ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຫລ ເອີ້ນ ການຍິງລູກສອນໄຟ ຂອງອີຣ່ານ ວ່າ 'ຂາດຄວາມຮັບຜິດຊອບ'


ໜ່ວຍ​ພິທັກປະຕິ​ວັດອີຣ່ານ ຫຼື IRGC ຍິງລູກສອນໄຟ ຫຼາຍລູກ ຈາກແຂວງ ເຄີຣມານຊາ ຢູ່ທາງພາກຕາເວັນຕົກ ສຽງເໜືອ ຂອງປະເທດ, ວັນທີ 1 ຕຸລາ 2018.
ໜ່ວຍ​ພິທັກປະຕິ​ວັດອີຣ່ານ ຫຼື IRGC ຍິງລູກສອນໄຟ ຫຼາຍລູກ ຈາກແຂວງ ເຄີຣມານຊາ ຢູ່ທາງພາກຕາເວັນຕົກ ສຽງເໜືອ ຂອງປະເທດ, ວັນທີ 1 ຕຸລາ 2018.

ສະຫະລັດ ໄດ້ຕຳໜິການໂຈມຕີດ້ວຍລູກສອນໄຟຂອງອີຣ່ານ ຕໍ່ອັນທີ່ຕົນອ້າງ ວ່າ ເປັນ
ເປົ້າໝາຍຂອງພວກຫົວຮຸນແຮງ ຢູ່ໃນພາກຕາເວັນອອກຂອງຊີເຣຍ ນັ້ນ ເຊິ່ງສະຫະລັດ
ເອີ້ນການກະທຳດັ່ງກ່າວ ວ່າ “ຂາດຄວາມຮັບຜິດຊອບ ບໍ່ປອດໄພ ແລະ ຫາເລື້ອງ
ເກາະຜິດ.”

ໃນຖະແຫລງການສະບັບນຶ່ງ ທີ່ສົ່ງໄປໃຫ້ ວີໂອເອ ໃນວັນຈັນວານນີ້ ໂຄສົກຂອງທຳນຽບ
ຫ້າແຈ ພັນໂທກອງທັບເຮືອ ຊອນ ໂຣເບີດສັນ ໄດ້ກ່າວວ່າ ອີຣ່ານ ບໍ່ໄດ້ເອົາມາດຕະການ
ທີ່ຈະແຈ້ງໃຫ້ກຳລັງທະຫານອື່ນໆ ທີ່ກຳລັງ ປະຕິບັດການ ຢູ່ໃນຊີເຣຍ ຊາບກ່ຽວກັບ
ການຍິງລູກສອນໄຟໂຈມຕີ ໃນ ຕອນເຊົ້າຂອງວັນຈັນວານນີ້. ບໍ່ຄືກັບອີຣ່ານ ທ່ານໄດ້
ກ່າວວ່າ ກຳລັງທະຫານ “ທີ່ເປັນມືອາຊີບ” ເຊັນວ່າ ຈຳພວກ ກຳລັງປະສົມ ທີ່ນຳພາໂດຍ
ສະຫະລັດ ຢູ່ ໃນຊີເຣຍ ແລະ ໃນການປະຕິບັດການ ​ເພື່ອ​ຫລຸດ​ຜ່ອນ​ການ​ຂັດ​ແຍ້ງ ຂອງ
ຣັດເຊຍ ເພື່ອຮັບປະກັນຄວາມປອດໄພຢ່າງສູງສຸດ.

ໜ່ວຍ​ພິທັກປະຕິ​ວັດອີຣ່ານ ຫຼື IRGC ໄດ້ກ່າວວ່າ ລູກສອນໄຟ 6 ລູກ ໄດ້ຖືກ ຍິງຈາກ
ແຂວງເຄີຣມານຊາ ຢູ່ທາງພາກຕາເວັນຕົກສຽງເໜືອ ໄດ້ບິນຜ່ານພາກ ກາງຂອງອີຣັກ
ແລະໄດ້ຖະຫລົ່ມເປົ້າໝາຍຕ່າງໆ ຢູ່ໃນເມືອງ ອາລບູ ຄາມາລ ທາງພາກຕາເວັນອອກ
ຂອງຊີເຣຍ ທີ່ຕັ້ງຢູ່ໃກ້ຊາຍແດນຕິດກັບອີຣັກ.

