ອີຣ່ານກ່າວວ່າ ຕົນໄດ້ຢຸດການແບ່ງປັນຂໍ້ມູນກັບຢູເຄຣນ ກ່ຽວກັບເລື້ອງເຮືອບິນໂດຍສານ ຢູເຄຣນຕົກໃນເດືອນແລ້ວ ຫຼັງຈາກລາຍງານຂ່າວຂອງໂທລະພາບຢູເຄຣນຊ່ອງນຶ່ງ ໄດ້ເປີດເຜີຍສຽງບັນທຶກຂອງຫໍຄວບຄຸມການບິນຂອງອີຣ່ານ.
ສຽງບັນທຶກດັ່ງກ່າວ ຊຶ່ງນຳອອກເຜີຍແຜ່ໂດຍຢູເຄຣນ ໃນວັນອາທິດທີ່ຜ່ານມາໄດ້ເປີດເຜີຍໃຫ້ເຫັນການໂອ້ລົມລະຫວ່າງນັກບິນ ທີ່ພວມບິນເຂົ້າມາ ແລະເຈົ້າໜ້າທີ່ຄວບຄຸມ ການຈະລາຈອນທາງອາກາດສອງຄົນ ທີກ່າວເປັນພາສາຟາຊີ ກ່ຽວກັບ “ແສງຂອງລູກສອນໄຟ” ຢູ່ໃນເສັ້ນທາງຂອງເຮືອບິນ.
ອີຣ່ານຍອມຮັບ ເມື່ອວັນທີ 11 ມັງກອນຜ່ານມາວ່າ ຕົນໄດ້ຍິງເຮືອບິນອາຍພົ່ນໂດຍສານຂອງສາກົນຢູເຄຣນ ທີ່ຫາກໍບິນຂຶ້ນຈາກສະໜາມບິນເຕຫະຣ່ານ ເມື່ອສາມມື້ກ່ອນນັ້ນ. ລັດຖະບານກ່າວວ່າ ກຳລັງຂອງຕົນໄດ້ເຂົ້າໃຈຜິດ ຄິດວ່າເຮືອບິນລຳດັ່ງກ່າວ ເປັນການຂົ່ມຂູ່ຂອງສັດຕູບໍ່ເທົ່າໃດຊົ່ວໂມງຫຼັງຈາກຕົນໄດ້ຍິງລູກສອນໄຟໄປໃສ່ຖານທັບຂອງອີຣ່ານທີ່ເປັນບ່ອນຢູ່ຂອງທະຫານອາເມຣິກັນ ເພື່ອເປັນການຕອບໂຕ້ ຕໍ່ການໂຈມຕີຂອງສະຫະລັດ ທີ່ໄດ້ສັງຫານຜູ້ບັນຊາການທະຫານອີຣ່ານນັ້ນ.
ການຍິງເຮືອບິນໂດຍສານໂບອິ້ງ 737 ຂອງຢູເຄຣນຕົກ ເຮັດໃຫ້ມີຜູ້ເສຍຊີວິດ 176 ສ່ວນໃຫຍ່ແມ່ນເປັນຊາວອີຣ່ານ ແລະຊາວການາດາເຊື້ອສາຍອີຣ່ານ.
ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