ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ນັກວິທະຍາສາດທີ່ຫາຍສາບສູນ ກຳລັງເດີນທາງກັບໄປອິຣ່ານ


ນັກວິທະຍາສາດອິຣ່ານ Shahram Amiri ໃຫ້ສຳພາດຂ່າວ ເມື່ອວັນທີ 13ກໍລະກົດ 2010.
ນັກວິທະຍາສາດອິຣ່ານ Shahram Amiri ໃຫ້ສຳພາດຂ່າວ ເມື່ອວັນທີ 13ກໍລະກົດ 2010.

ເຈົ້າໜ້າທີ່ອີີຣ່ານກ່າວວ່າ ນັກວິທະຍາສາດນິວເຄລຍທີ່ຫາຍສາບສູນໄປ ເມື່ອນຶ່ງປີກວ່າໆຜ່ານມາ ແລະໄດ້ມາປາກົດໂຕແບບລຶກລັບທີ່ກຸງວໍຊິງຕັນນັ້ນ ພວມ ເດີນທາງກັບຄືນໄປຍັງອີຣ່ານ.

ອົງການຂ່າວ ISNA ໄດ້ອ້າງຄຳເວົ້າເຈົ້າໜ້າທີ່ກະຊວງການຕ່າງປະເທດອີຣ່ານ ຄົນນຶ່ງທີ່ກ່າວໃນວັນພຸດມື້ນີ້ວ່າ ນາຍ SHAHRAM AMIRI ພວມເດີນທາງກັບ ຄືນໄປຍັງອີຣ່ານໂດຍຜ່ານປະເທດທີ 3. ອີຣ່ານກ່າວອ້າງວ່ານາຍ AMIRI ໄດ້ ຖືກສະຫະລັດລັກພາໂຕໄປ ໃນປີກາຍນີ້.

ໃນວັນອັງຄານວານນີ້ ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງຮິລລາ ຣີ ຄລິນຕັນກ່າວວ່າ ນັກວິທະຍາສາດອີຣ່ານຄົນ​ນີ້ໄດ້ເດີນທາງມາຍັງສະຫະລັດ ດ້ວຍຄວາມສະມັກໃຈ ແລະກໍມີສິດທີ່ຈະເດີນອອກໄປຈາກສະຫະລັດ.

ນາຍ AMIRI ນັກຟີສິກນິວເຄລຍທີ່ມີອາຍຸ 30 ກວ່າປີ ໄດ້ເດີນທາງອອກຈາກ ອີຣ່ານໃນປີ 2009. ອີຣ່ານກ່າວວ່າ ນາຍ AMIRI ໄດ້ຖືກມອບ ໃຫ້ແກ່ໜ່ວຍ ສືບລັບສະຫະລັດ ຂະນະທີ່ຜູ້ກ່ຽວຢູ່ໃນຊາອຸດີອາຣາເບຍ. ສະຫະລັດໄດ້ປະຕິ ເສດວ່າ ຕົນບໍ່ໄດ້ລັກພາໂຕນາຍ AMIRI.

ຜູ້ກ່ຽວໄດ້ໄປ​ໂຜ່ໂຕຂຶ້ນທີ່ສະຖານທູດປາກິສຖານ ຊຶ່ງເປັນຜູ້ຮັກສາຜົນປະໂຫຍດ ຂອງອີຣ່ານທີ່ກຸງວໍຊິງຕັນ ໃນຕອນແລງຂອງມື້ວັນຈັນແລ້ວ.

XS
SM
MD
LG