ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ປະຊາຊົນຊາວ ເຄີດ ໃນອີຣັກ ລົງປະຊາມະຕິ ແຍກຕົວອອກ ເປັນເອກະລາດ


ແມ່ຍິງຄົນນຶ່ງຮັບເອົາບັດລົງຄະແນນສຽງ ຢູ່ໜ່ວຍເລືອກຕັ້ງ ໃນຂະນະທີ່ຊາວ ເຄີດ ພາກັນປ່ອນບັດ ສຳລັບການແຍກ
ຕົວອອກເປັນເອກະລາດໃນເມືອງ ເຄີຄຸກ ທີ່ມີຄວາມຂັດ
ແຍ້ງກັນ, 25 ກັນຍາ, 2017.
ແມ່ຍິງຄົນນຶ່ງຮັບເອົາບັດລົງຄະແນນສຽງ ຢູ່ໜ່ວຍເລືອກຕັ້ງ ໃນຂະນະທີ່ຊາວ ເຄີດ ພາກັນປ່ອນບັດ ສຳລັບການແຍກ ຕົວອອກເປັນເອກະລາດໃນເມືອງ ເຄີຄຸກ ທີ່ມີຄວາມຂັດ ແຍ້ງກັນ, 25 ກັນຍາ, 2017.

ປະຊາຊົນຊາວ ເຄີດ ໃນປະເທດ ອີຣັກ ໄດ້ລົງພາກັນລົງປະຊາມະຕິ ແຍກຕົວເປັນ
ເອກະລາດ ທີ່ຖືກຄາດຫວັງຢ່າງກວ້າງຂວາງວ່າ ຈະໄດ້ຮັບການອະນຸມັດໃນວັນຈັນ
ມື້ນີ້ ໃນຂະນະທີ່ເຂົາເຈົ້າ ໄດ້ປະເຊີນໜ້າກັບການຖືກຄັດຄ້ານຈາກລັດຖະບານໃນ
ນະຄອນຫຼວງ ແບກແດັດ ພ້ອມກັບບັນດາປະເທດທີ່ຢູ່ອ້ອມຂ້າງ ແລະ ສະຫະລັດ ນຳ.

ທ່ານ Masoud Barzani ປະທານຂອງພາກພື້ນ ຊາວເຄີດ ເຄິ່ງປົກ ຄອງຕົນເອງ
ໃນພາກຕາເວັນອອກສຽງເໜືອຂອງ ອີຣັກ ໄດ້ຮຽກຮ້ອງບັນດາຜູ້ທີ່ສາມາດລົງຄະແນນ
ສຽງ 5 ລ້ານຄົນໃຫ້ປ່ອນບັດຂອງເຂົາເຈົ້າ ດ້ວຍຄວາມສະຫງົບ.

ທ່ານໄດ້ກ່າວຢູ່ໃນກອງປະຊຸມຖະແຫຼງຂ່າວ ໃນເມືອງ Irbil ເມື່ອວັນອາທິດວານນີ້ວ່າ
“ພວກເຮົາໄດ້ມີຂໍ້ສະຫຼຸບວ່າ ການເປັນເອກະລາດ ຈະອະນຸຍາດໃຫ້ພວກເຮົາ ບໍ່ເຮັດ
ຊໍ້າຄືນ ໂສກນາດຕະກຳຄືໃນອະດີດ. ການເປັນຄູ່ຮ່ວມງານກັບ ແບກແດັດ ໄດ້ປະສົບ
ຄວາມລົ້ມແຫຼວ ແລະ ພວກເຮົາຈະບໍ່ກັບຄືນໄປຫາມັນອີກ.”

ຜົນຢ່າງເປັນທາງການແມ່ນຄາດວ່າ ຈະອອກມາໃນວັນອັງຄານມື້ອື່ນ. ຄະແນນສຽງ
ເຫັນດີ ຈະບໍ່ກະຕຸ້ນໃຫ້ມີການປະກາດເອກະລາດ, ແຕ່ຢ່າງໃດກໍຕາມ ມັນຈະເປັນ
ບາດກ້າວທຳອິດ ໃນການເຈລະຈາແຍກໂຕອອກ.

ທ່ານ Barzni ໄດ້ກ່າວຕໍ່ວີໂອເອພະແນກ ເປີເຊຍ ໃນສັບປະດາຜ່ານມາວ່າຫຼັງຈາກ
ການລົງປະຊາມະຕິແລ້ວ, ລັດຖະບານ ເຄີດ ຈະເລີ່ມປຶກສາຫາລືກັບບັນດາເຈົ້າໜ້າທີ່
ອີຣັກ ກ່ຽວກັບ ບັນຫາຕ່າງໆເຊັ່ນ ການປັກເຂດຊາຍແດນ, ການແບ່ງປັນແຫຼ່ງຊັບພະ
ຍາກອນທຳມະຊາດ ແລະ ໄລຍະເວລາສຳລັບການປະກາດເອກະລາດ. ທ່ານ
Barzani ຄາດວ່າເວລາການປ່ຽນແປງຈະແມ່ນນຶ່ງ ຫາ ສອງປີ.

ຊາວ ເຄີດ ແລະ ລັດຖະບານ ອີຣັກ ໄດ້ມີຄວາມຂັດແຍ້ງກັນມາດົນນານ ກ່ຽວກັບ ລາຍ
ໄດ້ຈາກນໍ້າມັນ ແລະ ຜູ້ຄວບຄຸມຫຼາຍເມືອງທີ່ສຳຄັນໃນພາກພື້ນ.

ກ່ອນການລົງຄະແນນສຽງໃນວັນຈັນມື້ນີ້, ນາຍົກລັດຖະມົນຕີ ອີຣັກ ທ່ານ Haider
al-Abadi ໄດ້ສັ່ງໃຫ້ພາກພື້ນ ເຄີດ ສົ່ງຄືນການຄວບຄຸມຈຸດຜ່ານແດນ ແລະ ສະ
ໜາມບິນຕ່າງໆ, ແລະ ໄດ້ຮຽກຮ້ອງໃຫ້ປະເທດອື່ນໆຫ້າມນຳເຂົ້ານໍ້າມັນຈາກຊາວ
ເຄີດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG