ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

​ອີ​ຣ່ານ ຫາ​ທາງ​ຂະ​ຫຍາຍ ການ​ຮ່ວມ​ມື​ທາງ​ທະ​ຫານ​ ກັບ​ຈີນ


ປະ​ທາ​ນາ​ທິ​ບໍ​ດີ​ອີບ​ຣາ​ຮິມ ຣາຍ​ຊີ (ຂວາ) ແລະ​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ​ຈີນ ນາຍ​ພົນ​ເຫວ ເຟັ້ງ​ເຫ ພວມ​ຖາມ​ສະ​ບາຍ​ກັນ ໃນ​ຕອນ​ເລີ້ມ​ຕົ້ນ​ການ​ປະ​ຊຸມ ທີ່​ນະ​ຄອນ​ຫຼວງ​ເຕ​ຫະ​ຣ່ານ ເມື່ອ​ວັນ​ທີ 27 ເມ​ສາ 2022.
ປະ​ທາ​ນາ​ທິ​ບໍ​ດີ​ອີບ​ຣາ​ຮິມ ຣາຍ​ຊີ (ຂວາ) ແລະ​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ​ຈີນ ນາຍ​ພົນ​ເຫວ ເຟັ້ງ​ເຫ ພວມ​ຖາມ​ສະ​ບາຍ​ກັນ ໃນ​ຕອນ​ເລີ້ມ​ຕົ້ນ​ການ​ປະ​ຊຸມ ທີ່​ນະ​ຄອນ​ຫຼວງ​ເຕ​ຫະ​ຣ່ານ ເມື່ອ​ວັນ​ທີ 27 ເມ​ສາ 2022.

ປະທານາທິບໍດີ ອີບ​ຣາ​ຮິມ ຣາຍ​ຊີ ໄດ້​ສະ​ແດງ​ອອກ​ຊຶ່ງ​ຄວາມ​ປະ​ສົງ​ຂອງ​ລັດ​ຖະ​ບານ​ທ່ານ ທີ່​ຢາກ​ຈະ​ມີ​ການ​ຮ່ວມ​ມື​ຢ່າງ​ໃກ້​ຊິດ​ກັບ​ຈີນ ໃນ​ການ​ໃຫ້​ຄວາມ​ເຫັນ​ລະ​ຫວ່າງ​ການ​ເດີນ​ທາງ​ໄປ​ຢ້ຽມ​ຢາມ ​ຂອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຂອງ​ຈີນ ອີງ​ຕາມ​ລາຍ​ງານອົງ​ການ​ຂ່າວ​ເອ​ພີ ທີ່​ອ້າງ​ສື່ມວນ​ຊົນ​ຂ​ອງ​ທາງ​ການ​ອີ​ຣ່ານ.

ອີງ​ຕາມ​ລາຍ​ງານ​ແລ້ວ ທ່ານ​ຣາຍ​ຊີ​ກ່າວ​ຕໍ່​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ​ຂອງ​ຈີນ ທ່ານ​ເຫວ ເຟັ້ງ​ເຫ (Wei Fenghe) ວ່າ ເຕ​ຫະ​ຣ່ານມອງ​ເຫັນ​ວ່າ ຄວາມ​ສຳ​ພັນ​ຂອງ​ຕົນ​ກັບ​ປັກ​ກິ່ງ ເປັນ​ຄວາມ​ສຳ​ພັນ​ຍຸດ​ທະ​ສາດ. ການ​ຮ່ວມ​ມື​ກັນ​ຢ່າງ​ໃກ້​ຊິດ ຈະ​ເປັນ​ສິ່ງ​ທີ່​ດີ ໃນ​ການ​ປະ​ເຊີນ​ໜ້າ​ຕໍ່​ອັນ​ທີ່​ປະ​ທາ​ນາ​ທິ​ບໍ​ດີ​ອີ​ຣ່ານ​ກ່າວ​ວ່າ ເປັນ​ລັດ​ທິ​ດຳ​ເນີນ​ການ​ແຕ່​ພຽງ​ຝ່າຍ​ດຽວ​ຕາມ​ລຳ​ພັງ ໃນ​ຂະ​ນະ​ທີ່​ການ​ເຈ​ລະ​ຈາ​ເພື່ອ​ຟື້ນ​ຟູ​ຂໍ້​ຕົກ​ລົງ​ນິວ​ເຄ​ລຍ​ຂອງ​ເຕ​ຫະ​ຣ່ານ​ກັບ​ມະ​ຫາ​ອຳ​ນາດ​ໂລກ ຕົກ​ຢູ່​ໃນ​ສະ​ພາບ​ບໍ່​ໄປ​ບໍ່​ມາ.

ມີ​ການ​ອ້າງ​ຄຳ​ເວົ້າ​ຂອງ​ທ່ານ​ຣາຍ​ຊີ ທີ່​ກ່າວ​ວ່າ “ເພື່ອ​ປະ​ເຊີນ​ໜ້າ​ກັບ​ລັດ​ທິ​ດຳ​ເນີນ​ການ​ຕາມ​ລຳ​ພັງແຕ່ພຽງ​ຝ່າຍ​ດຽວ ແລະ​ສ້າງ​ສະ​ຖຽນ​ລະ​ພາບ ແລະ​ຄວາມ​ເປັນ​ລະ​ບຽບ ມີ​ຄວາມ​ເປັນ​ໄປ​ໄດ້​ໂດຍ​ຜ່ານ​ການ​ຮ່ວມ​ມື ຂອງ​ອຳ​ນາດ​ທີ່​ເປັນ​ອິ​ດ​ສະ​ຫຼະ​ແລະ​ມີ​ຈິດ​ໃຈ​ແບບ​ດຽວ​ກັນ.”

