ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ອິຣ່ານຈະຕັດການ​ເກື້ອ​ກຸນ ​ດ້ານອາຫານແລະນໍ້າມັນເຊື້ອໄຟ ເລີ່ມແຕ່ວັນອາທິດນີ້ໄປ


ທ່ານ Mahmoud Ahmadinejad ປະທານາທິບໍດີ ອິຣ່ານ
ທ່ານ Mahmoud Ahmadinejad ປະທານາທິບໍດີ ອິຣ່ານ

ທ່ານ Mahmoud Ahmadinejad ປະທານາທິບໍດີອິຣ່ານ
ປະກາດວ່າ ອິຣ່ານຈະເລີ່ມຕັດການ​ເກື້ອ​ກຸນ​ດ້ານອາຫານ
ແລະນໍ້າມັນເຊື້ອໄຟ ນັບຕັ້ງແຕ່ວັນອາທິດມື້ນີ້ເປັນຕົ້ນໄປ.

ທ່ານ ອາມາເດນີຈ໊າດ ກ່າວວ່າ ການສົງເຄາະ​ເກື້ອ​ກຸນທັງ
ໝົດ ດ້ານ​ເຄື່ອງອຸບປະ​ໂພ​ກບໍ​ລິ​ໂພ​ກ ຈໍາພວກນໍ້າມັນ
ເຊື້ອໄຟ ແກສ ໄຟຟ້າ ແລະເຂົ້າຈີ່ ​ແມ່ນຈະສິ້ນສຸດລົງກ່ອນ
ວາລະການ​ດໍາລົງຕໍາແໜ່ງຂອງທ່ານຈະໝົດລົງໃນປີ 2013.
ທາງ​ການອິຣ່ານກ່າວວ່າ ການ​ເກື້ອ​ກຸນ​ຕ່າງໆ​ທັງ​ໝົດ ​ເຮັດ​
ໃຫ້ສີ້​ນ​ເປືອງ​ຄັງ​ຫລວງ ປະມານ 100 ພັນລ້ານໂດລາຕໍ່ປີ.

ການເຄື່ອນໄຫວດັ່ງກ່າວນີ້ ມີຂຶ້ນໃນຂະນະທີ່ສະພາບການເສດຖະກິດຂອງອິຣ່ານ ສືບ​ຕໍ່ດິ້ນ​ຮົນ ຕົກ​ຕໍ່າລົງໄປ​ເລື້ອຍໆ ພາຍ​ໃຕ້ການລົງໂທດຫລາຍໆບັ້ນທີ່ນໍາ​ໃຊ້ໂດຍສະຫະລັດ ແລະ ອົງການສະຫະປະຊາຊາດ ຍ້ອນການປະຕິເສດ ຂອງອິຣ່ານ ທີ່ບໍ່​ຍອມຍຸຕິໂຄງການກັ່ນທາດ ຢູເຣນຽມຂອງຕົນນັ້ນ.

ສະຫະລັດແລະພັນທະມິດຈໍານວນ​ນນຶ່ງ ກ່າວຫາອິຣ່ານວ່າ ໃຊ້ໂຄງການນິວເຄລຍທາງ
ພົນລະເຮືອນຂອງຕົນ ເປັນສາກບັງໜ້າ ເພື່ອພັດທະນາໂຄງການອາວຸດນີວເຄລຍ ຊຶ່ງ
ອິຣ່ານໄດ້ປະຕິເສດຂໍ້ກ່າວຫາເຫລົ່ານີ້.

XS
SM
MD
LG