ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອີຣ່ານ ຢຶດ​ໄດ້ ​ເຮື​ອບິນ ​​ບໍ່​ມີ​ຄົນ​ຂັບ ຂອງສະຫະລັດ (ວີດີໂອ)


ເຮືອບິນບໍ່ມີຄົນຂັບ Scan Eagle ທີ່ຖືກສົ່ງຂຶ້ນ ຈາກກຳປັ່ນລົບຂອງສະຫະລັດ.
ເຮືອບິນບໍ່ມີຄົນຂັບ Scan Eagle ທີ່ຖືກສົ່ງຂຶ້ນ ຈາກກຳປັ່ນລົບຂອງສະຫະລັດ.
ສື່ມວນ​ຊົນຂອງລັດ​ຖະບານອີຣ່ານ ກ່າວ​ວ່າ ອີຣ່ານ “ຢຶດ​ໄດ້” ​
ເຮື​ອບິນ​ທີ່​ບໍ່​ມີ​ຄົນ​ຂັບຂອງອາ​ເມຣິກາ ທີ່​ບິນຢູ່ເທິງ ອ່າວ​ເປີ
​ເຊຍ​ ຫລັງ​ຈາກໄດ້ບິນ ເຂົ້າ​ໄປໃນນ່ານ​ຟ້າຂອງອີຣ່ານ.

ລາຍ​ງານ​ຂ່າວ​ກ່າວ​ວ່າ ​ໃນ​ວັນ​ອັງຄານ​ມື້​ນີ້ ​ເຮືອບິນ​ທີ່​ບໍ່​ມີ​ຄົນ​ຂັບ ຊື່ວ່າ Scan Eagle ຖືກ​ຈັບ​ໄດ້​ໂດຍ​ ໜ່ວຍ​ທະຫານເຮືອ ຂອງກຳລັງ​ພິທັກ​ປະຕິ​ວັດ ໃນ​ຂະນະ​ທີ່​ພວມ​ບິນ​ລາ​ດຕະ​ເວ​ນ ​ແລະ​ເກັບ​ກໍາ​ຂໍ້​ມູນ​ຢູ່​ນັ້ນ. ລາຍ​ງານ​ບໍ່​ໄດ້ແຈ້ງ​ໃຫ້​ຊາບ​ວ່າ ​ອີຣ່ານ ຢຶດ​ໄດ້​ເຮືອບິນ​ທີ່​ບໍ່​ມີ​ຄົນ​ຂັບ​ດັ່ງກ່າວ ຢູ່​ໃສ ​ແລະ​ຢຶດ​ໄດ້​ຢ່າງ​ໃດ.

ສະຫະລັດ ຍັງ​ບໍ່​ທັນໃຫ້​ຄວາມ​ເຫັນໃດໆ​ກ່ຽວ​ກັບ ການ​ກ່າວ​ອ້າງຂອງ ອີຣ່ານ.

ໃນເດືອນ​ແລ້ວ​ນີ້ ອີຣ່ານ ​ໃຫ້ການ​ຢືນຢັນ​ຕໍ່ລາຍງານຂອງ ທໍານຽບຫ້າ​ແຈ ທີ່​ເວົ້າວ່າເຮືອ ບິນ​ລົບ ອີຣ່ານ ໄດ້​ຍິງ​ໃສ່​ເຮືອບິນ​ທີ່​ບໍ່​ມີ​ຄົນ​ຂັບ ​ຂອງສະຫະລັດ ຢູ່ໃນບໍລິ​ເວນ​ອ່າວ​ເປີ​ເຊຍ.

ອົງການ​ຂ່າວ​ຂອງ​ພວກນັກ​ສຶກສາອີຣ່ານ ​ໄດ້​ອ້າງ​ຄຳ​ເວົ້າຂອງ ລັດຖະມົນຕີປ້ອງ​ກັນ​ປະ​ເທດອີຣ່ານ ທ່ານ Ahmad Vahidi ​ທີ່​ກ່າວວ່າ ​ກອງທັບອີຣ່ານ ​ໄດ້​ເອົາ​ບາດ​ກ້າວ​ຕ້ານ​ເຮືອບິນ​ລຶກລັບ ທີ່​ບິນ​ເຂົ້າໄປໃນ​ນ່ານ​ຟ້າ​ຂອງ​ປະ​ເທດ.

XS
SM
MD
LG