ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ເຕືອນຊີເຣຍ ຣັດເຊຍ ແລະອີຣ່ານ
ທາງຂໍ້ຄວາມທີ່ຂຽນລົງໃນທວິດເຕີ ໃນວັນຈັນວານນີ້ ຕໍ່ຕ້ານ ໃນອັນທີ່ “ກໍ່ກຳທຳເຂັນ
ສ້າງຂຸມຝັງສົບມະນຸດສະທຳ ທີ່ເປັນການຜິດພາດ” ໂດຍການໂຈມຕີກຸ່ມຕໍ່ຕ້ານລັດ
ຖະບານຊີເຣຍ ທີ່ມີທີ່ໝັ້ນທີ່ແຂວງອິດລິບນັ້ນ.
“ຊາວຣັດເຊຍ ແລະຊາວອີຣ່ານ ແມ່ນຈະເຮັດຂຸມຝັງສົບມະນຸດສະທຳ ທີ່ເປັນການ
ຜິດພາດ ເພື່ອເປັນສ່ວນນຶ່ງ ຂອງຄວາມເປັນໄປໄດ້ຂອງໂສກນາດຕະກຳຂອງມວນ
ມະນຸດເຮົາ. ຜູ້ຄົນຈຳນວນຫຼາຍຮ້ອຍພັນຄົນ ອາດຖືກຂ້າຕາຍໄດ້. ບໍ່ຄວນຈະປ່ອຍ
ໃຫ້ມັນເກີດຂຶ້ນໄດ້!” ຊຶ່ງທ່ານທຣຳ ໄດ້ຂຽນລົງໃນທວິດເຕີ ໃນແລງວັນຈັນວານນີ້.
ໃນເຊົ້າວັນວັນຈັນວານນີ້ ອີຣ່ານ ໄດ້ສະແດງອອກ ຊຶ່ງການໃຫ້ກາສະໜັບສະໜຸນ
ແກ່ພວກປ້ອງກັນຊີເຣຍ ເພື່ອຍຶດເອົາເຂດຫຼັກສຸດທ້າຍຂອງທີ່ໝັ້ນຂອງຝ່າຍຄ້ານ
ໂດຍກ່າວວ່າ ຂົງເຂດອິດລິບ ແມ່ນຢູ່ໃນພາກຕາເວັນອອກສຽງເໜືອ ຊີເຣຍ ຄວນ
ໄດ້ກວດລ້າງ “ພວກກໍ່ການຮ້າຍ.”
ລັດຖະມົນຕີການຕ່າງປະເທດຂອງອີຣ່ານ ທ່ານໂມຮາມເມັດ ຈາວາດ ຊາຣິຟ ໄດ້ເດີນ
ທາງໄປຍັງນະຄອນດາມັສກັສ ໃນວັນຈັນວານນີ້ ເພື່ອພົບປະກັບຄູ່ຕຳແໜ່ງຊີເຣຍ
ພ້ອມທັງປະທານາທິບໍດີບາຊາ ອາລ-ອາຊາດ.
ສື່ມວນຂອງອີຣ່ານ ໄດ້ອ້າງເອົາຄຳເວົ້າຂອງທ່ານຊາຣິຟ ທີ່ກ່າວວ່າ ແຂວງອິດລິບ
ຄວນຈະຖືກກັບຄືນໄປສູ່ການຄວບຄຸມຂອງຊາວຊີເຣຍ ແລະຄວນພະຍາຍາມສ້າງ
ສາຄືນໃໝ່ ໃນຊີເຣຍ ແລະການກັບຄືນຂອງພວກອົບພະຍົບນັ້ນ ແມ່ນຄວນຈະດຳ
ເນີນຕໍ່ໄປ.
ປະເທດດັ່ງກ່າວ ໄດ້ມີສົງຄາມມາ ນັບຕັ້ງແຕ່ປີ 2011 ດ້ວຍຫຼາຍພັກຝ່າຍ ທີ່ຮວມທັງ
ກອງກຳລັງທີ່ນິຍົມລັດຖະບານ, ກຸ່ມຕໍ່ຕ້ານລັດຖະບານ ແລະກຸ່ມຫົວຮຸນແຮງ ທີ່ຄວບ
ຄຸມເອົາຫຼາຍໆຂົງເຂດນັ້ນ.
ກອງກຳລັງທ່ານອາຊາດ ທີ່ໜຸນຫຼັງໂດຍພວກທະຫານທີ່ ທີ່ສະໜັບສະໜູນ ໂດຍ
ຣັດເຊຍ ແລະອີຣ່ານ ໄດ້ຍຶດຄືນ ເອົາເມືອງໃຫຍ່ໆ ຫຼາຍແຫ່ງ ໃນຮອບຫຼາຍປີຜ່ານ
ມານີ້ ຊຶ່ງພົວພັນກັບຂໍ້ຕົກລົງ ກັບພວກນັກຕໍ່ສູ້ຂອງຝ່າຍຄ້ານ ແລະພົນລະເຮືອນ
ເລື້ອຍໆ ທີ່ປ່ອຍໃຫ້ພວກເຂົາເຈົ້າໜີອອກໄປຈາກແຂວງອິດລິບ.
ອ່ານຂ່າວນີ້ເພີ່ມຕື່ມເປັນພາສາອັງກິດ