ໜ່ວຍ IRGC ໄດ້ກ່າວອີກວ່າ ການແນເປົ້າໝາຍໃສ່ພວກຫົວຮຸນແຮງ ປະກອບດ້ວຍ
“ພວກຕາກຟີຣີ” ອັນເປັນຄຳສັບທີ່ອີຣ່ານ ມັກໃຊ້ກັບພວກນັກລົບລັດອິສ ລາມ ແລະ
ພວກອາຣັບແບ່ງແຍກດິນແດນ ຜູ້ທີ່ຕົນຖິ້ມໂທດໃສ່ ການໂຈມຕີ ເມື່ອວັນທີ 22 ກັນຍາ
ຕໍ່ການສວນສະໜາມຂອງກອງທັບອີຣ່ານ ຢູ່ໃນເມືອງ ອາວາ​ສ ຢູ່ທາງພາກຕາເວັນຕົກ
ສຽງໃຕ້ຂອງອີຣ່ານ ເຊິ່ງການໂຈມຕີດັ່ງກ່າວ ໄດ້ສັງຫານ ຢ່າງໜ້ອຍ 24 ຄົນ.

ກຳລັງປະສົມທີ່ນຳພາໂດຍ ສະຫະລັດ ກໍຍັງໄດ້ແນເປົ້າໝາຍໃສ່ກຸ່ມຫົວຮຸນແຮງ ລັດ
ອິສລາມ ຢູ່ໃນພາກຕາເວັນອອກຂອງຊີເຣຍ ນຳດ້ວຍ ອັນເປັນສ່ວນນຶ່ງ ຂອງການ
ປະຕິບັດງານ ທີ່ຍາວນານຫຼາຍປີ ເພື່ອກຳຈັດກຸ່ມນີ້ ໃຫ້ສິ້ນຊາກຈາກ ທັງຊີເຣຍ ແລະ
ອີຣັກ.

ພັນໂທ ໂຣເບີດສັນ ໄດ້ກ່າວວ່າ ກຸ່ມກຳລັງປະສົມ ແມ່ນ “ມີຄວາມອາດສາມາດ ທີ່ຈະ
ເອົາຊະນະໄດ້”
ໂດຍປາສະຈາກການຊ່ອຍເຫຼືອ ຂອງອີຣ່ານ ກຸ່ມລັດອິສລາມ ຍັງຫລົງ
ເຫຼືອ ຢູ່ໃນຂົງເຂດຮ່ອມພູແມ່ນ້ຳຢູເຟຣຕິ​ສ ນັ້ນ ທີ່ຍາວຢຽດ ຈາກ ພາກຕາເວັນອອກ
ຂອງຊີເຣຍ ເຂົ້າໄປໃນພາກຕາເວັນຕົກຂອງອີຣັກ.

ທ່ານໄດ້ກ່າວຕື່ມ ໂດຍອ້າງໃສ່ ຄຳຫຍໍ້ສຳລັບກຸ່ມຫົວຮຸນແຮງ ນັ້ນ ວ່າ “ໂດຍມີສະພາບ
ການທີ່ສະຫລັບຊັບຊ້ອນຂອງສະໜາມລົບ ການໂຈມຕີເຊັ່ນນັ້ນ ອາດ ເປັນໄປໄດ້ວ່າ
ຈະເຮັດໃຫ້ເກີດຄວາມເສຍຫາຍ ຕໍ່ກຳລັງຜູ້ທີ່ພວມຕໍ່ສູ້ກຸ່ມ ISIS ຢ່າງຫ້າວຫັນ ຢູ່ໃນ
ຊີເຣຍ. ການເຄື່ອນໄຫວໃດໆຂອງອີຣ່ານ ຢູ່ໃນພື້ນທີ່ແຫ່ງນີ້ ແມ່ນ ຂາດຄວາມຮັບ
ຜິດຊອບ ບໍ່ປອດໄພ ແລະ ຫາເລື້ອງເກາະຜິດ.”

ໃນການໃຫ້ສຳພາດ ກັບ ວີໂອເອພະແນກພາສາເປີເຊຍ ທ່ານ ໄມໂກລ ພຣີເຈັນ ນັກວິ
ເຄາະ ຢູ່ທີ່ສະຖາບັນ ຮັດສັນ ໄດ້ກ່າວວ່າ “ລູກສອນໄຟຂອງອີຣ່ານຖະຫລົ່ມ ພື້ນທີ່ບ່ອນທີ່
ກຳລັງຂອງສະຫະລັດ ແມ່ນພ​ວມປະຕິບັດການຢູ່ນັ້ນ ຈະຖືໄດ້ວ່າ ເປັນການເກາະຜິດ
ຢ່າງຮ້າຍແຮງ ໂດຍວໍຊິງຕັນ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG