ຜູ້ນຳສູງສຸດຂອງອີຣ່ານ ໄດ້ສະໜັບສະໜຸນ ການຕັດສິນໃຈໃນວັນອາທິດວານນີ້ ຂອງລັດຖະບານ ທີ່ຂຶ້ນລາຄານ້ຳມັນເຊື້ອໄຟ ຊຶ່ງໄດ້ກໍ່ໃຫ້ເກີດການປະທ້ວງທີ່ຮ້າຍແຮງຂຶ້ນ ຕະຫຼອດໄລຍະທ້າຍສັບປະດາ.
ຜູ້ນຳສູງສຸດຂອງອີຣ່ານ ທ່ານອາຢາໂທລາ ອາລີ ຄາເມີນີ ໄດ້ກາວວ່າ “ຂ້າພະເຈົ້າບໍ່ແມ່ນນັກຊ່ຽວຊານ ແລະກໍມີຄວາມຄິດຄວາມເຫັນຕ່າງກັນຫຼາກຫຼາຍ ແຕ່ຂ້າພະເຈົ້າ ໄດ້ກ່າວໄປວ່າ ຖ້າຫາກຫົວໜ້າຂອງສາມອົງການໄດ້ຕັດສິນໃຈແລ້ວ ຂ້າພະເຈົ້າ ຈະສະໜັບສະໜຸນມັນ. ຫົວໜ້າຂອງສາມອົງການໄດ້ຕັດສິນໃຈແລ້ວ ດ້ວຍຄວາມຄິດເຫັນຂອງຊ່ຽວຊານເພື່ອການສະໜັບສະໜຸນ ແລະຕາມທຳມະຊາດແລ້ວ ມັນກໍຕ້ອງຖືກຈັດຕັ້ງປະຕິບັດ.
ໃນການກ່າວຄຳປາໄສຜ່ານທາງໂທລະພາບຕໍ່ປະເທດຊາດ ທ່ານອາຢາໂທລາ ອາລີ ຄາເມີນີ ໄດ້ຖິ້ມໂທດໃສ່ “ພວກອັນຕະພານ” ສຳລັບຄວາມເສຍຫາຍຕໍ່ຊັບສິນ ໃນການປະທ້ວງ ທີ່ໄດ້ເຮັດໃຫ້ມີຢ່າງໜ້ອຍ 2 ຄົນເສຍຊີວິດ. ຄຳເຫັນຂອງທ່ານ ໄດ້ມີຂຶ້ນ ໃນຂະນະທີ່ລັດຖະບານ ໄດ້ປິດອິນເຕີເນັດໃນທົ່ວອີຣ່ານ ໃນການພະຍາຍາມທີ່ລະງັບການປະທ້ວງ ຍ້ອນການຂຶ້ນລາຄານ້ຳມັນເຊື້ອໄຟ ເຖິງ 50 ເປີເຊັນ ທີ່ລັດຖະບານໄດ້ກຳນົດ.
ທ່ານ ຄາເມີນີ ໄດ້ກ່າວອີກວ່າ “ບາງຄົນ ໄດ້ສູນເສຍຊີວິດ” ຫາກບໍ່ໄດ້ໃຫ້ລາຍລະອຽດຕື່ມ. ທ່ານຍັງໄດ້ສັ່ງໃຫ້ກຳລັງຮັກສາຄວາມສະຫງົບ “ຈັດຕັ້ງປະຕິບັດບົດບາດໜ້າທີ່ຂອງພວກເຂົາເຈົ້າ.”
ການເດີນຂະບວນປະທ້ວງ ໄດ້ເກີດຂຶ້ນໃນຫົວເມືອງໃຫຍ່ຫຼາຍກວ່າ 12 ແຫ່ງໃນຫຼາຍຊົ່ວໂມງຜ່ານມາ ຫຼັງຈາກການຕັດສິນໃຈຂອງ ປະທານາທິບໍດີ ຮາສຊານ ຣູຮານີ ໃນຕອນເຊົ້າວັນສຸກຜ່ານມາ ໃນການຕັດການອຸດໜຸນນ້ຳມັນເຊື້ອໄຟ ເພື່ອນຳມາເປັນທຶນ ແຈກຢາຍໃຫ້ແກ່ພວກຄົນທຸກຍາກຂອງອີຣ່ານ.
ອົງການຂ່າວ IRNA ຂອງທາງການອີຣ່ານ ໄດ້ລາຍງານວ່າ ເຈົ້າໜ້າທີ່ຕຳຫຼວດຄົນນຶ່ງ ໄດ້ຖືກຂ້າຕາຍ ໃນວັນເສົາຜານມາ. ອົງການຂ່າວ Fars ທີ່ເປັນທາງການເຄິ່ງນຶ່ງ ໄດ້ກ່າວວ່າ ພວກປະທ້ວງ 1,000 ຄົນ ໄດ້ຖືກຈັບກຸມ.
ການປະທ້ວງ ໄດ້ຟື້ນຟູການກົດດັນລັດຖະບານຂອງອີຣ່ານ ຄືນໃໝ່ ໃນຂະນະທີ່ປະເທດກຳລັງສູ້ຊົນເພື່ອຜ່ານຜ່າ ມາດຕະການລົງໂທດຂອງສະຫະລັດ ທີ່ກຳລັງບີບບັງຄັບປະເທດ ຫຼັງຈາກທີ່ ປະທານາທິບໍດີ ດໍໂນລ ທຣຳ ໄດ້ຖອນສະຫະລັດ ແຕ່ພຽງຝ່າຍດຽວ ອອກຈາກຂໍຕົກລົງນິວເຄລຍຂອງເຕຫະຣ່ານ ກັບບັນດາປະເທດມະຫາອຳນາດ.