ສ່ວນ​ທ່ານ​ເຫວ​ກໍ​ກ່າວ​ວ່າ ການ​ປັບ​ປຸງ​ຄວາມ​ສຳ​ພັນກະ​ຫວ່າງ​ອີ​ຣ່ານ​ກັບ​ຈີນ​ຈະ​ສະ​ໜອງ​ຄວາມ​ໝັ້ນ​ຄົງ “ໂດຍ​ສະ​ເພາະ​ແລ້ວ​ແມ່ນ​ໃນ​ສະ​ພາບ​ການ​ປັດ​ຈຸ​ບັນ​ທີ່​ມີ​ຄວາມ​ຫຼໍ່​ແຫຼມ​ແລະ​ສຳ​ຄັນ​ນັ້ນ.”

ນອກນັ້ນ ທ່ານ​ເຫວ​ຍັງ​ໄດ້​ພົບ​ປະ​ກັບ​ຄູ່​ຕຳ​ແໜ່ງ​ຝ່າຍ​ອີ​ຣ່ານ ນາຍ​ພົນ​ໂມ​ຮຳ​ໝັດ ເຣ​ຊາ ອາ​ສ​ທີ​ອາ​ນີ (Mohammad Reza Ashtiani) ແລະ​ມີ​ລາຍ​ງານ​ວ່າ​ໄດ້​ເຊື້ອ​ເຊີນ​ທ່ານ ພ້ອມ​ທັງ​ນາຍ​ທະ​ຫານ​ຄົນ​ອື່ນໆ​ຂອງ​ອີ​ຣ່ານ ໃຫ້​ໄປ​ຢ້ຽມ​ຢາມ​ປະ​ເທດ​ຈີນ.

ອົງ​ການ​ຂ່າວ IRNA ຂອງ​ທາງ​ການ​ອີ​ຣ່ານ ໄດ້​ອ້າງ​ຄຳ​ເວົ້າ​ຂອງ​ທ່ານ​ອາ​ສ​ທີ​ອາ​ນີ ທີ່​ກ່າ​ວໂຈມ​ຕີ ​ການ​ມີ​ໜ້າ​ຂອງ​ທະ​ຫານ​ສະ​ຫະ​ລັດຢູ່​ໃນ​ພາກ​ຕາ​ເວັນ​ອອກ​ກາງ​ແລະ​ຢູ່​ບ່ອນ​ອື່ນໆ​ ໂດຍ​ກ່າວ​ອ້າງວ່າ “ຢູ່​ບ່ອນ​ໃດ​ກໍ​ຕາມ ​ທີ່​ສະ​ຫະ​ລັດ​ມີ​ກອງ​ທະ​ຫານ​ຂອງ​ຕົນ​ນັ້ນ ມັນ​ໄດ້​ກໍ່​ໃຫ້​ເກີດ​ຄື້ນ​ຟອງ​ຂອງ​ຄວາມ​ບໍ່​ໝັ້ນ​ຄົງ ບໍ່​ມີ​ສະ​ຖຽນ​ລະ​ພາບ ການ​ຜິດ​ຖຽງ ການ​ເບິ່ງ​ໂລກ​ໃນ​ແງ່​ຮ້າຍ ສົງ​ຄາມ ການ​ທຳ​ລາຍ​ລ້າງ​ແລະ
ການ​ອົບ​ພະ​ຍົບ​ຫຼົບ​ໄພ.”

ທ່ານ​ເຫວກ່າວ​ວ່າ ການ​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ຂອງ​ທ່ານ ແມ່ນ​ແນ​ໃສ່ “ເພື່ອ​ປັບ​ປຸງ​ການ​ຮ່ວມ​ມື​ຍຸດ​ທະ​ສາດ​ໃນ​ດ້ານ​ປ້ອງ​ກັນ​ປະ​ເທດ” ລະ​ຫວ່າງ​ອີ​ຣ່ານ​ແລະ​ຈີນ ຊຶ່ງ​ເປັນ​ການ​ຮ່ວມ​ມື​ທີ່​ທ່ານ​ກ່າວ​ວ່າ ຈະ​ມີ​ຜົນ​ “ອັນໜ້າ​ປະ​ທັບ​ໃຈ” ໃນ​ການ​ຫລຸດຜ່ອນ ລັດ​ທິ​ດຳ​ເນີນ​ການ​ຕາມ​ລຳ​ພັງແຕ່ພຽງ​ຝ່າຍ​ດຽວ ແລະ​ການ​ປາບ​ປາມ​ລັດ​ທິ​ກໍ່​ການ​ຮ້າຍ.

ອີ​ຣ່ານ​ແລະ​ຈີນ​ໄດ້​ເສີ​ມ​ຂະ​ຫຍາ​ຍ​ຄວາມ​ສຳ​ພັນ​ທາງ​ດ້ານ​ທະ​ຫານ​ໃນ​ໄລ​ຍະ​ບໍ່​ເທົ່າ​ໃດ​ປີ​ທີ່​ຜ່ານ​ມານີ້ ໂດຍກອງ​ທັບ​ເຮືອ​ຂອງ​ປະ​ເທດ​ທັງ​ສອງ​ໄດ້​ໄປ​ຢ້ຽມ​ຢາມ​ທ່າ​ກຳ​ປັ່ນ​ຂອງ​ອີ​ກ​ຝ່າຍ​ນຶ່ງ ແລະ​ໄດ້​ທຳ​ການ​ຊ້ອມ​ລົບ​ທາງ​ທະ​ເລ​ຮ່ວມ​ກັນ ຢູ່​ໃນ​ມະ​ຫາ​ສະ​ໝຸດ​ອິນ​ເດຍ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG