ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອີ​ຣ່ານ​ ​ຍິງ​ເຮືອ​ບິນ ທີ່​ບໍ່​ມີ​ຄົນ​ຂັບ ​ຂອງ​ ສະ​ຫະ​ລັດ​ ຕົກ


ເຮືອ​ບິນ​ບໍ່​ທີ​ບໍ່​ມີ​ຄົນ​ຂັບ​ສອງ​ລຳ Northrop Grumman MQ-4C Triton ​ຈອດ​ຢູ່​ເດີ່ນ ບ່ອນ​ທົດ​ສອບ ຂອງ​ບໍ​ລິ​ສັດ Northrop Grumman ທີ່​ເມືອງ​ພາມ​ເດ​ລ ລັດ​ຄາ​ລີ​ຟໍ​ເນຍ ວັນ​ທີ 22 ພຶດ​ສະ​ພາ 2013.
ເຮືອ​ບິນ​ບໍ່​ທີ​ບໍ່​ມີ​ຄົນ​ຂັບ​ສອງ​ລຳ Northrop Grumman MQ-4C Triton ​ຈອດ​ຢູ່​ເດີ່ນ ບ່ອນ​ທົດ​ສອບ ຂອງ​ບໍ​ລິ​ສັດ Northrop Grumman ທີ່​ເມືອງ​ພາມ​ເດ​ລ ລັດ​ຄາ​ລີ​ຟໍ​ເນຍ ວັນ​ທີ 22 ພຶດ​ສະ​ພາ 2013.

ອີ​ຣ່ານ​ໄດ້​ຍິງ​ເຮືອ​ບິນ​ທີ່​ບໍ່​ມີ​ຄົນ​ຂັບ​ຂອງ​ສະ​ຫະ​ລັດ​ຕົກ ໃນ​ວັນ​ພະ​ຫັດ​ມື້​ນີ້ ໃນ​ເຫດ​ການ​
ທີ່​ພວກ​ເຈົ້າ​ໜ້າ​ທີ່​ອີ​ຣ່ານ​ກ່າວ​ວ່າ ໄດ້​ເກີດ​ຂຶ້ນ​ຢູ່​ໃນ​ດິນ​ແດນ​ຂອງ​ປະ​ເທດແຕ່ ​ພວກ​ເຈົ້າ
​ໜ້າ​ທີ່​ສະ​ຫະ​ລັດ ກ່າວ​ວ່າ ​ໄດ້​ເກີດ​ຂຶ້ນ​ຢູ່​ໃນ​ເຂດ​ນ່າ​ນ​ຟ້າ​ສາ​ກົນ.

ໃນ​ການ​ກ່າວ​ຫາ​ຂອງ​ອີ​ຣ່ານນັ້ນ ເຮືອ​ບິນ​ບໍ່​ມີ​ຄົນ​ຂັບ RQ-4 Global Hawk ໄດ້​ຖືກ​ຍິງ​ຕົກໂດຍກຳ​ລັງ​ພິທັກປະຕິ​ວັດ ທີ່​ຢູ່​ໃນ​ເຂດນ່ານ​ຟ້າແຂວງຮໍ​ໂມ​ສແກນ ທາງ​ພາກ​ໃຕ້
​ຂອງ​ປະ​ເທດ ໃກ້​ກັບ​ຊ່ອງ​ແຄບ​ຮໍ​ມຸ​ສ.

ເຈົ້າ​ໜ້າ​ທີ່​ສະ​ຫະ​ລັດ​ຄົນ​ນຶ່ງກ່າວ​ວ່າ ​ເຮືອ​ບິນດັ່ງ​ກ່າວ​ແມ່ນ MQ-4C Triton ທີ່​ໄດ້​ບິນ
​ຢູ່​ເທິງ​ເຂດ​ນ່ານ​ຟ້າຊ່ອງ​ແຄບຮໍ​ມຸ​ສ.

