ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ Ahmadinejad ​​ຢ້ຽມຢາມ ປະເທດເວ​ເນ​ຊູ​ເອລາ (ເບິ່ງວີດີໂອ)


ຜູນຳອິຣານຢຽມຢາມ ເວ​ເນ​ຊູ​ເອລາ
ຜູນຳອິຣານຢຽມຢາມ ເວ​ເນ​ຊູ​ເອລາ

ປະທານາທິບໍດີອີຣ່ານ ທ່ານ Mahmoud Ahmadinejad ​ໄດ້​ໄປ​ຢ້ຽມຢາມຄູ່​ຕຳ​ແໜ່​ງ
ຝ່າຍ​ເວ​ເນ​ຊູ​ເອລາທ່ານ Hugo Chavez ທີ່​ນະຄອນຫຼວງ Caracas ​ໃນ​ວັນຈັນ
ວານນີ້ ​ໃນ​ຂະນະ​ທີ່​ຄວາມ​ເຄັ່ງ​ຕຶງ​ກັບປະ​ເທດ​ຕາ​ເວັນ​ຕົກ​ເພີ້ມ​ທະວີ​ຂຶ້ນ ກ່ຽວ​ກັບ
ໂຄງການ​ນິວ​ເຄລຍ ທີ່​ເປັນ​ບັນຫາ​ຖົກ​ຖຽງ​ໂຕ້​ແຍ້​ງຂອງ​ອີຣ່ານນັ້ນ.

ການ​ໄປ​ຢ້ຽມຢາມ Venezuela ​ຂອງປະທານາທິບໍດີ Ahmadinejad ນີ້​ແມ່ນ​ສ່ວນ
ນຶ່ງ​ຂອງການຢຽມຢາມສ​ປະ​ເທດ ​ໃນອາ​ເມຣິກາ​ລາ​ຕິນ. ທ່ານ​ຈະ​ໄປ​ຢ້ຽມຢາມ
Nicaragua ເພື່ອ​ເຂົ້າຮ່ວມພິທີເຂົ້າຮັບ​ຕຳ​ແໜ່​ງ​ໃໝ່​ຂອງ​ປະທານາທິບໍດີ Daniel
Ortega ​ແລະຍັງ​ຈະ​ໄດ​ເດີນທາງ​ໄປ Cuba, Ecuador ນຳ​ອີກ ​ໃນ​ການ​ຢຽມຢາມ
ເປັນ​ເວລາ 5 ມນນ.

ໃນ​ຫວ່າງ​ບໍ່​ເທົ່າ​ໃດ​ປີຜ່ານມາ​ນີ້ ປະທານາທິບໍດີ​ຂອງ​ອິຣ່ານ ​ໄດ້​ຫັນ​ໄປສະ​ແຫວ​ງ
ຫາ​ການ​ສະໜັບ​ສະ​ໜູນ ຈາກພວກ​ຜູ້​ນໍາ​ຫົວ​ນິຍົມ​ຊ້າຍ​ແລະ​ຕໍ່ຕ້ານ​ອາ​ເມຣິກາ​ ໃນ​
ເຂດ​ອາ​ເມຣິກາ​ລາຕີ​ນ ​ໂດຍ​ສະ​ເພາະປະທານາທິບໍດີ​ຂອງ​ Venezuela ຊຶ່ງ​ສ້າງ​
ຄວາມ​ຕົກ​ໃຈໃຫ້​ແກ່​ສະຫະລັດ. ​ໃນ​ອາທິດ​ທ​ແລວ​ນ ​ພວກເຈາໜາ​ທຂອງ​ສະຫະລັດ
ໄດ​ຮຽກຮອງ​ໃຫ​ກຸມ​ປະ​ເທດອາ​ເມຣິກາ​ລາ​ຕິນ ບ​ໃຫ​ຖະຫຼໍາເລິກ​ເຂາ​ໄປໃນ​ການ
ພົວ​ພັນ​ກັບອິຣານ. ​ໂຄສົກ​ຍິງຂອງ​ກະຊວງ​ການ​ຕາງປະ​ເທດສະຫະລັດກາວ​ຫາ
ລັດ​ຖະບານ​ອິຣານວາ ຢາກ​ມີ​ເພື່ອນ​ມິດ​ເປັນ​ທີ່​ສຸດ ຊງ​ທານ​ນາງ​ເອນ​ການ​ກະທຳ​
ດງກາວ​ວາ ​ເປັນ​ການຊອກ​ຫາ​ພັນທະ​ມິດ​ໃໝ່​ນນ.

ສະຫະລັດເອນ​ການຢຽມຢາມຄງນ​ວາ​ ເປັນ​ສັນຍານ​ຂອງ​ການຕົກ​ຢູ່​ໃນ​ສະພາບ ​
ເຂົ້າຕາ​ຈົນ​ຂອງ​ອີຣ່ານ ຊງໄດ້ຖືກ​ລົງ​ໂທດຢ່າງ​ໜັກ​ກຽວ​ກັບ​ໂຄງການ​ນິວ​ເຄລຍ
ຂອງ​ຕົນ​ນນ.

XS
SM
MD
LG