ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ສະຫະປະຊາຊາດ ສະແດງຄວາມເປັນຫ່ວງ ເລື່ອງນິວເຄລຍ ຂອງອີຣ່ານ


ຜູ້ນຳສູງສຸດຂອງອີຣ່ານ Ayatollah Ali Khamenei ກ່າວຄຳປາໄສ ຕໍ່ກອງປະຊຸມສຸດຍອ ຄັ້ງທີ 16 ຂອງ ຂະບວນການບໍ່ຮວມກຸ່ມ ທີ່ກຸງເຕຫະຣ່ານ (30 ສິງຫາ 2012).
ຜູ້ນຳສູງສຸດຂອງອີຣ່ານ Ayatollah Ali Khamenei ກ່າວຄຳປາໄສ ຕໍ່ກອງປະຊຸມສຸດຍອ ຄັ້ງທີ 16 ຂອງ ຂະບວນການບໍ່ຮວມກຸ່ມ ທີ່ກຸງເຕຫະຣ່ານ (30 ສິງຫາ 2012).
ຜູ້ນໍາສູງສຸດຂອງອີຣ່ານກ່າວວ່າ ປະເທດຂອງທ່ານບໍ່ໄດ້ດຳເນີນ
ການ ເພື່ອພັດທະນາອາວຸດນິວເຄລຍ ແຕ່ກໍຈະບໍ່ປະຖິ້ມ ສິດທິ
ແຫ່ງຊາດຂອງຕົນໃນການນຳໃຊ້ພະລັງງານນິວເຄລຍແບບສັນຕິ.

Ayatollah Ali Khamenei ຜູ້ນໍາສູງສຸດຂອງອີຣ່ານກ່າວຕໍ່ກອງ
ປະຊຸມສຸດຍອດຂອງຂະບວນການປະເທດບໍ່ຮວມກຸ່ມທີ່ນະຄອນ
ຫລວງເຕຫະຣ່ານໃນວັນພະຫັດວານນີ້ຂະນະທີ່ອົງການຄຸ້ມຄອງ
ນິວເຄລຍຂອງສະຫະປະຊາຊາດສະແດງຄວາມວິຕົກກັງວົນຢ່າງ
ເປັນການເປີດເຜີຍກ່ຽວກັບໂຄງການນິວເຄລຍທີ່ເປັນບັນຫາຖົກ
ຖຽງໂຕ້ແຍ້ງຂອງອີຣ່ານ.

ອົງການພະລັງງານປະລະມະນູສາກົນ ກ່າວວ່າ ອີຣ່ານໄດ້ເພີ່ມ
ຄວາມສາມາດໃນໂຄງການກັ່ນທາດຢູເຣນຽມ ຂຶ້ນເປັນຫລາຍ
ກວ່າສອງເທົ່າຢູ່ສະຖານທີ່ ໃຕ້ດິນທີ່ປອດໄພແຫ່ງນຶ່ງ ຊຶ່ງຮູ້ກັນໃນຊື່ Fordo ນັ້ນ.

ນອກນັ້ນ ອົງການຄຸ້ມຄອງນິວເຄລຍຂອງສະຫະປະຊາຊາດຍັງກ່າວຢູ່ໃນລາຍງານທີ່ນຳ ອອກເຜີຍແຜ່ ໃນວັນພະຫັດວານນີ້ວ່າ ໄດ້ມີການດຳເນີນກິດຈະການຢ່າງຂຸ້ນຂ້ຽວ ຊຶ່ງ ໝາຍເຖິງການກຳຈັດຫຼັກຖານຕາມທີ່ໄດ້ມີການກ່າວຫາຢູ່ທີ່ຄ້າຍທະຫານໃຫຍ່ໃນເມືອງ Parchin ອາດຈະເປັນອຸບປະສັກ ຕໍ່ຂອບເຂດໃນການສືບສວນ ກ່ຽວກັບໂຄງການນິວ
ເຄລຍ ຂອງອີຣ່ານ.

ການກັ່ນຢູເຣນຽມຂອງອີຣ່ານ ເປັນບັນຫາໂຕ້ແຍ້ງກໍຍ້ອນວ່າ ມັນໄດ້ຍົກລະດັບທາດຢູເຣ ນຽມໃຫ້ສູງຂຶ້ນໃກ້ກັບລະດັບທີ່ສາມາດສ້າງອາວຸດໄດ້.

ອີຣ່ານກ່າວວ່າ ໂຄງການນິວເຄລຍຂອງຕົນແມ່ນມີຈຸດປະສົງໃນທາງສັນຕິ ແລະການກັ່ນ ທາດຢູເຣນຽມແມ່ນມີຄວາມຈຳເປັນສຳຫຼັບການຄົ້ນຄວ້າທາງດ້ານການແພດ. ແຕ່ສະຫະ
ລັດ ອິສຣາແອລແລະບາງປະເທດເຊື່ອວ່າ ອີຣ່ານພວມພະຍາຍາມຢ່າງເປັນທາງລັບເພື່ອ ສ້າງອາວຸດນິວເຄລຍ.

ໃນວັນພະຫັດວານນີ້ ທ່ານ Jay Carney ໂຄສົກຂອງທຳນຽບຂາວເຕືອນວ່າ ໂອກາດທີ່ ຈະແກ້ໄຂບັນຫາດັ່ງກ່າວແມ່ນຍັງເປີດກວ້າງຢູ່ ແຕ່ຈະບໍ່ເປີດກວ້າງແບບບໍ່ມີກຳນົດ.
XS
SM
MD
LG