ໂຄ​ສົກ​ ກອງ​ບັນ​ຊາ​ການ​ສະ​ຫະ​ລັດ​ໃນ​ພາກ​ຕາ​ເວັນ​ອອກ​ກາງ​ ພັນ​ເອກ​ທະ​ຫານ​ເຮືອ​
ບິ​ລ ເອີບານ ກ່າວ​ຕໍ່ ວີ​ໂອ​ເອ ວ່າ “ບໍ່​ມີ​ເຮືອ​ບິນ​ສະ​ຫະ​ລັດ ປະ​ຕິບັດ​ງານ​ຢູ່​ໃນ​ເຂດນ່ານ
​ຟ້າ​ອີ​ຣ່ານ ​ມື້​ນີ້.”

ທ່ານ​ໄດ້​ປະ​ຕິ​ເສດ​ທີ່​ຈະ​ໃຫ້​ຄວາມ​ເຫັນ​ໃດ​ໆ​ຕື່ມອີກ​ຕໍ່​ເຫດ​ການ​ດັ່ງ​ກ່າວ.

ກອງ​ທັບ​ສະ​ຫະ​ລັດ​ກ່າວ​ວ່າ ອີ​ຣ່ານ​ໄດ້​ພະ​ຍາ​ຍາມ ​ທີ່​ຈະ​ຍິງ​ເຮືອ​ບິນ​ບໍ່​ມີ​ຄົນ​ຂັບ​ຂອງ
​ສະ​ຫະ​ລັດ​ຕົກໃນອາ​ທິດ​ແລ້ວ​ນີ້ ແລະ​ຄວາມ​ເຄັ່ງ​ຕຶງ​ລະ​ຫວ່າງ​ສອງ​ປະ​ເທດ​ໄດ້​ເພີ້ມ
​ຂຶ້ນດ້ວຍ​ການ​ໂຈມ​ຕີ​ກຳ​ປັ່ນ​ບັນ​ທຸກ​ນ້ຳ​ມັນຢູ່​ໃນ​ຂົງ​ເຂດ ທີ່​ສະ​ຫະ​ລັດ​ຖີ້ມ​ໂທດ​ໃສ່​ອີ
​ຣ່ານ ແຕ່​ອີ​ຣ່ານ​ກ່າວ​ວ່າ ຕົນ​ບໍ່​ໄດ້​ປະ​ຕິ​ບັດການດັ່ງກ່າວ.

ຄວາມ​ສຳ​ພັນລະ​ຫວ່າງ​ປະ​ເທດ​ທັງ​ສອງໄດ້​ຊຸດ​ໂຊມ​ລົງ​ນັບ​ແຕ່ ປະ​ທາ​ນາ​ທິບໍ​ດີ​
ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ​ໃນ​ປີ​ແລ້ວ​ນີ້ໄດ້​ຖອນສະ​ຫະ​ລັດອອກ​ຈາກ​ຂໍ້​ຕົກ​ລົງ​
ສາ​ກົນ ທີ່​ຈຳ​ກັດ​ໂຄງ​ການ​ນິວເຄ​ລຍ​ຂອງ​ອີີ​ຣ່ານ ​ເພື່ອແລກ​ປ່ຽນ​ກັບ​ການ​ບັນ​ເທົາ
ຕໍ່​ການ​ລົງ​ໂທດ​ຂອງ​ນາໆ​ຊາດ.

ການ​ລົງ​ໂທດ​ໃໝ່​ຂອງ​ສະ​ຫະ​ລັດ ໄດ້​ເຮັດ​ໃຫ້​ເສດ​ຖະ​ກິດ​ອີ​ຣ່ານ​ເສຍ​ຫາຍ ແລະ​
ອີ​ຣ່ານ​ໄດ້​ປະ​ກາດ​ເພີ້ມ​ການ​ຜະ​ລິດ​ທາດ​ຢູ​ເຣ​ນຽມ​ທີ່​ມີ​ຄຸນ​ນະ​ພາບ​ຕ່ຳ ໃນ​ຂະ​ນະ​ທີ່​
ຕົນ​ຊອກ​ຫາ​ການ​ຊ່​ວຍ​ເຫຼືອ ​ຈາກ​ບັນ​ດາ​ປະ​ເທດ​ໃນຢູ​ໂຣບ ເພື່ອ​ຫຼີກ​ລ່ຽງ​ມາດ​ຕະ​
ການລົງ​ໂທດ​ຂອງ​ສະ​ຫະ​ລັດ.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG