜິດ​ຊອບຕໍ່​
ການ​ໂ​ຈມ​ຕີ​ຫວ່າງ​ມໍ່ໆ​ມາ​ນີ້​ ການ​ເດີນ​ສວນ​ສະ​ໜາມ​ຢູ່​ເມືອງ​ອາ​ວາ​ສ ທີ່​ເຮັດ​ໃຫ້ 25 ຄົນ
​ເສຍ​ຊີ​ວິດ ແລະ​ໄດ້​ຮັບ​ບາດ​ເຈັບ 65 ຄົນ.

ໜ່ວຍ​ພິທັກປະຕິ​ວັດ ໄດ້ກ່າວ​ຢູ່​ໃນ​ໜ້າ​ເວັບ​ໄຊ​ຂອງພວກເຂົາວ່າ “ບັນ​ດາ​ກອງ​ບັນ​ຊາ​
ການ​ຂອງ​ພວກ​ຮັບ​ຜິດ​ຊອບ​ສຳລັບ​ກາ​ນ​ກະ​ທຳ​ກໍ່​ການ​ຮ້າຍ​ໃ​ນ​ເມືອງ​ອາ

​ວາ​ສ ທີ່​ຖືກ​ໂຈມ​ຕີ ເມື່ອ​ບໍ່​ເທົ່າ​ໃດ​ນາ​ທີ່​ຜ່ານ​ມາ ຢູ່ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ແມ່ນໍ້າ​
ຢູເຟຣດ ໂດຍ​ລູກ​ສອນ​ໄຟ​ຂີ​ປະ​ນ​າວຸດ​ຫຼາຍ​ລູກ ທີ່ຍິງ​ໂດຍກຳລັງອະວະກາດຂອງ​ໜ່ວ​ຍ​
ຮັ​ກ​ສາ​ການ​ປະ​ຕິ​ວັດ. ອີງ​ຕາມ​ລາຍ​ງານ​ຂັ້ນ​ຕົ້ນ ແມ່ນວ່າພວກ​ກໍ່ການຮ້າຍ ຕາກ​ຟິ​ຣີ
​ຫຼາຍ​ຄົນ ແລະ​ບັນ​ດາ​ຜູ້​ນຳຂອງພວກ​ເຂົາ​ເປັນຜູ້​ຮັບ​ຜິດ​ຊອບ​ຕໍ່​ການກ​ະ​ທຳ​ກໍ່​ການ​ຮ້າຍ
ຢູ່​ໃນ​ເມືອງ​ອາ​ວາ​ສ ​ໄດ້​ຖືກ​ສັງ​ຫານ ຫຼື​ໄດ້​ຮັບ​ບາດ​ເຈັບ​ຈາກ​ການ​ໂຈມ​ຕີ​ດ້ວຍ​ລູກ​ສອນ​
ໄຟ​ດັ່ງ​ກ່າວ.

ອີ​ຣ່ານ​ໃຊ້​ຄຳ​ເວົ້າ “ພວກທະຫານບ້ານຕາກ​ຟີ​ຣີ” ​ອ້າງ​ເຖິງ​ພວກ​ທະຫານບ້ານ​ຊູ​ນີ ແລະ
​ກຸ່ມ​ລັດ​ອິ​ສ​ລາມ.

ອົງ​ການ​ຂ່າວ​ຟາ​ຣ​ສ໌ ລາຍ​ງານ​ວ່າ ​ໜ່ວຍພິ​ທັກ​ປະ​ຕິ​ວັດ ໄດ້​ຍິງ​ລູກ​ສອນ​ໄຟ ໂຊ​ລ​ຟາ​ກາ​ຣ ແລະລູກສອນໄຟ​ກຽມ ທີ່​ໄປໄກເຖິງ 750 ກິ​ໂລ​ແມັດ ແລະ 800 ກິ​ໂລ​ແມັດຕາມລຳດັບ.

ບໍ່​ເປັນ​ທີ່​ແຈ້ງ​ຂາວ​ວ່າ​ ແມ່ນ​ໃຜ​ແທ້ ​ເປັນ​ຜູ້​ຮັ​ບ​ຜິດ​ຊອບ​ຕໍ່​ການ​ໂຈມ​ຕີຕໍ່ການ​ເດີນ​ສວນ
​ສະ​ໜາມ​ເພື່ອ​ລະ​ລຶກ​ເຖິງວັນ​ຄົບ​ຮອບ 1980-1988 ຂອງ​ສົ​ງຄາມອີີີ​ຣ່ານ- ອີ​ຣັກ.

ອີ​ຣ່ານ ໄດ້​ຖີ້ມ​ໂທດ​ໃສ່​ອາ​ຣັບ​ພວກຢາກ​ແບ່ງ​ແຍກ​ດິນ​ແດນ ແຕ່​ລັດ​ອິ​ສ​ລາມ ໄດ້​ອ້າງ
​ເອົາ​ຄວາມ​ຮັບ​ຜິດ​ຊອບ.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG