ກະຊວງຍຸຕິທຳ ສະຫະລັດ ໄດ້ຍຶດເວັບໄຊ້ຂ່າວທີ່ເຊື່ອມໂຍງກັບ ອີຣ່ານ ເກືອບ 30 ສິບແຫ່ງໃນວັນອັງຄານວານນີ້, ເຊິ່ງມັນໄດ້ຖືກກ່າວຫາ ກ່ຽວກັບ ການເຜີຍແຜ່ຂໍ້ມູນທີ່ຜິດ.
ຖະແຫຼງການສະບັບນຶ່ງຂອງກະຊວງຍຸຕິທຳໄດ້ກ່າວວ່າ “ມື້ນີ້, ອີງຕາມຄຳສັ່ງ ຂອງສານ, ສະຫະລັດ ໄດ້ຍຶດ 33 ເວັບໄຊ້ທີ່ຖືກໃຊ້ໂດຍວິທະຍຸ ແລະ ສະຫະພັນ ໂທລະພາບ ອິສລາມ ອີຣ່ານ ແລະ 3 ເວັບໄຊ້ທີ່ຖືກປະຕິບັດການ ໂດຍກຸ່ມ ຄາຕາອິບ ຮິສບາລລາ, ໃນການລ່ວງລະເມີດມາດຕະການລົງໂທດ ສະຫະລັດ.”
ສື່ມວນຊົນ ອີຣ່ານ ໄດ້ຢືນຢັນວ່າ ເວັບໄຊ້ຂ່າວທີ່ເຊື່ອມໂຍງກັບລັດຖະບານ ຫຼາຍແຫ່ງປາກົດວ່າ “ຖືກຍຶດ” ໂດຍລັດຖະບານ ສະຫະລັດ ໂດຍປາສະຈາກ ເຫດຜົນ ຫຼື ການອະທິບາຍທີ່ຈະແຈ້ງ.
ໃນເວັບໄຊ້ທີ່ຖືກປົດການເຊື່ອມຕໍ່ຢ່າງກະທັນຫັນນັ້ນແມ່ນໂທລະພາບພາສາອັງກິດ Press TV, ຊ່ອງພາກສາອາຣັບຂອງເຂົາເຈົ້າ, ອາລ-ອາລາມ ແລະ ຊ່ອງຂ່າວທາງດາວທຽມຂອງກຸ່ມກະບົດ ຮູຕີ ໃນ ເຢເມນ ອາລ-ມາຊີຣາ.
ຂໍ້ຄວາມໃນເວັບໄຊ້ຕ່າງໆໄດ້ກ່າວວ່າ ການຍຶດທີ່ວ່ານັ້ນ “ແມ່ນສອດຄ່ອງຕາມ ໃບສັ່ງຍຶດ,” ແລະ ມັນໄດ້ມີກາປະທັບຂອງອົງການ FBI ແລະ ຫ້ອງການອຸດສາຫະກຳ ແລະ ຄວາມປອດໄພຂອງກະຊວງການຄ້າ.
ໂທລະພາບ ອາລ-ມາຊີຣາ ໄດ້ເປີດເຜີຍຖະແຫຼງການສະບັບນຶ່ງທີ່ຮັບຮູ້ການຍຶດ ດັ່ງກ່າວ, ໂດຍເວົ້າວ່າພວກເຂົາຈະສືບຕໍ່ພາລະກິດຂອງພວກເຂົາໃນການ “ປະເຊີນໜ້າກັບການກະທຳຂອງ ອາເມຣິກາ ແລະ ອິສຣາແອລ ກ່ຽວກັບ ການປຸ້ນສະດົມຕໍ່ປະເທດຂອງພວກເຮົາຢ່າງແນ່ນອນ.”
ຊ່ອງຂ່າວດັ່ງກ່າວໄດ້ເລີ່ມປະຕິບັດການທາງເວັບໄຊ້ຢ່າງວ່ອງໄວພາຍໃຕ້ຊື່ໃໝ່, ອີງຕາມການລາຍງານຂອງອົງການຂ່າວຣອຍເຕີ. ໂທລະພາບ Press TV ກໍໄດ້ຂຽນຊື່ໃໝ່ສຳລັບເວັບໄຊ້ຂອງພວກເຂົາໃນທວິດເຕີ ໃນວັນອັງຄານວານນີ້.
ໂທລະພາບ Press TV ໄດ້ລາຍງານຂ່າວຕ່າງປະເທດທີ່ຖືກກວດກາຜ່ານ ບັນດາຜູ້ນຳຂອງ ອີຣ່ານ, ອີງຕາມການລາຍງານຂອງອົງການຂ່າວ AP. ພວກເຂົາໄດ້ຕຳໜິຕິຕຽນນະໂຍບາຍຕ່າງປະເທດຂອງ ສະຫະລັດ ແລະ ອັງກິດ ຢ່າງເປັນປົກກະຕິ.